ແຂວງວຽງຈັນ ເອົາໃຈໃສ່ບັນຫາສິ່ງແວດລ້ອມຢູ່ບໍລິສັດນ້ຳລີກ

192

ໃນທ້າຍອາທິດທີ່ຜ່ານມາ ຄະນະກຳມະການຄຸ້ມຄອງສິ່ງແວດລ້ອມ ແຂວງວຽງຈັນ ນຳໂດຍ ທ່ານ ບົວພັນ ສີວົງໄຊ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຕາງໜ້າຂະແໜງການກ່ຽວຂ້ອງຂັ້ນແຂວງ ໄດ້ລົງມາສົມທົບກັບອົງການປົກຄອງເມືອງເຟືອງ ຕາງໜ້າໂດຍ ທ່ານ ອາດ ວິໄລພົນ ຫົວໜ້າຫ້ອງວ່າການເມືອງ ພ້ອມດ້ວຍຄະນະກຳມະການຄຸ້ມຄອງສິ່ງແວດລ້ອມຂັ້ນເມືອງ.

ຈຸດປະສົງເພື່ອລົງມາຈັດກອງປະຊຸມປຶກສາຫາລື ຮ່ວມກັບບໍລິສັດທັງເປັນການຕິດຕາມ ແລະ ຊຸກຍູ້ການປະຕິບັດພັນທະດ້ານສິ່ງແວດລ້ອມ ຂອງບໍລິສັດ ໄຟຟ້ານ້ຳລີກ 1 – 2 ຈຳກັດ ຢູ່ເມືອງເຟືອງແນໃສ່ສ້າງໃຫ້ບໍລິສັດນ້ຳລີກ 1 – 2 ນີ້ ກາຍເປັນໂຄງການຕົວແບບໃນການຄຸ້ມຄອງສິ່ງແວດລ້ອມ – ສັງຄົມໃນຕໍ່ໜ້າ.

ການລົງມາເຮັດວຽກຄັ້ງນີ້ຂອງຄະນະກຳມະການ ໄດ້ເອກະພາບກັນ ຄື: ໃຫ້ບໍລິສັດສຳເນົາເອກະສານບົດລາຍງານແຜນການຄຸ້ມຄອງສິ່ງແວດລ້ອມ – ສັງຄົມໃຫ້ພາກສ່ວນທີ່ກ່ຽວຂ້ອງ ເພື່ອຕິດຕາມກວດກາ, ບໍລິສັດມີຄວາມຍິນດີຮ່ວມມືກັບຄະນະກຳມະການໃນການສ້າງໂຄງການຕົວແບບ ໂດຍກຳນົດເອົາທຸກໆ 3 ເດືອນ ເປັນການເຄື່ອນໄຫວຂອງຄະນະກຳມະການ, ບໍລິສັດຕ້ອງໄດ້ເພີ່ມເວລາໃນການແຈ້ງເຕືອນກ່ອນ 2 – 3 ວັນ ໃຫ້ອົງການປົກຄອງເມືອງ, ບ້ານ ໄດ້ຮັບຮູ້ກ່ອນການປິດ – ເປີດນ້ຳ.

ເພື່ອຫຼີກລຽງຜົນກະທົບ ຕໍ່ລະບົບນິເວດວິທະຍາຊີວະນາໆພັນ, ການພັດທະນາແຫຼ່ງທ່ອງທ່ຽວ ແລະ ການດຳລົງຊີວິດຂອງປະຊາຊົນລຽບຕາມສາຍນ້ຳລີກ ແລະ ສຸດທ້າຍຄະນະກຳມະການ ແລະ ບໍລິສັດຍັງໄດ້ເອກະພາບກັນຄົ້ນຄວ້າເນື້ອທີ່ດິນ ເພື່ອຮອງຮັບການປູກຕົ້ນໄມ້ຕາມແຜນຂອງບໍລິສັດເປັນການຟື້ນຟູ ແລະ ສ້າງຄວາມສົມດຸນໃຫ້ທຳມະຊາດມີຄວາມອຸດົມສົມບູນ ແລະ ຍືນຍົງ.