ປາກກະດິງກວດກາພົບເຄື່ອງບໍລິໂພກໝົດອາຍຸຫຼາຍລາຍການ

73

ເຈົ້າໜ້າທີ່ຄຸ້ມຄອງອາຫານ ແລະ ຢາ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ລົງຕິດຕາມ – ກວດກາ ບັນດາຮ້ານຂາຍເຄື່ອງພາຍໃນເມືອງ ພົບເຫັນຮ້ານຂາຍສິນຄ້າເສື່ອມຄຸນນະພາບ 20 ຮ້ານ ມີລາຍການສິນຄ້າເຄື່ອງອຸປະໂພກຫຼາຍລາຍການ.

ການລົງກວດກາຄັ້ງນີ້ມີຂຶ້ນໃນວັນທີ 14 ກັນຍາ 2020 ເພື່ອກວດກາຄຸນນະພາບອາຫານສຳເລັດຮູບ ແລະ ເຄິ່ງສຳເລັດຮູບ, ຮັບປະກັນໃຫ້ຜູ້ບໍລິໂພກມີຄວາມປອດໄພ, ໄດ້ຮັບຜົນປະໂຫຍດທັງຜູ້ຊື້ ແລະ ຜູ້ຂາຍ, ການກວດກາ ໄດ້ຈັດຕັ້ງປະຕິບັດຢູ່ບ້ານນ້ຳທອນ, ບ້ານຄອນສົງ, ບ້ານນາພົງ, ບ້ານຫ້ວຍເພັດ, ບ້ານຊ່ອນພັນໄຊ ແລະ ບ້ານຫ້ວຍໄຮ ໂດຍໄດ້ກວດຮ້ານຂາຍເຄື່ອງສົ່ງ ແລະ ຂາຍເຄ່ື່ອງຍ່ອຍ ຈຳນວນ 26 ຮ້ານ, ພົບສິນຄ້າເປັນເຄື່ອງບໍລິໂພກເສື່ອມຄຸນຢູ່ 20 ຮ້ານ, ມີຈຳນວນຫຼາຍລາຍການ ໂດຍສະເພາະແມ່ນ: ເຂົ້າໜົມ, ເຄື່ອງດື່ມ, ນ້ຳອັດລົມ, ໝີ່ສຳເລັດຮູບ ແລະ ເຄື່ອງປຸງແຕ່ງອາຫານໃນຄົວເຮືອນອີກຈຳນວນໜຶ່ງ.

ເຄື່ອງເສື່ອມຄຸນນະພາບ ( ໝົດອາຍຸໃຊ້ງານ ) ທີ່ຄະນະກວດພົບໄດ້ສຶກສາອົບຮົມຕັກເຕືອນຜູ້ປະກອບການ ພ້ອມເຮັດບົດບັນທຶກ ເພື່ອໃຫ້ເຈົ້າຂອງທຸລະກິດຮັບຮູ້ – ເຂົ້າໃຈເຖິງແນວທາງນະໂຍບາຍ ແລະ ຍຸດທະສາດການຄຸ້ມຄອງຄວາມປອດໄພຂອງອາຫານ ແລະ ຢາ ໃນແຕ່ລະໄລຍະ ແລະ ໄດ້ອາຍັດສິນຄ້າເຄື່ອງບໍລິໂພກທີ່ໝົດອາຍຸເສື່ອມຄຸນໄວ້ ເພື່ອຈັດພິທີທຳລາຍຢ່າງເປັນທາງການ. ການລົງກວດກາສິນຄ້າຄັ້ງນີ້ຕາມແຜນການຈະດຳເນີນຮອດວັນທີ 18 ກັນຍາ 2020 ໃຫ້ສຳເລັດຕາມເປົ້າໝາຍ.