ພາກລັດ ແລະ ພາກທຸລະກິດ ຫາລືແກ້ໄຂ 11 ບັນຫາຕິດພັນການອຳນວຍຄວາມສະດວກທາງດ້ານການຄ້າ

142

ພາກລັດ ແລະ ພາກທຸລະກິດ ໄດ້ເປີດປະຊຸມປຶກສາຫາລືແກ້ໄຂ 11 ບັນຫາທີ່ຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ພາສີ – ອາກອນ ເພື່ອເຮັດໃຫ້ສະພາບແວດລ້ອມການດຳເນີນທຸລະກິດຢູ່ ສປປ ລາວ ມີຄວາມຍຸຕິທຳ, ໂປ່ງໃສ, ເປັນເອກະພາບກັນ, ມີຂັ້ນຕອນທີ່ສະດວກ.

ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ( ສຄອຊ ) ໄດ້ຈັດກອງປະຊຸມປຶກສາຫາລືລະຫວ່າງຂະແໜງການທີ່ກ່ຽວຂ້ອງຂອງພາກລັດ ແລະ ພາກທຸລະກິດ ໃນຫົວຂໍ້ບັນຫາທີ່ຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ພາ ສີ – ອາກອນ ຂຶ້ນໃນວັນທີ 16 ກັນຍາ 2020 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງ ອຄ, ຮອງຫົວໜ້າຄະນະກຳມະການຊີ້ນຳລວມອຳນວຍຄວາມສະດວກທາງດ້ານການຄ້າຂັ້ນສູນກາງ ແລະ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ; ມີຜູ້ຕາງໜ້າຂະແໜງການທີ່ກ່ຽວຂ້ອງຂອງພາກລັດ ແລະ ຕາງໜ້າຜູ້ປະກອບການພາກທຸລະກິດຂະແໜງຕ່າງໆທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ທ່ານ ນາງ ເຂັມມະນີ ພົນເສນາ ກ່າວວ່າ: ເພື່ອກະກຽມໃຫ້ແກ່ກອງປະຊຸມພາກທຸລະກິດລາວ ເຊິ່ງປົກກະຕິແລ້ວໄດ້ຈັດຂຶ້ນປະຈຳປີ. ສະນັ້ນ, ບັນດາບັນຫາທີ່ພາກທຸລະກິດໄດ້ສະເໜີຢູ່ໃນກອງປະຊຸມທຸລະກິດລາວ ຄັ້ງທີ 12 ທີ່ຜ່ານມາ ທາງກອງເລຂາກໍຄືຜູ້ປະສານງານກະຊວງ ອຄ ໂດຍກົມແຜນການ ແລະ ການຮ່ວມມື ໄດ້ຮ່ວມກັບຄະນະເລຂາຂອງ ສອຄຊ ໄດ້ມາສັງລວມເບິ່ງບັນຫາທີ່ສະເໜີມາແມ່ນມີ 16 ບັນຫາໃຫຍ່ ແລະ ໄດ້ແຍກອອກມາມີ 11 ບັນຫາ ທີ່ກ່ຽວຂ້ອງກັບວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ຄື:

1 ຂັ້ນຕອນການອະນຸຍາດແຜນນຳເຂົ້າສິນຄ້າ ແລະ ວັດຖຸດິບ ທີ່ໄດ້ຮັບການຍົກເວັ້ນພາສີ ແລະ ອາກອນມູນຄ່າເພີ່ມພາຍໃຕ້ກົດໝາຍສົ່ງເສີມການລົງທຶນ.

2 ການນຳໃຊ້ລະບົບແຈ້ງພາສີປະຕູດຽວ ( LNSW ) ທີ່ຍັງບໍ່ສົມບູນ.

3 ການນໍາເຂົ້າສິນຄ້າທີ່ປະຕິບັດບໍ່ຖືກຕ້ອງຕາມລະບຽບກົດໝາຍ.

4 ຂັ້ນຕອນການອະນຸມັດເອກະສານ ເພື່ອຊຳລະພາສີຢູ່ສາງສິນຄ້າ ( ທ່ານາແລ້ງ ).

5 ການອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າພາຍໃນປະເທດ.

6 ຄ່າທຳນຽມໃບອະນຸຍາດນຳເຂົ້າ ແລະ ສົ່ງອອກສິນຄ້າກະສິກຳ.

7 ການສົ່ງຄືນອາກອນມູນຄ່າເພີ່ມ ສຳລັບທຸລະກິດທີ່ຜະລິດສິນຄ້າເພື່ອສົ່ງອອກ.

8 ອັດຕາພາສີນຳເຂົ້າວັດຖຸເຄິ່ງສຳເລັດຮູບ ເພື່ອມາຮັບໃຊ້ການຜະລິດບໍ່ເປັນການສົ່ງເສີມການຜະລິດພາຍໃນ.

9 ການເກັບອາກອນມູນຄ່າເພີ່ມຈາກຄ່າບໍລິການຂົນສົ່ງສິນຄ້າຜ່ານແດນສາກົນ ແລະ ຂ້າມແດນ.

10 ຂັ້ນຕອນການຂໍອະນຸຍາດຂົນສົ່ງສິນຄ້າຜ່ານແດນ ສໍາລັບສິນຄ້າທີ່ບໍ່ຢູ່ໃນລາຍການສິນຄ້າເກືອດຫ້າມ.

11 ລາຄາຄ່າຂົນສົ່ງສິນຄ້າແພງ.

ທັງໝົດນັ້ນທາງ ສອຄຊ ກໍໄດ້ສະເໜີບັນດາບັນຫາທີ່ໄດ້ປຶກສາລື, ກຳລັງແກ້ໄຂ ແລະ ມີບັນຫາໃດທີ່ພາກທຸລະກິດຍັງບໍ່ທັນເຫັນກະຊວງ ຫຼື ຂະແໜງການກ່ຽວຂ້ອງຍັງບໍ່ທັນໄດ້ຮັບການແກ້ໄຂ ພວກເຮົາກໍຈະໄດ້ປຶກສາຫາລືແກ້ໄຂຮ່ວມກັນ ເພື່ອເຮັດໃຫ້ວຽກງານອຳນວຍຄວາມສະດວກທາງດ້ານການຄ້າໄປໃນລ່ວງດຽວກັນ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກ່າວ.

ຂະນະທີ່ ທ່ານ ອຸເດດ ສຸວັນນະວົງ ກ່າວວ່າ: ບັນຫາທີ່ພວກເຮົານຳມາປຶກສາຫາລືກັນໃນກອງປະຊຸມຄັ້ງນີ້ ແມ່ນເນື່ອງມາຈາກກອງປະຊຸມທຸລະກິດລາວທີ່ຜ່ານມາ ຍັງມີ 6 ບັນຫາທີ່ຍັງຄົງຄ້າງ ແລະ 5 ບັນຫາໃໝ່ ທີ່ພາກທຸລະກິດສະເໜີໃຫ້ພາກລັດແກ້ໄຂ. ພ້ອມດຽວກັນນີ້, ຍັງໄດ້ນຳສະເໜີ 6 ຂໍ້ຫຍຸ້ງຍາກ ຕິດພັນກັບການອຳນວຍ ຄວາມສະດວກທາງດ້ານການຄ້າໃຫ້ແກ້ໄຂ ຄື: ຂັ້ນຕອນການອອກອະນຸຍາດແຜນນຳເຂົ້າສິນຄ້າ ແລະ ວັດຖຸດິບທີ່ໄດ້ຮັບການຍົກເວັ້ນພາສີ ແລະ ອາກອນມູນຄ່າເພີ່ມ ພາຍໃຕ້ກົດໝາຍສົ່ງເສີມການລົງທຶນ; ການນຳໃຊ້ລະບົບແຈ້ງພາສີປະຕູດຽວ ( LNSW ) ທີ່ຍັງບໍ່ສົມບູນ; ການນຳເຂົ້າສິນຄ້າທີ່ປະຕິບັດບໍ່ຖືກຕ້ອງຕາມລະບຽບກົດໝາຍ; ຂັ້ນຕອນການອະນຸມັດເອກະສານ ເພື່ອຊຳລະພາສີຢູ່ສາງສິນຄ້າ ( ທ່ານາແລ້ງ ); ການອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າພາຍໃນປະເທດ ແລະ ຄ່າທຳນຽມໃບອະນຸຍາດນຳເຂົ້າ ແລະ ສົ່ງອອກສິນຄ້າກະສິກຳ.

ນອກຈາກນີ້, ຜູ້ເຂົ້າຮ່ວມກອງປະຊຸມກໍຄືພາກທຸລະກິດ ກໍໄດ້ຮ່ວມປຶກສາຫາລືຂໍ້ສະເໜີຮ່ວມກັບຂະແໜງການທີ່ກ່ຽວຂ້ອງຂອງລັດຢ່າງກົງໄປກົງມາ ແລະ ຮັບເອົາບັນຫາທີ່ພາກທຸລະກິດສະເໜີໄປຄົ້ນຄວ້າຕື່ມ ເພື່ອຊອກຫາວິທີແກ້ໄຂຮ່ວມກັນຢ່າງມີປະສິດທິຜົນ ເພື່ອເຮັດໃຫ້ສະພາບແວດລ້ອມການດຳເນີນທຸລະກິດມີຄວາມຍຸຕິທຳ, ໂປ່ງໃສ, ເປັນເອກະພາບກັນ, ມີຂັ້ນຕອນທີ່ສະດວກ ແລະ ຊັດເຈນຂຶ້ນ.

ກອງປະຊຸມຄັ້ງນີ້ແມ່ນຂັ້ນຕອນໜຶ່ງ ເພື່ອກະກຽມໃຫ້ກັບກອງປະຊຸມທຸລະກິດລາວ ຄັ້ງທີ 13 ເຊິ່ງເປັນກອງປະຊຸມປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ປະຈຳປີ, ຄາດວ່າຈະຖືກຈັດຂຶ້ນໃນທ້າຍປີ 2020 ນີ້.