ສຳມະນາວິຊາການກ່ຽວກັບການນຳໃຊ້ວິທະຍາສາດ ເຂົ້າໃນການຜະລິດກະສິກຳ

86

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມສຳມະນາວິຊາການກ່ຽວກັບການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເຂົ້າໃນການສົ່ງເສີມການຜະລິດກະສິກຳ ແລະ ການບໍລິການ.

ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່າວວ່າ: ກອງປະຊຸມສຳມະນາຄັ້ງນີ້ແມ່ນໜຶ່ງໃນແຜນສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກກະຊວງທັງເປັນການເນັ້ນໜັກເຖິງຄວາມສຳຄັນທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີໃນຍຸກການປະຕິວັດອຸດສາຫະກຳ ຄັ້ງທີ 4 ( ອຸດສາຫະກຳ 4.0 ) ທີ່ມີບົດບາດ ຄວາມສໍາຄັນຢ່າງຍິ່ງມີຫຼາຍປະເທດ ໄດ້ກຳນົດເອົາເປັນວາລະແຫ່ງຊາດໃນການພັດທະນາເສດຖະກິດ ແລະ ສັງຄົມ.

ເວົ້າສະເພາະກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນປັດຈຸບັນມີຜົນສຳເລັດການຄົ້ນຄວ້າຈຳນວນໜຶ່ງທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຄວາມຮູ້ບົ່ມຊ້ອນທາງດ້ານວິຊາການ ເພື່ອໄປຜັນຂະຫຍາຍຊຸກຍູ້ສົ່ງເສີມການຜະລິດກະສິກຳ ແລະ ການບໍລິການໃນການຍົກສະມັດຖະພາບ, ຄຸນນະພາບຂອງການຜະລິດ ແລະ ການບໍລິການດ້ວຍການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເພື່ອບຸກທະລຸເປົ້າໝາຍພັດທະນາຂອງລັດຖະບານ ເປັນຕົ້ນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ການຜະລິດ, ການປຸງແຕ່ງ, ການແປຮູບທາງດ້ານກະສິກຳທີ່ປະເທດເຮົາມີທ່າແຮງສູງ.

ພິທີດັ່ງກ່າວຈັດຂຶ້ນໃນຕອນເຊົ້າຂອງວັນທີ 16 ກັນຍາ 2020 ທີ່ຫ້ອງປະຊຸມສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ບໍ່ວຽງຄຳ ວົງດາລາ ມີບັນດາຄະນະກົມ ພ້ອມດ້ວຍຄະນະພະນັກງານອ້ອມຂ້າງກະຊວງ ເຂົ້າຮ່ວມ.