8 ເດືອນ ແຂວງໄຊຍະບູລີ ເກັບລາຍຮັບໄດ້ 726 ຕື້ກວ່າກີບ

282

8 ເດືອນຜ່ານມາ ແຂວງໄຊຍະບູລີ ສາມາດຈັດເກັບລາຍຮັບ 726 ຕື້ກວ່າກີບ ເທົ່າກັບ 69,34% ຂອງແຜນເບື້ອງຕົ້ນເທົ່າກັບ 65,24% ຂອງແຜນດັດ ແກ້.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວມາຢ້ຽມຢາມ ແລະ ຊຸກຍູ້ – ຕິດຕາມ, ກວດກາການເກັບລາຍຮັບຢູ່ແຂວງໄຊຍະບູລີ. ໂອກາດນີ້ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ຂຶ້ນລາຍງານສະພາບການພັດທະນາເສດຖະກິດ – ສັງຄົມຂອງແຂວງໂດຍຫຍໍ້.

ທ່ານ ສໍາລານ ສຸວັນນະໂຊດ ຫົວໜ້າພະແນກການເງິນແຂວງໄຊຍະບູລີ ໄດ້ລາຍງານກ່ຽວກັບການຈັດເກັບລາຍຮັບເຂົ້າງົບປະມານໃນ 8 ເດືອນ ປີ 2020 ໄດ້ຮັບຕົວເລກແຜນລາຍຮັບງົບປະ ມານລວມທັງພູດສູນກາງປະຕິບັດຢູ່ແຂວງເບື້ອງຕົ້ນ 1.048,36 ຕື້ກີບ, ແຜນດັດແກ້ 1.114,23 ຕື້ກີບ, ທຽບໃສ່ແຜນເບື້ອງຕົ້ນເພີ່ມຂຶ້ນ 6,28%, ທຽບໃສ່ແຜນການປີ 2019 ເພີ່ມຂຶ້ນ 16,32%. ປັດຈຸບັນສາມາດຈັດເກັບລາຍຮັບ 8 ເດືອນໄດ້ທັງໝົດ 726,96 ຕື້ກີບ ເທົ່າກັບ 69,34% ຂອງແຜນເບື້ອງຕົ້ນ ເທົ່າກັບ 65,24% ຂອງແຜນດັດແກ້.

ໃນນີ້, ລາຍຮັບບ້ວງສູນກາງປະຕິບັດຢູ່ແຂວງໄດ້ 587,49 ຕື້ກີບ ເທົ່າກັບ 74,10% ຂອງແຜນເບື້ອງຕົ້ນ ເທົ່າກັບ 62,81 ຂອງແຜນດັດແກ້; ລາຍຮັບພາຍໃນປະຕິບັດໄດ້ 139,46 ຕື້ກີບ ເທົ່າກັບ 54,59% ຂອງແຜນເບື້ອງຕົ້ນ ເທົ່າກັບ 77,95% ຂອງແຜນດັດແກ້; ດ້ານລາຍຈ່າຍແຜນເບື້ອງຕົ້ນ 538,62 ຕື້ກີບ, ແຜນດັດແກ້ 519,96 ຕື້ກີບ ຫຼຸດລົງ 3,46% ທຽບໃສ່ແຜນການປີຜ່ານມາ ຫຼຸດລົງ 2,28%.

ສ່ວນການດຸນດ່ຽງງົບປະມານເບື້ອງຕົ້ນຂາດດຸນງົບປະມານ ຈໍານວນ 283,12 ຕື້ ກີບ, ແຜນດັດແກ້ຂາດດຸນ 341,05 ຕື້ກີບ ເພີ່ມຂຶ້ນ 20,46%, ທຽບໃສ່ແຜນການປີຜ່ານມາເພີ່ມຂຶ້ນ 20,59% ປະຕິບັດໄດ້ 160,78 ຕື້ກີບ ເທົ່າກັບ 47,14%, ທຽບໃສ່ໄລຍະດຽວກັນເທົ່າກັບ 100,14% ເຮັດໃຫ້ 8 ເດືອນໄດ້ຮັບດຸນດ່ຽງທັງໝົດ 213,78 ຕື້ກີບ ເທົ່າ 65,30% ຂອງແຜນເບື້ອງຕົ້ນເທົ່າກັບ 54,21% ຂອງແຜນດັດແກ້.

ໂອກາດນີ້, ທ່ານ ສົມດີ ດວງດີ ໄດ້ໃຫ້ກຽດໂອ້ລົມ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາທຸກພາກສ່ວນທັງແຂວງ ແລະ ເມືອງ ທີ່ໄດ້ເອົາໃຈໃສ່ປະຕິບັດການຈັດເກັບລາຍຮັບໃນໄລຍະ 8 ເດືອນຜ່ານມາ ເຖິງວ່າຈະບໍ່ບັນລຸຕາມແຜນການທີ່ຕັ້ງໄວ້ແຕ່ກໍກາຍ 50% ຂຶ້ນໄປຖືວ່າໄດ້ຕາມແຜນທີ່ຕັ້ງໄວ້. ພ້ອມນີ້, ທ່ານຍັງໄດ້ເນັ້ນໜັກໃຫ້ການນໍາທຸກຂັ້ນທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະສ່ວຍສາອາກອນຕ້ອງເອົາໃຈໃສ່ຊຸກຍູ້ໃຫ້ຜູ້ເສຍອາກອນແຈ້ງມອບອາກອນດ້ວຍຕົນເອງຜ່ານລະບົບເອເລັກໂຕຣນິກ, ຫັນບັນດາຫົວໜ່ວຍທຸລະກິດເຂົ້າສູ່ລະບົບອາກອນມູນຄ່າເພີ່ມໃຫ້ຖືກຕ້ອງໂປ່ງໃສ ແລະ ເຂັ້ມງວດຕາມກົດໝາຍກໍານົດ.

ພ້ອມນັ້ນ, ກໍໃຫ້ເອົາໃຈໃສ່ຄຸ້ມຄອງສາງສິນຄ້າ, ນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ ຕາມແຈ້ງການເລກທີ 1626/ກງ ລົງວັນທີ 30 ພຶດສະພາ 2019 ຕັ້ງໜ້າສຸມໃສ່ຂຸດຄົ້ນແຫຼ່ງລາຍຮັບທີ່ຍັງບົ່ມຊ້ອນ ເພື່ອທົດແທນແຫຼ່ງລາຍຮັບທີ່ສູນເສຍໄປ; ຄຸ້ມຄອງຈັດເກັບລາຍຮັບຜ່ານລະບົບທີ່ທັນ ສະໄໝໃຫ້ກວ້າງຂວາງກວ່າເກົ່າ. ສໍາລັບຫົວໜ່ວຍທຸລະກິດທີ່ມີລາຍຮັບເກີນ 400 ລ້ານກີບຂຶ້ນໄປ ຕ້ອງແຈ້ງເສຍອາກອນແບບທັນສະ ໄໝ ( TaxRis ) ກວດກາຫົວໜ່ວຍທຸລະກິດທີ່ມີລາຍຮັບເກີນ 400 ລ້ານກີບ ທີ່ບໍ່ທັນໄດ້ເຂົ້າລະບົບອາກອນມູນຄ່າເພີ່ມ ເພື່ອເປັນເປົ້າໝາຍຂະຫຍາຍຖານເກັບອາກອນມູນຄ່າເພີ່ມ VAT.

ຄຽງຄູ່ກັນນັ້ນ, ກໍໃຫ້ເອົາໃຈໃສ່ກວດກາຄືນການແຈ້ງພາສີ, ໝວດສິນຄ້າທີ່ມີຄວາມສ່ຽງລັກລອບ, ກວດກາການນໍາເຂົ້າ – ສົ່ງອອກສິນຄ້າຢູ່ບັນດາດ່ານ, ການຈັດເກັບລາຍຮັບຄ່າເຊົ່າ – ຄ່າສໍາປະທານດິນລັດ, ຄ່າຊັບພະຍາກອນທໍາມະຊາດໃຫ້ຄົບຖ້ວນ, ສົ່ງເສີມພາກເອກະ ຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນໃຫ້ຫຼາຍຂຶ້ນ ເພື່ອຟື້ນຟູເສດຖະກິດຫຼັງໂຄວິດ – 19 ສິ່ງສໍາຄັນຕ້ອງເອົາໃຈໃສ່ສົ່ງເສີມການຜະລິດເປັນສິນຄ້າການປູກຝັງ – ລ້ຽງສັດ, ອຸດສາຫະກໍາ, ຫັດຖະກໍາໃຫ້ຫຼາຍ ແລະ ຍືນຍົງ. ພິທີດັ່ງກ່າວຈັດຂຶ້ນໃນວັນທີ 14 ກັນຍາ 2020 ນີ້, ທີ່ຫໍປະຊຸມຫ້ອງວ່າການປົກຄອງແຂວງໄຊຍະບູລີ.