ການກໍ່ສ້າງຊົນລະປະທານນ້ຳຂວາງ ຄືບໜ້າ 31%

195

ໂຄງການກໍ່ສ້າງຊົນລະປະທານ ນ້ຳຂວາງ ບ້ານເມືອງນາ ເມືອງກວັນ ແຂວງຫົວພັນ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນກຸມພາ ປີ 2016 ປັດຈຸບັນຄືບໜ້າແລ້ວ 31% ຂອງໜ້າວຽກທັງໝົດ ໂຄງການນີ້ເປັນໂຄງການລົງທຶນຂອງລັດຖະບານລາວ 100% ເພື່ອພັດທະນາດ້ານພື້ນຖານໂຄງລ່າງໃນການຜະລິດກະສິກຳ.

ວັນທີ 14 ກັນຍາ 2020 ພະແນກກະສິກຳ ແລະ ປ່າໄມ້ແຂວງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ລົງກວດກາຄວາມຄືບໜ້າໂຄງການກໍ່ສ້າງຊົນລະປະທານນ້ຳຂວາງ ນຳໂດຍ ທ່ານ ກອນໄທ ແກ້ວນະຄອນ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີທ່ານ ດາວເພັດ ພົມສຸວັນ ເຈົ້າເມືອງກວັນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການກໍ່ສ້າງຊົນລະປະທານນ້ຳຂວາງ ເລີ່ມລົງມືກໍ່ສ້າງມາແຕ່ເດືອນກຸມພາ ປີ 2016 ປັດຈຸບັນຄືບໜ້າແລ້ວ 31% ຂອງໜ້າວຽກທັງໝົດ ໂຄງການນີ້ເປັນການລົງທຶນຂອງລັດຖະບານລາວ 100% ເພື່ອພັດທະນາດ້ານພື້ນຖານໂຄງລ່າງໃນການຜະລິດກະສິກຳ ມູນຄ່າການກໍ່ສ້າງ 29 ຕື້ 800 ລ້ານກີບ ໂດຍແມ່ນ ບໍລິສັດ ດາວວຽງ ກໍ່ສ້າງ ແລະ ສ້ອມແປງຊົນລະປະທານ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງໜ້າວຽກທີ່ຈັດຕັ້ງປະຕິບັດແມ່ນກໍ່ສ້າງຫົວງານ ເປັນຝາຍເບຕົງເສີມເຫຼັກມີລວງກວ້າງ 28 ແມັດ, ສູງ 4 ແມັດເຄິ່ງ ແລະ ມີລວງຍາວຕາມແລວນໍ້າ 17 ແມັດ; ທະລຸແລວຄອງເໝືອງມີຄວາມຍາວທັງໝົດ 10 ພັນ 500 ແມັດ ຜ່ານການກວດກາຂອງຄະນະຄຸ້ມຄອງໂຄງການ ເຫັນວ່າລະບົບຫົວງານມີຄວາມຄືບໜ້າແລ້ວ 98% ແລະ ລະບົບຄອງເໜືອງ ສາມາດທະລຸໄດ້ 6 ພັນແມັດ ຫຼື ເທົ່າ 21%.

ຄາດວ່າໂຄງການກໍ່ສ້າງຊົນລະປະທານນ້ຳຂວາງ ຈະໄດ້ໃຫ້ສໍາເລັດ ແລະ ເປີດນໍາໃຊ້ໃນປີ 2022 ຫາກໂຄງການນີ້ສໍາເລັດແມ່ນຈະສາມາດເອົານໍ້າເຂົ້າຫົດເນື້ອທີ່ນາໄດ້ 256 ເຮັກຕາ.

( ຂ່າວ – ຮູບ: ນ. ສຸນິສາ ພ/ນກະສິກຳ ແລະ ປ່າໄມ້ແຂວງຫົວພັນ )