ສຸດເສົ້າ! ອາໄລຮັກແດ່ ແອນ້ອຍ ນິພົນ ເຈົ້າຂອງຫຼາຍຜົນງານເພງດັງ ເສຍຊີວິດແລ້ວມື້ນີ້

288

ນັບວ່າເປັນຂ່າວເສົ້າສ້າງຕົກໃຈໃຫ້ກັບແຟນເພງບໍ່ໜ້ອຍ ສໍາລັບຂ່າວອາການປ່ວຍຂອງ ແອນ້ອຍ ນິພົນ ເຈົ້າຂອງຫຼາຍຜົນງານເພງດັງໃນລາວ.

ໂດຍຜູ້ກ່ຽວປ່ວຍເປັນມະເຮັງທໍ່ນໍ້າບີ ປິ່ນປົວມາຫຼາຍປີແລ້ວແຕ່ກໍ່ບໍ່ມີທ່າທີດີຂຶ້ນ ແລະ ຫຼ້າສຸດ ມື້ນີ້ ວັນທີ 16 ກັນຍາ 2020 ແຟນເພງທົ່ວປະເທດຕ້ອງເສົ້າ ເມື່ອມີຂ່າວວ່າແອນ້ອຍ ນິພົນ ເສຍຊີວິດແລ້ວ.

ກ່ອນໜ້ານີ້ບໍ່ດົນ ໃນຊ່ວງທ້າຍເດືອນ ກໍລະກົດ 2020 ເມື່ອແຟນເພງ ແລະ ໝູ່ເພື່ອນຮ່ວມວົງການ ໄດ້ຮັບຮູ້ເຖິງອາການປ່ວຍຂອງອາຈານແອນ້ອຍ ນິພົນ ທຸກຄົນລ້ວນພ້ອມໃຈເຂົ້້າມາຊ່ວຍເຫຼືອ ໂດຍສະເພາະແມ່ນການຈັດຄອນເສີດການກຸສົນ ລະດົມທຶນຊ່ວຍເຫຼືອຜູ້ກ່ຽວ.

ເຖິງຢ່າງໃດກໍ່ຕາມ ໃນໄລຍະຜ່ານມາ ທາງຄອບຄົວຂອງເພິ່ນກໍ່ໄດ້ພະຍາຍາມເຮັດທຸກວິທີທາງເພື່ອປິ່ນປົວໃຫ້ພະຍາດນີ້ຫາຍຂາດຈາກເພິ່ນ ແຕ່ແລ້ວມັນກໍ່ບໍ່ເປັນຜົນເມື່ອມື້ນີ້ ອາຈານແອນ້ອຍໄດ້ສູ້ມາດົນ ຈົນບໍ່ມີແຮງສູ້ຕໍ່ ແລະ ເພິ່ນກໍ່ໄດ້ຈາກພວກເຮົາໄປແລ້ວຢ່າງສະຫງົບ, ຍັງຄົງເຫຼືອໄວ້ພຽງ ທຸກຜົນງານເພງທີ່ເພິ່ນສ້າງໄວ້ ເຊື່ອວ່າຈະຢູ່ໃນຄວາມຊົງຈໍາຂອງແຟນເພງຕະຫຼອດໄປ.

ໃນໂອກາດນີ້ ແອັດມິນພ້ອມທີມຂ່າວເສດຖະກິດການຄ້າຂອງພວດເຮົາຂໍສະແດງຄວາມເສຍໃຈມາຍັງຄອບຄົວ ຕໍ່ການຈາກໄປຂອງອາຈານ ແອນ້ອຍ ນິພົນ ດ້ວຍ.