ປະຕິບັດຕາມນີ້! ປັບລາຄາຊີ້ນໝູ ຂາຍສູງສຸດບໍ່ເກີນໃຫ້ 44 ພັນກີບຕໍ່ກິໂລ

345

ພະແນກອຸດສາຫະກຳ ການຄ້ານະຄອນຫຼວງວຽງຈັນ ( ອຄ.ນວ ) ແຈ້ງປັບໂຄງສ້າງລາຄາຊີ້ນໝູ ໂດຍກໍານົດຂາຍໜ້າຂຽງສູງສຸດບໍ່ເກີນ 44 ພັນກີບຕໍ່ກິໂລ ເຊິ່ງເພີ່ມຂຶ້ນ 4 ພັນກີບ ຈາກລາຄາເດີມ.

ໃນວັນທີ 14 ກັນຍາ 2020 ອຄ.ນວ ອອກແຈ້ງການເລກທີ 1482/ອຄ.ນວ.ຄພນ ເຖິງຫົວໜ້າຫ້ອງການ ອຄ 9 ຕົວເມືອງ; ຫົວໜ່ວຍທຸລະກິດຕະຫຼາດ, ບັນດາຟາມລ້ຽງໝູ ( ຜູ້ຜະລິດໝູ ); ຜູ້ປະກອບການທຸລະກິດຊື້ສັດ – ຂາຍຊີ້ນ ( ນາຍຮ້ອຍ ), ຜູ້ຈຳໜ່າຍຊີ້ນໝູ ( ລູກຂຽງ ) ຕາມຮ້ານຄ້າແຜງລອຍໃນຕະຫຼາດ.

ແຈ້ງປັບລາຄາຂາຍຍົກ – ຂາຍຍ່ອຍຊີ້ນໝູຢູ່ນະຄອນຫຼວງວຽງຈັນ ໂດຍອີງຕາມດຳລັດເລກທີ 474/ນຍ ລົງວັນທີ 18 ພະຈິກ 2010 ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ອີງຕາມຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນນະຄອນຫຼວງວຽງຈັນ ສະບັບເລກທີ 0443/ຈນວ ລົງວັນທີ 14 ພຶດສະພາ 2018; ອີງຕາມມະຕິກອງປະຊຸມອົງການປົກຄອງນະຄອນຫຼວງ ວຽງຈັນ ກ່ຽວກັບການເຫັນດີຮັບຮອງເອົາການກຳນົດໂຄງປະກອບລາຄາຂາຍຍົກ – ຂາຍຍ່ອຍຊີ້ນໝູ ຄັ້ງວັນທີ 25 ສິງຫາ 2020.

ຫົວໜ້າພະແນກ ອຄ.ນວ ແຈ້ງມາຍັງທ່ານຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ 9 ຕົວເມືອງ, ຫົວໜ່ວຍທຸລະກິດຕະຫຼາດ, ບັນດາຟາມລ້ຽງໝູ ( ຜູ້ຜະລິດໝູ ), ຜູ້ປະກອບການທຸລະກິດຊື້ສັດ – ຂາຍຊີ້ນ ( ນາຍຮ້ອຍ ), ຜູ້ຈຳໜ່າຍຊີ້ນໝູ ( ລູກຂຽງ ) ຕາມຮ້ານຄ້າແຜງລອຍໃນຕະຫຼາດໃນນະຄອນຫຼວງວຽງຈັນ ດັ່ງນີ້:

1 ລາຄາຢືນໜ້າຟາມຊື້ – ຂາຍ ລາຄາສູງສຸດບໍ່ໃຫ້ເກີນ 26.000 ກີບຕໍ່ກິໂລ.

2 ລາຄາຂາຍຍົກໝູໝົດໂຕທີ່ໄດ້ຂ້າ, ຄົວ ແລະ ຊ້ຳແຫຼະ ເປັນຊີ້ນລວມ ນາຍຮ້ອຍສົ່ງເຖິງລູກຂຽງຮອດຕະຫຼາດ ລາຄາສູງສູດບໍ່ໃຫ້ເກີນ 31.000 ກີບຕໍ່ກິໂລ.

3 ລາຄາຂາຍຍ່ອຍຂອງລູກຂຽງ: ຊີ້ນໝູປະເພດ 1 ລາຄາສູງສູດ ບໍ່ໃຫ້ເກີນ 44.000 ກີບຕໍ່ກິໂລ; ຊີ້ນໝູປະເພດ 2 ລາຄາສູງສຸດ ບໍ່ໃຫ້ເກີນ 41.000 ກີບຕໍ່ກິໂລ.

ທັງນີ້, ການຈັດຕັ້ງປະຕິບັດແຈ້ງການສະບັບນີ້ແມ່ນເລີ່ມແຕ່ວັນທີ 15 ກັນຍາ 2010 ເປັນຕົ້ນໄປ ຈົນກວ່າຈະມີການປ່ຽນແປງ ແລະ ປ່ຽນແທນແຈ້ງການສະບັບເລກທີ 0224/ອຄ.ນວ.ຄພນ ລົງວັນທີ 30 ມັງກອນ 2020. ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ໃຫ້ເຂັ້ມງວດ.

ກ່ອນໜ້ານີ້ ອຄ.ນວ ອອກແຈ້ງການສະບັບເລກທີ 0224/ອຄ.ນວ.ຄພນ ລົງວັນທີ 30 ມັງກອນ 2020 ຄື: ກຳນົດລາຄາໝູຢືນໜ້າຟາມຊື້ – ຂາຍລາຄາສູງສຸດບໍ່ໃຫ້ເກີນ 23.500 ກີບຕໍ່ກິໂລ ; ລາຄາຂາຍຍົກໝູໝົດໂຕທີ່ໄດ້ຂ້າ, ຄົວ ແລະ ຊ້ຳແຫຼະ ເປັນຊີ້ນລວມ ນາຍຮ້ອຍສົ່ງເຖິງລູກຂຽງຮອດຕະຫຼາດ ລາຄາສູງສູດບໍ່ໃຫ້ເກີນ 28.500 ກີບຕໍ່ກິໂລ; ລາຄາຂາຍຍ່ອຍຂອງລູກຂຽງ: ຊີ້ນໝູປະເພດ 1 ລາຄາສູງສູດ ບໍ່ໃຫ້ເກີນ 40.000 ກີບຕໍ່ກິໂລ.