ລາວລີກ 1 ປີນີ້ ໃກ້ຈະຮູ້ຜົນແລ້ວເມື່ອ ລາວໂຕໂຢຕ້າ ຮັກສາສະຖິຕິເກັ່ງໄວ້ໄດ້, ຫຼັງມາສເຕີ 7 ສະດຸດ

83

ການແຂ່ງຂັນລີກສູງສຸດຂອງ ສປປ ລາວ ດໍາເນີນມາຮອດໂຄ້ງສຸດທ້າຍແລ້ວ ໂດຍອາທິດທີ່ຜ່ານມາເປັນການແຂ່ງຂັນອາທິດທີ 10 ປາກົດວ່າມີຫຼາຍສິ່ງທີ່ໜ້າສົນໃຈເກີດຂຶ້ນ ເຊິ່ງຄູ່ບິກແມັດເປັນ ລາວໂຕໂຢຕ້າ ເອັຟຊີ ພົບກັບ ເອັສຣາ ເອັຟຊີ ຫຼັງນັດທໍາອິດຮອບຂາໄປ ແຊັມເກົ່າເອົາຊະນະໄປຫວຸດຫວິດ 2 – 1 ຈັດທີມເກັ່ງຢ່າງ ໂກເມສ ຄອສຕ້າ ( LAERCIO GOMES COSTA ) ກອງໜ້າຊາວບຣາຊິນ ກັບ ກາຊູ ໂຮມມະ ກອງໜ້າຊາວຍີ່ປຸ່ນ ດາວຍິງສູງສຸດໃນລີກສູງສຸດຂອງ ສປປ ລາວ ຕະຫຼອດການ.

ປາກົດວ່ານັດນີ້ ລາວໂຕໂຢຕ້າ ເອັຟຊີ ໄດ້ປະຕູຂຶ້ນນໍາຢ່າງໄວວາຈາກ ໂກເມສ ຄອສຕ້າ ນາທີໆ 2, ແຕ່ເກມຫຼັງຈາກນັ້ນ ເອັສຣາ ເອັຟຊີ ສູ້ໄດ້ດີ ໂດຍສະເພາະເກມບຸກໃນໄລຍະທ້າຍເກມ, ແຕ່ຍັງບໍ່ສາມາດເຈາະກອງຫຼັງອັນແຂງແກ່ນຂອງແຊັມເກົ່າໄດ້ ກ່ອນທີ່ ລາວໂຕໂຢຕ້າ ເອັຟຊີ ຈະໄດ້ 3 ປະຕູລຽນຕິດຈາກ ໂກເມສ ຄອສຕ້າ 2 ປະຕູນາທີໆ 86 ກັບ 90+2 ແລະ ກາຊູ ໂຮມມະ ນາທີໆ 88 ເອົາຊະນະ ເອັສຣາ ເອັຟຊີ 4 – 0.

ສ່ວນອີກຄູ່ໜຶ່ງ ວຽງຈັນ ເອັຟຊີ ພົບກັບ ມາສເຕີ 7 ເອັຟຊີ ປາກົດວ່າ: ແຟນບານ ມາສເຕີ 7 ເອັຟຊີ ຕ້ອງທໍາໃຈໄວລ່ວງໜ້າໄປເລີຍເມື່ອຈົບການແຂ່ງຂັນສະເໝີກັນ 3 – 3 ໂດຍເປັນ ວຽງຈັນ ເອັຟຊີ ຂຶ້ນນໍາໄປກ່ອນ 1 – 0 ກ່ອນທີ່ ມາສເຕີ 7 ເອັຟຊີ ຈະພິກຂຶ້ນນໍາ 3 – 2 ແຕ່ໃນໄລຍະຕໍ່ເວລາພິເສດກັບມາເສຍຈຸດໂທດ ເຮັດໃຫ້ ວຽງຈັນ ເອັຟຊີ ຕີສະເໝີ 3 – 3.

ຈາກຜົນດັ່ງກ່າວ ເຮັດໃຫ້ ລາວໂຕໂຢຕ້າ ເອັຟຊີ ເກັບເພີ່ມເປັນ 23 ຄະແນນຈາກການລົງສະໜາມທີ 9 ຈໍ່ຈະປ້ອງກັນແຊັມໄດ້ສໍາເລັດ ( ໄດ້ແຊັມ 4 ສະໄໝແລ້ວຄື 2015, 2017, 2018 ແລະ 2019 ) ໜີຫ່າງມາສເຕີ 7 ເອັຟຊີ 4 ຄະແນນແລ້ວ ທັງທີ່ເຫຼືອການແຂ່ງຂັນພຽງ 3 ນັດ. ພ້ອມນັ້ນ, ກັບມີລາຍການແຂ່ງຂັນທີ່ເຫຼືອເບົາກວ່າຄືພົບກັບ ວຽງຈັນ ເອັຟທີ, ວຽງຈັນ ເອັຟຊີ ແລະ ປກສ ເອັຟຊີ, ສ່ວນ ມາສເຕີ 7 ເອັຟຊີ ມີງານໜັກລໍຖ້າຢູ່ຄືພົບກັບ ເອັສຣາ, ຊ້າງນ້ອຍ ແລະ ວຽງຈັນ ເອັຟທີ ໃນ 3 ນັດສຸດທ້າຍ.

[ ຂ່າວ: ຄໍາສອນ; ຮູບ: ສອນໄຊ ]