ອົງການການຄ້າໂລກຊີ້ ອາເມຣິກາຂຶ້ນພາສີສິນຄ້າຈີນ ບໍ່ສອດຄ່ອງກັບກົດໝາຍການຄ້າ

93

ອົງການການຄ້າໂລກ ( WTO ) ອອກມາຕັດສິນວ່າ ກຳແພງພາສີທີ່ສະຫະລັດອາເມຣິກາຕັ້ງຂຶ້ນ ແລະ ບັງຄັບໃຊ້ກັບສິນຄ້ານຳເຂົ້າຈາກ ສປ ຈີນ ເມື່ອປີ 2018 ຈົນນຳໄປສູ່ສົງຄາມການຄ້າລະຫວ່າງສອງປະເທດນັ້ນ ເປັນການກະທຳທີ່ບໍ່ສອດຄ່ອງກັບລະບຽບກົດໝາຍຂອງການຄ້າໂລກ.

WTO ລະບຸວ່າ: ສະຫະລັດບໍ່ມີຫຼັກຖານໃດເພື່ອພິສູດວ່າ ຈີນໄດ້ໂຈລະກຳຂໍ້ມູນດ້ານເຕັກໂນໂລຊີ ເຊິ່ງຂໍ້ກ່າວຫາດັ່ງກ່າວນັ້ນຖືວ່າບໍ່ເປັນທຳ ລວມທັງການພິສູດວ່າລັດຖະບານຈີນ ໃຫ້ການຊ່ວຍເຫຼືອບໍລິສັດຕ່າງໆຂອງ ສປ ຈີນ ເພື່ອນຳມາໃຊ້ໃນການຂຶ້ນພາສີສິນຄ້ານຳເຂົ້າຈາກຈີນ.

ຫຼັງມີຄຳຕັດສິນອອກມາ ທາງການຈີນໄດ້ອອກມາສະແດງຄວາມຍິນດີຕໍ່ຄຳຕັດສິນດັ່ງກ່າວ, ໃນຂະນະທີ່ສະຫະລັດອອກມາສະແດງຄວາມບໍ່ພໍໃຈ ພ້ອມຕຳໜິອົງການການຄ້າໂລກ ວ່າຄຳຕັດສິນດັ່ງກ່າວສະແດງໃຫ້ເຫັນວ່າ WTO ບໍ່ມີຄວາມສາມາດພໍທີ່ຈະປະເຊີນໜ້າກັບຈີນ.