ຮູ້ຈັກ ສົມໄຊ ແກ້ວຫານາມ ກອງໜ້າຕົວຄວາມຫວັງຂອງ ຊ້າງນ້ອຍ ເອັຟຊີ ໃນການລຸ້ນຕິດ 1 ໃນ 3

131

ການແຂ່ງຂັນ ເປບຊີ ລາວລີກ 1 ອາທິດທີ່ຜ່ານມາ ຊ້າງນ້ອຍ ເອັຟຊີ ໄດ້ພັກການແຂ່ງຂັນ ເພື່ອຫຼີກທາງໃຫ້ 6 ສະໂມສອນໄດ້ວັດກັນຕາມລາຍການແຂ່ງຂັນ. ດັ່ງນັ້ນ, ມື້ນີ້ທາງທີມຂ່າວ ເສດຖະກິດ-ການຄ້າ ຈິ່ງນໍາເອົານັກເຕະທີ່ຟອມກໍາລັງຮ້ອນແຮງຂອງ ຊ້າງນ້ອຍ ເອັຟຊີ ຢ່າງ ສົມໄຊ ແກ້ວຫານນາມ ເຊິ່ງເປັນກອງໜ້າຄວາມຫວັງຂອງທີມມາແນະນໍາໃຫ້ທ່ານໄດ້ຮູ້ຈັກນໍາກັນ.

ສົມໄຊ ແກ້ວຫານາມ ເລົ່າວ່າ: ຈຸດເລີ່ມຕົ້ນຂອງການເປັນນັກເຕະກໍເລີ່ມຈາກເດັກນ້ອຍບ້ານນອກ ທີ່ເຕະບານ ຢູ່ຕາມທົ່ງໄຮ່ທົ່ງນາເລີ່ມຈາກໝາກບານຮົ່ວທີ່ບໍ່ມີລົມ ກ່ອນຈະຍ້າຍຈາກບ້ານເກີດຂຶ້ນມາຢູ່ອີກບ້ານໜຶ່ງໃນແຂວງຈາປາສັກ ເພື່ອມາຮຽນ ກ່ອນຈະໄດ້ເຂົ້າໄປຮຽນເຕະບານກັບທີມ ໄກຍະລາດ ( ສອນຟຣີ ) ເມື່ອເຈົ້າຂອງທີມໄດ້ເອີ້ນໄປຕິດທີມ ແລະ ໄດ້ໄປແຂ່ງຂັນກັບຫຼາຍທີມ ຈົນສາມາດຕິດທີມຂອງໂຮງຮຽນ ຕອນຮຽນຢູ່ ປ 4 ເຊິ່ງມີແຮງພັກດັນຈາກນ້າບ່າວທີ່ເຄີຍໄປເຕະຢູ່ປະເທດໄທ.

“ ເລີ່ມຕິດທີມຊາດລາວ ນັບຕັ້ງແຕ່ຂຶ້ນມາຮຽນຢູ່ ນະຄອນຫຼວງວຽງຈັນ ຫຼັງເຂົ້າມາຢູ່ສູນເອັສຣາ ເອັຟຊີ ເຊິ່ງກໍສາມາດຕິດທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ປີ, 19 ປີ, 21 ປີ ແລະ ຊຸດໃຫຍ່. ຜ່ານມາເຄີຍໄປແຂ່ງຂັນລະດັບຊາດ ແລະ ໄດ້ແຂ່ງຂັນກັບນັກເຕະຕ່າງປະເທດ ເຫັນວ່າ ພວກເຂົາເປັນຄູ່ແຂ່ງທີ່ດີຫຼາຍ ເພາະພວກເຂົາມີການທຸ້ມເທ ແລະ ເຮັດສຸດຄວາມສາມາດໃນການຫຼິ້ນເພື່ອທີມ ເຊິ່ງບົດຮຽນໂຕນັ້ນກໍເຮັດໃຫ້ນ້ອງກັບມານໍາໃຊ້ໃນປັດຈຸບັນ ແນ່ນອນຄວາມຝັນຂອງນ້ອງກໍຢາກເປັນນັກເຕະອາຊີບ ແລະ ຮັບໃຊ້ທີມຊາດລາວ ຕໍ່ໆໄປ ເພື່ອໄດ້ແຊັມລາຍການໃດລາຍການໜຶ່ງ ເພື່ອພິສູດໃຫ້ຊາດອື່ນເຫັນວ່າ ປະເທດລາວ ກໍບໍ່ໜ້ອຍໜ້າ ແລະ ສາມາດສູ້ກັບປະເທດອື່ນໄດ້ເຊັ່ນກັນ ” ສົມໄຊ ກ່າວ.

ມາຮອດປັດຈຸບັນ ສົມໄຊ ກາຍເປັນນັກເຕະທີ່ໜ້າຕິດຕາມ ໃນວົງການບານເຕະເຮົາ ດ້ວຍຮູບຮ່າງທີ່ແຂງແຮງ ແລະ ມີຄວາມໄວ ເຊິ່ງໃນລາວລີກ 1 ລະດູການ 2020 ສົມໄຊ ຍິງໄປແລ້ວ 3 ປະຕູ ຄື: ຍິງໄດ້ 1 ປະຕູນັດທີ່ສະເໝີກັບ ເອັສຣາ ເອັຟຊີ 1-1 ແລະ ນັດຫຼ້າສຸດຍິງ 2 ປະຕູຊ່ວຍ ຊ້າງນ້ອຍ ເອັຟຊີ ຖະຫຼົ່ມ ວຽງຈັນ ເອັຟທີ 6-0. ນອກນັ້ນ, ສົມໄຊ ຍັງມີິສ່ວນຊ່ວຍໃຫ້ທີມໄດ້ຫຼາຍປະຕູໃນລາວລີກ 1 ປີນີ້ ຈົນເຮັດໃຫ້ ຊ້າງນ້ອຍ ເອັຟຊີ ສາມາດຍິງໄປ 20 ປະຕູແລ້ວຈາກ 9 ນັດ ຈົນມີລຸ້ນຕິດ 1 ໃນ 3 ລາວລີກ 1 ປີນີ້.

ສົມໄຊ ແກ້ວຫານາມ ໃຫ້ສໍາພາດຫຼັງຍິງ 2 ປະຕູຊ່ວຍ ຊ້າງນ້ອຍ ເອັຟຊີ ຖະຫຼົ່ມ ວຽງຈັນ ເອັຟທີ 6-0 ວ່າ: ແນ່ນອນການຫຼິ້ນໃຫ້ກັບ ຊ້າງນ້ອຍ ເອັຟຊີ ກໍຈະເຮັດໃຫ້ດີທີ່ສຸດໃຫ້ກັບທີມເຮົາທີ່ປຽບເໝືອນກັບຄອບຄົວ ເຊິ່ງຜົນງານຫຼ້າສຸດກໍດີໃຈຫຼາຍທີ່ສາມາດພາ ຊ້າງນ້ອຍ ເອັຟຊີ ເອົາຊະນະ ວຽງຈັນ ເອັຟຊີ;ປະຕູທີ່ຍິງໄດ້ກໍຄາຍຄວາມກົດດັນໄປຫຼາຍ ເພາະທີ່ຜ່ານມາຍິງປະຕູໄດ້ຍາກ, ແນ່ນອນນັດນີ້ພວກເຮົາຫຼິ້ນໄດ້ຕາມເກມທີ່ຄູຝຶກວາງໄວ້ໄດ້ດີ ແລະ ຜົນອອກມາກໍໜ້າປະທັບໃຈ, ສ່ວນນັດຕໍ່ໄປພວກເຮົາກໍພ້ອມ ແລະ ຈະເຮັດໃຫ້ເຕັມທີ່ເພື່ອໂອກາດຈົບອັນດັບໃຫ້ດີທີ່ສຸດ.

ສໍາລັບ ສົມໄຊ ເກີດວັນທີ 27 ກໍລະກົດ 1998 ທີ່ບ້ານຫົວແຊ ເມືອງບາຈຽງ ແຂວງຈໍາປາສັກ ເລີ່ມຕິດສະໂມສອນ ໄກຍະລາດ ປີ 2009-2010, ຂຶ້ນມາຫຼິ້ນໃຫ້ກັບ ເອັສຣາ ເອັຟຊີ ພ້ອມກັບ ຮຽນຢູ່ ມສ ສາທິດ ແລະ ມສ ນາຊາຍທອງ ລະຫວ່າງປີ 2011-2017 ເຊິ່ງເປັນຮຸ່ນນ້ອງຂອງ ສຸກອາພອນ ວົງຈຽງຄໍາ ກອງໜ້າທີມຊາດລາວ. ປັດຈຸບັນ ສົມໄຊ ແມ່ນຫຼິ້ນໃຫ້ກັບ ສະໂມສອນ ຊ້າງນ້ອຍ ເອັຟຊີ ນັບແຕ່ປີ 2018 ເປັນຕົ້ນມາ ພິເສດໃນປີ 2017 ສົມໄຊ ເປັນ 1 ໃນ 3 ນັກເຕະລາວ ທີ່ຄວ້າສິດໄປຝຶກຊ້ອມທີ່ປະເທດຍີ່ປຸ່ນ.