ແຕ່ງຕັ້ງ ທ່ານ ຄໍາແພງ ໄຊສົມແພງ ເປັນປະທານສະພາບໍລິຫານຂອງອົງການປະກັນສັງຄົມແຫ່ງຊາດ

557

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ໄດ້ຮັບການແຕ່ງຕັ້ງໃຫ້ເປັນປະທານສະພາບໍລິຫານຂອງອົງການປະກັນສັງຄົມແຫ່ງຊາດ ເພື່ອຊີ້ນໍາ – ນໍາພາການນໍາໃຊ້ກອງທຶນປະກັນສັງຄົມຢ່າງລວມສູນມີ ຄວາມໂປ່ງໃສ, ຍຸຕິທໍາ ແລະ ມີຄວາມຍືນຍົງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການປະກັນສັງຄົມ.

ພິທີປະກາດໄດ້ຈັດຂຶ້ນໃນວັນທີ 15 ກັນຍາ 2020 ທີ່ກະຊວງ ຮສສ ໃນທີ່ປະຊຸມໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຄະນະສະພາບໍລິຫານອົງການປະກັນສັງຄົມແຫ່ງຊາດ ສະບັບເລກທີ 346/ນຍ ລົງວັນທີ 22 ມິຖຸນາ 2020 ແລະ ບົດລາຍງານການຊີ້ນໍາ – ນາພາວຽກງານຂອງສະພາບໍລິຫານກອງທຶນປະກັນສັງຄົມໃນໄລຍະ 2014 – 2020 ພ້ອມດ້ວຍທິດທາງແຜນການການເຄື່ອນໄຫວຂອງຄະນະສະພາບໍລິຫານຊຸດໃໝ່, ໃຫ້ກຽດຂຶ້ນຜ່ານດໍາລັດສະບັບດັ່ງກ່າວໂດຍ ທ່ານ ຄໍາຂານ ພິນສະຫວັນ ຫົວໜ້າກົມຈັດຕັ້ງ – ພະນັກງານ ກະຊວງ ຮສສ ເຊິ່ງມີເນື້ອໃນການແຕ່ງຕັ້ງ ຄື:


1 ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນປະທານ.

2 ທ່ານຮອງປະທານສູນກາງສະຫະພັນກໍາມະບານລາວ, ຕາງໜ້າຜູ້ອອກແຮງງານເປັນຮອງປະທານ.

3 ທ່ານ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ຕາງໜ້າຜູ້ໃຊ້ແຮງງານເປັນຮອງປະທານ.

4 ທ່ານຮອງລັດຖະມົນຕີ ກະຊວງ ຮສສ ເປັນຮອງປະທານ, ທັງເປັນຜູ້ປະຈໍາການ.

5 ທ່ານຮອງລັດຖະມົນຕີກະຊວງການເງິນ ເປັນກໍາມະການ.

6 ທ່ານຮອງລັດຖະມົນຕີ ກະຊວງສາທາລະນະສຸກ ເປັນກໍາມະການ.

7 ທ່ານຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ເປັນກໍາມະການ.

8 ທ່ານຮອງຫົວໜ້າກົມໃຫຍ່ກະຊວງປ້ອງກັນຄວາມສະຫງົບ ເປັນກໍາມະການ.

9 ທ່ານປະທານສະມາຄົມອຸດສາຫະກຳຕັດຫຍິບລາວ, ຕາງໜ້າຜູ້ອອກແຮງງານ ເປັນກໍາມະການ.

10 ທ່ານເລຂາທິການສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ຕາງໜ້າຜູ້ໃຊ້ແຮງງານເປັນກໍາມະການ.

11 ທ່ານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ປະທານສະຫະພັນກໍາມະບານ ບໍລິສັດ ເບຍລາວ, ຕາງໜ້າຜູ້ອອກແຮງງານ ເປັນກຳມະການ.

12 ທ່ານຜູ້ຈັດການຝ່າຍບຸກຄົນ ບໍລິສັດ ບີຄອບເບເຣດ ເອັກສະປອດ ຈໍາກັດ, ຕາງໜ້າຜູ້ອອກແຮງງານ ເປັນກໍາມະການ.

13 ທ່ານຫົວໜ້າອົງການປະກັນສັງຄົມແຫ່ງຊາດ ເປັນກໍາມະການ, ທັງເປັນຫົວໜ້າກອງເລຂາ.

.

ທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໄດ້ຂຶ້ນຜ່ານບົດລາຍງານການຊີ້ນໍາ – ນໍາພາວຽກງານຂອງສະພາບໍລິຫານກອງທຶນປະກັນສັງຄົມໃນໄລຍະ 2014 – 2020 ໂດຍຫຍໍ້ ແລະ ທິດທາງແຜນການການຊີ້ນໍາ – ນໍາພາຂອງສະພາບໍລິຫານ ອປຊ ຊຸດໃໝ່ ໃນຊຸມປີຕໍ່ໜ້າ ວ່າ: ສະພາບໍລິຫານກອງທຶນປະກັນສັງຄົມແຫ່ງຊາດ ໄດ້ຮັບການສ້າງຕັ້ງ ແລະ ເຄື່ອນໄຫວຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 152/ນຍ ລົງວັນທີ 28 ເມສາ 2014 ເພື່ອຊີ້ນໍາ – ນໍາພາການນໍາໃຊ້ກອງທຶນປະກັນສັງຄົມຢ່າງລວມສູນມີຄວາມໂປ່ງໃສ, ຍຸຕິທໍາ ແລະ ມີຄວາມຍືນຍົງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍການປະກັນສັງຄົມ.

ຄະນະສະພາບໍລິຫານກອງທຶນປະກັນສັງຄົມແຫ່ງຊາດ ແມ່ນອົງການຈັດຕັ້ງທີ່ເຄື່ອນໄຫວບໍ່ປະຈໍາການ ມີໂຄງປະກອບຕາມຫຼັກການໄຕຼພາຄີ ຫຼື ເອີ້ນວ່າຫຼັກການສາມຝ່າຍ ເຊິ່ງມີຜູ້ຕາງໜ້າຈາກລັດຖະບານ ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ໂດຍແມ່ນລັດຖະມົນຕີກະຊວງ ຮສສ ເປັນປະທານ ມີບັນດາທ່ານຮອງລັດຖະມົນຕີກະຊວງການເງິນ, ກະຊວງສາທາລະນະສຸກ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ຮອງປະທານສະຫະພັນກໍາມະບານ ເປັນຮອງປະທານ, ແລະ ມີບັນດາຄະນະກໍາມະການສະພາບໍລິຫານເປັນຕົວແທນຈາກບັນດາກະຊວງ, ອົງການທີ່ກ່ຽວຂ້ອງ, ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ລວມທັງໝົດ 20 ທ່ານ.

.
ທ່ານ ຄໍາແພງ ໄຊສົມແພງ ກ່າວວ່າ: ຕະຫຼອດໄລຍະ 6 ປີທີ່ຜ່ານມາ ຄະນະບໍລິຫານກອງທຶນປະກັນສັງຄົມແຫ່ງຊາດ ໄດ້ຮັບການແຕ່ງຕັ້ງ ແລະ ຊີ້ນໍາ – ນໍາພາ ໂດຍສະເພາະໄດ້ໂຮມເອົາສອງດໍາລັດ ຫຼື ສອງອົງການ ຄືອົງການປະກັນສັງຄົມແຫ່ງລັດ ( ອປລ ) ແລະ ອົງການປະກັນສັງຄົມພາກວິສາຫະກິດ ( ອປສ ) ມາເປັນກົດໝາຍຢ່າງລວມສູນ ເຮັດໃຫ້ວຽກງານປະກັນສັງຄົມໄດ້ມີການປັບປຸງ ແລະ ພັດທະນາໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ເຖິງຢ່າງໃດກໍຕາມ, ວຽກງານດັ່ງກ່າວຍັງມີ ຄວາມຮຽກຮ້ອງຕ້ອງການ ແລະ ສິ່ງທ້າທາຍຫຼາຍດ້ານທີ່ຈະຕ້ອງໄດ້ສືບຕໍ່ຍົກລະດັບ ຄວາມສາມາດຂອງບຸກຄະລາກອນ ແລະ ພັດທະນາປັບປຸງລະບົບ ໂດຍສະເພາະແມ່ນການຂະຫຍາຍອັດຕາປົກຄຸມຂອງລະບົບປະກັນສັງຄົມໃນແຕ່ລະກຸ່ມເປົ້າໝາຍໃຫ້ກວ້າງຂວາງ ແລະ ທົ່ວເຖິງ, ຄຽງຄູ່ກັບການສ້າງຄວາມສະດວກ ແລະ ຄວາມເຊື່ອໝັ້ນໃຫ້ສັງຄົມໃນດ້ານລະບົບ ແລະ ການບໍລິການ, ມີການແລກປ່ຽນຖອດຖອນບົດຮຽນນໍາບັນດາປະເທດເພື່ອນມິດ ເພື່ອຫັນໄປສູ່ການພັດທະນາລະບົບປະກັນສັງຄົມລາວເທົ່າທຽມກັບສາກົນ.