ສ້ອມແປງຂົວຫ້ວຍກົກຕານ ຈຸດສຸມໂນນມີໄຊ

190

ທ່ານ ຄຳແພງ ເພັດທຸມພອນ ເຈົ້າເມືອງອາດສະພອນ ພ້ອມຄະນະ ໄດ້ລົງຕິດຕາມຂະບວນການສ້ອມແປງຂົວຫ້ວຍກົກຕານ 1 ແລະ 2 ຢູ່ບ້ານໂນນມີໄຊ ຈຸດສຸມໂນນມີໄຊ ເມືອງອາດສະພອນ ໃນວັນທີ 10 ກັນຍາຜ່ານມາ; ມີຄະນະພັກ – ຄະນະບັນຊາ ແລະ ກຳລັງອ້າຍນ້ອງທະຫານກອງພັນ 94, ຄະນະ ປກສ ກຸ່ມບ້ານທີ VIII ພ້ອມດ້ວຍການຈັດຕັ້ງ ແລະພໍ່ແມ່ປະຊາຊົນຊາວບ້ານໂນນມີໄຊ ເຂົ້າຮ່ວມສ້ອມແປງທັງໝົດ 143 ຄົນ ຍິງ 27 ຄົນ.

ຂົວດັ່ງກ່າວແມ່ນຕັ້ງຢູ່ສາຍທາງເລກທີ 10. ໃນນີ້, ຂົວຫ້ວຍກົກຕານ 1 ມີຄວາມຍາວ 13 ແມັດ ກວ້າງ 5 ແມັດ ເຊິ່ງໄດ້ປ່ຽນໄມ້ຮອງລໍ້ໃໝ່. ສ່ວນຂົວຫ້ວຍກົກຕານ 2 ມີ ຄວາມຍາວ 12 ແມັດ, ກວ້າງ 5 ແມັດ ໄດ້ປ່ຽນຖ່າຍໄມ້ຂາງຂົວ, ແປ້ນປູພື້ນຂົວ, ແປ້ນຮອງລໍ້ໂຕທີ່ໃຊ້ງານບໍ່ໄດ້ອອກ ພ້ອມທັງຂຸດດິນຖົມສົ້ນຂົວ, ມີມູນຄ່າໃນການສ້ອມແປງຂົວສອງແຫ່ງດັ່ງກ່າວຈຳນວນ 4 ລ້ານກວ່າກີບ. ເຊິ່ງໄດ້ມາຈາກການປະກອບສ່ວນຈາກຜູ້ປະກອບການທຸລະກິດຄ້າ-ຂາຍ, ຮ້ານສ້ອມແປງໃນເຂດຈຸດສຸມໂນນມີໄຊ ແລະ ລົດໂດຍສານປະຈຳສາຍທາງເລກ 10.

ການສ້ອມແປງຂົວດັ່ງກ່າວ ກໍເພື່ອແກ້ໄຂຄວາມຫຍຸ້ງຍາກລຳບາກໃນການສັນຈອນໄປ – ມາຂອງພໍ່ແມ່ປະຊາຊົນ, ນັກທຸລະກິດພໍ່ຄ້າຊາວຂາຍ, ນ້ອງນັກຮຽນຕະຫຼອດຮອດມວນຊົນທົ່ວໄປທີ່ເດີນທາງຜ່ານໄດ້ຮັບຄວາມສະດວກສະບາຍຂຶ້ນກວ່າເກົ່າ.