ອົງການອາຫານໂລກ ສະໜັບສະໜູນເຕັ້ນສາງ ເພື່ອຮັບມືກັບເຫດການສຸກເສີນ

98

ອົງການອາຫານໂລກ ປະຈໍາ ສປປ ລາວ ໄດ້ມອບເຕັ້ນສາງ ( ສາງເຄື່ອນທີ່ ) ຈຳນວນ 4 ຊຸດ ມູນຄ່າ 59.600 ໂດລາສະຫະລັດ ໃຫ້ແກ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ).

ສາງເຄື່ອນທີ່ເຫຼົ່ານີ້ສາມາດນຳເອົາອອກມາຕິດຕັ້ງໄດ້ຢ່າງວ່ອງໄວ ເຊິ່ງແຕ່ລະເຕັ້ນສາງ ສາມາດບັນຈຸເຄື່ອງ ແລະ ອຸປະກອນບັນເທົາທຸກໄດ້ເຖິງ 500 ໂຕນ ເທົ່າກັບເປົາເຂົ້າ 50 ກິໂລ 10.000 ເປົາ, ສາງເຄື່ອນເຫຼົ່ານີ້ສາມາດສ້າງເປັນສູນໂລຈິສຕິກ ທີ່ພ້ອມໃຊ້ງານໄດ້ໃນກໍລະນີທີ່ມີຄວາມຈຳເປັນຕ້ອງໃຊ້ເປັນສູນປະຕິບັດງານພາກສະໜາມໃນກໍລະນີຈຳເປັນ.

ພິທີມອບ – ຮັບດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 14 ກັນຍາ 2020 ທີ່ກະຊວງ ຮສສ ຕາງໜ້າມອບສາງຄັ້ງນີ້ໂດຍ ທ່ານ ຢານ ເດວບາເລີ ຜູ້ອຳນວຍການ ແລະ ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວ, ຕາງໜ້າຮັບໂດຍ ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ ທັງເປັນຫົວໜ້າກອງເລຂາ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ກະຊວງ ຮສສ.

ທ່ານ ວິໄລພົງ ກ່າວວ່າ: ສາງດັ່ງກ່າວນີ້ຈະມີອຸປະກອນທີ່ອຳນວຍຄວາມສະດວກໃນການຈັດເກັບເຄື່ອງມື ແລະ ອຸປະກອນບັນເທົາທຸກ ເຊັ່ນ: ປະເພດອາຫານ ແລະ ອຸປະກອນດ້ານ ຄວາມປອດໄພ ທີ່ຈະໄດ້ຮັບການເກັບມ້ຽນຢ່າງປອດໄພປາສະຈາກຄວາມເສຍຫາຍອື່ນໆ.

ຜ່ານມາທາງອົງການອາຫານໂລກ ກໍໄດ້ມີການມອບ ແລະ ຕິດຕັ້ງໄປກ່ອນໜ້ານີ້ ຈໍານວນ 4 ຊຸດ ຢູ່ທີ່ແຂວງອັດຕະປື, ເຊກອງ, ຄຳມ່ວນ ແລະ ອຸດົມໄຊ ເຊິ່ງລວມທັງໝົດ 8 ຊຸດ ທີ່ທາງອົງການອາຫານໂລກໄດ້ມອບໃຫ້ກັບລັດຖະບານ ສປປ ລາວ.

( ຂ່າວສານ ຮສສ )