ທພລ ຈັບມື ສະມາຄົມການເງິນຈຸລະພາກ ແລະ ສະມາຊິກ ເຊັນສັນຍາໃຊ້ບໍລິການຜ່ານລະບົບທະນາຄານ.

277

ທະນາຄານພັດທະນາລາວ (ທພລ) ຮ່ວມກັບ ສະມາຄົມການເງິນຈຸນລະພາກ (ສມກຈ) ແລະ ສະມາຊິກຂອງສະມາຄົມ 7 ສະຖາບັນໄດ້ແກ່: ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ສະເຫຼີມສຸກ, ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ສະສົມຊັບ, ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ບີດີພີ, ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ໄຊທານີ, ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ດອກຄູນ, ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ໄພສານລ້ານຊ້າງ ແລະ ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ແອລເອທີ ໄດ້ຈັດພິທີເຊັນສັນຍາ ວ່າດ້ວຍການບໍລິການຜ່ານລະບົບທະນາຄານ.

ຈຸດປະສົງແມ່ນເພື່ອເປັນການນໍາເອົາເຕັກໂນໂລຢີທີ່ທັນສະໄໝເຂົ້າມາປະກອບສ່ວນໜູນໃຊ້ໃນວຽກງານຄຸ້ມຄອງພະນັກງານ, ການຊໍາລະຄ່າງວດສິນເຊື່ອສໍາລັບລູກຄ້າຂອງສະຖາບັນການເງິນຈຸລະພາກ, ການໃຫ້ບໍລິການຝາກ/ຖອນ ໃຫ້ລູກຄ້າຂອງທະນາຄານພັດທະນາລາວ; ແນ່ໃສ່ສ້າງຄວາມສະດວກສະ ບາຍໃຫ້ແກ່ພະນັກງານ ແລະ ລູກຄ້າສອງຝ່າຍ ໃຫ້ສາມາດດໍາເນີນທຸລະກິດທາງດ້ານການເງິນໄດ້ສະດວກ, ພ້ອມທັງຍັງເປັນການກະຕຸ້ນລູກຄ້າໃຫ້ເຂົ້າມາໃຊ້ບໍລິການຫຼາຍຂຶ້ນ.

ໂອກາດນີ້, ທ່ານ ປອ. ອາຄົມ ປຣະເສີດ ຜູ້ອໍານວຍການໃຫຍ່ ທພລ ກ່າວວ່າ: ທະນາຄານພັດທະນາລາວ ສ້າງຕັ້ງຂຶ້ນໃນວັນທີ 09 ເມສາ 2003 ປັຈຸບັນມີສໍານັກງານໃຫຍ່ຕັ້ງຢູ່ນະຄອນຫຼວງວຽງຈັນ, ມີສາຂາທັງຫມົດ 18 ສາຂາ 80 ຫນ່ວຍບໍລິການ ແລະ 18 ໜ່ວຍແລກປ່ຽນ ແລະ ມີຕູ້ ATM ທັງໝົດ 265 ຕູ້ ໃນທົ່ວປະເທດ. ຄຽງຄູ່ກັນນັ້ນ, ຍັງມີລະບົບ Mobile Banking ທີ່ເອີ້ນວ່າ (LDB Trust) ທີ່ສາມາດຊໍາລະສະສາງຄ່າສາທາລະນູປະໂພກຕ່າງໆ, ຄ່າໂທລະສັບ, ຊື້ຫວຍ, ຊໍາລະອາກອນ, ຊໍາລະ ສິນເຊື່ອ AEON, KOLAO, ກວດຜົນຫວຍ ແລະ ອື່ນໆ.

ນອກນັ້ນ, ຍັງມີບໍລິການບັດ Debit Union Pay, ທພລ ເປັນທະນາຄານທໍາອິດໃນລາວທີ່ຍົກລະດັບການໃຫ້ບໍລິການບັດ ATM ພາຍໃນຈາກບັດທີ່ເປັນແບບແຖບແມ່ເຫຼັກ ມາເປັນບັດ Chip ແລະ ເປັນທັງບັດສາກົນໃນບັດດຽວມີການຮອງຮັບການຊໍາລະສະສາງຈາກລູກຄ້າທັງພາຍໃນ ແລະ ຕ່າງປະເທດຜ່ານເຄື່ອງຮູດບັດ EDC ມີລະບົບຮອງຮັບການຊໍາລະອາກອນຜ່ານລະບົບ Easy Tax ຂອງ ທພລ; ບໍລິການເບີກຈ່າຍງົບປະມານຜ່ານລະບົບທະນາຄານ (Smart Cash) ໃຫ້ບໍລິການຜະລິດຕະພັນໃຫມ່ທີ່ມີຊື່ວ່າ Lao National Single Window ເຊິ່ງເປັນລະບົບຮັບແຈ້ງເສຍພາສີນໍາເຂົ້າຜ່ານລະບົບທະນາ ຄານ ແລະ ສະໜອງລະບົບການບໍລິການທີ່ເອີ້ນວ່າ Easy Pass ເພື່ອຮອງຮັບການຊໍາລະຄ່າທໍານຽມຕ່າງໆຢູ່ບັນດາດ່ານໃນ ສປປ ລາວ.

ເວົ້າສະເພາະ, ການຮ່ວມມືກັບສະຖາບັນການເງິນນັບແຕ່ປີ 2018 ກໍ່ໄດ້ມີການເຊັນສັນຍາຮ່ວມມືກັບຫຼາຍສະຖາບັນ. ຫຼ້າສຸດ ໄດ້ຮ່ວມກັບສະມາຄົມການເງິນຈຸລະພາກພ້ອມດ້ວຍສະມາຊິກ 7 ແຫ່ງ ເຊັນສັນຍາຮ່ວມມື ເພື່ອສະຫນອງການບໍລິການຂອງ ທພລ ໃຫ້ເຂົ້າເຖິງພະນັກງານຂອງສະມາຄົມ ກໍ່ຄືພະນັກ ງານ ແລະ ລູກຄ້າຂອງສະຖາບັນການເງິນທີ່ເປັນສະມາຊິກຂອງສະມາຄົມ.

ຂໍ້ມູນຂອງສະມາຄົມການເງິນຈຸລະພາກ ຍັງໃຫ້ຮູ້ຕື່ມອີກວ່າ: ສໍາລັບຂອບເຂດການຮ່ວມມືໃນຄັ້ງນີ້ປະກອບມີ: ການໂອນເງິນເດືອນພະນັກງານຜ່ານລະບົບຂອງ ທພລ; ການເປີດບັນຊີ ແລະ ອອກບັດ ATM ໃຫ້ກັບລູກຄ້າຂອງສະຖາບັນການເງິນທີ່ຢູ່ໃນສະມາຄົມ; ບໍລິການຮັບຊໍາລະຄ່າງວດຈາກລູກຄ້າຂອງສະຖາບັນຜ່ານຊ່ອງທາງປ່ອງບໍລິການ, Auto Debit ແລະ LDB Trust ແລະ ເປັນຕົວແທນຝາກ/ຖອນເງິນ (LDB Agency) ຂອງ ທພລ ເຊິ່ງທັງສອງຝ່າຍຍັງຈະສືບຕໍ່ຮ່ວມກັນ ໂດຍສະເພາະແມ່ນການຫັນເອົາທຸກການຊໍາລະສະສາງໃນລະບົບຂອງມາຜ່ານລະບົບທະນາຄານ.

ພິທີດັ່ງກ່າວ, ຈັດຂຶ້ນໃນວັນທີ 10 ກັນຍາ 2020 ຜ່ານມາ, ທີ່ສໍານັກງານໃຫຍ່ທະນາຄານພັດທະ ນາລາວ ເຊິ່ງເປັນການລົງນາມຮ່ວມກັນຂອງທ່ານ ສູນທອນ ສິນທະປະເສີດ ຮອງຜູ້ອໍານວຍການໃຫຍ່ ທພລ, ທ່ານ ນາງ ປະມວນ ເພັດທານີ ຜູ້ອໍານວຍການສະມາຄົມການເງິນຈຸລະພາກ ພ້ອມດ້ວຍ 7 ສະຖາບັນການເງິນໄດ້ແກ່:

ທ່ານ ນາງ ພອນສຸດາ ອວງຈະເລີນ ຜູ້ອໍານວຍການສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ສະເຫຼີມສຸກ;

ທ່ານ ຄຳພັນ ຊະນະພັນ ຜູ້ອໍານວຍການສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ສະສົມຊັບ;

ທ່ານ ອຸເປກຂາ ບຸດທະລາດ ຮອງອໍານວຍການສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ບີດີພີ;

ທ່ານ ທິລະພົນ ໂກສີພັນ ຜູ້ອໍານວຍການ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ດອກຄູນ ຈໍາກັດ;

ທ່ານ ແກ້ວປະເສີດ ສີໄຊ ຜູ້ອໍານວຍການ ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ໄຊທານີ;

ທ່ານ ວິລະກອນ ຈັນທະວົງສາ ຜູ້ອໍານວຍການ ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ແອວເອທີ;

ທ່ານ ນາງ ຂັນສະແຫວງ ພິມມະສອນ ຜູ້ອໍານວຍການສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ໄພສານລ້ານຊ້າງ.

ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ທ່ານ ປອ. ອາຄົມ ປຣະເສີດ ຜູ້ອໍານວຍການໃຫຍ່ ທພລ ແລະ ທ່ານ ນາງ ຂັນມະນີ ສຸທໍາມະວົງ ຮອງປະທານສະພາບໍລິຫານສະມາຄົມການເງິນຈຸລະພາກ, ທ່ານ ພັນທະບູນ ໄຊຍະເພັດ ຮອງຫົວຫນ້າກົມຄຸ້ມຄອງສະຖາບັນການເງິນ ທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍແຂກຖຶກເຊີນທັງສອງຝ່າຍເຂົ້າຮ່ວມ.