ລາວລີກ 2 ໄດ້ແລ້ວ 4 ທີມສຸດທ້າຍ ຫຼັງ ກອງທັບ ເອັຟຊີ ກັບ ເຄພີເອັສ ເອັຟຊີ ເກັບໄຊຊະນະນັດສົ່ງທ້າຍ

205

ການແຂ່ງຂັນອາທິດສຸດທ້າຍຂອງບານເຕະ ລາວລີກ 2 ຈັດຂຶ້ນໃນທ້າຍອາທິດທີ່ຜ່ານມາ ໂດຍຍັງເຫຼືອອີກ 2 ສິດຫຼັງກ່ອນໜ້ານີ້ ເອັສທີທີ ເອັຟຊີ ຄອດກໍ ເມືອງຮາດ ຢູໄນເຕັດ ເຂົ້າຮອບໄປກ່ອນແລ້ວໃນຖານະແຊັມ ແລະ ຮອງແຊັມກຸ່ມ B ຕາມລໍາກັບ, ສ່ວນກຸ່ມ A ຕ້ອງມາຕັດສິນນັດສຸດທ້າຍໃນອາທິດທີ່ຜ່ານມາ ເນື່ອງຈາກມີ 4 ທີມທີ່ມີຄະແນນໃກ້ຄຽງກັນນໍາໂດຍ ກອງທັບ ເອັຟຊີ ມີ 11 ຄະແນນເທົ່າກັບ ນະຄອນຫຼວງ ເອັຟຊີ, ສ່ວນ ເຄພີເອັສ ເອັຟຊີ ມີຄະແນນເທົ່າກັນ ເຮັສບີທີ 941 ເອັຟຊີ.

ໂດຍນັດສຸດທ້າຍ ກອງທັບ ເອັຟຊີ ສາມາດເອົາຊະນະ ເຮັສບີທີ 941 ເອັຟຊີ 3-0, ສ່ວນ ເຄພີເອັສ ເອັຟຊີ ສາມາດເອົາຊະນະ ນະຄອນຫຼວງ ເອັຟຊີ 3-1 ເຮັດໃຫ້ ກອງທັບ ເອັຟຊີ ກອດຄໍ ເຄພີເອັສ ເອັຟຊີ ເຂົ້າຮອບຮອງຊະນະເລີດເປັນ 2 ທີມສຸດທ້າຍ ໃນພານະແຊັມ ແລະ ຮອງແຊັມກຸ່ມ ຕາມລໍາດັບ.

ສໍາລັບ ຮອບຮອງຊະນະເລີດ ແມ່ນແຂ່ງຂັນ 2 ນັດໄປ-ກັບ (Championship Format), ສ່ວນການແຂ່ງຂັນຊີງອັນດັບທີ 3 ແລະ ຊີງຊະນະເລີດແມ່ນແຂ່ງຂັນແບບນັດດຽວ.
ໂດຍຮອບຮອງຊະນະເລີດນັດທໍາອິດແຂ່ງວັນທີ 26 ກັນຍາ 2020 ແລະ ນັດທີ 2 ແຂ່ງຂັນວັນທີ 3 ຕຸລາ 2020, ສ່ວນເວລາແມ່ນແຂ່ງເວລາເທົ່າກັນດັ່ງນີ້:
– ເວລາ 16:00 ໂມງ ກອງທັບ ເອັຟຊີ ພົບ ເມືຶອງຫາດ ຢູໄນເຕັດ ທີ່ສະໜາມ ສະຫະພັນບານເຕະແຫ່ງຊາດລາວ
– ເວລາ 16:00 ໂມງ ເອັສທີທີ ເອັຟຊີິ ພົບ ເຄພີເອັສ ເອັຟຊີ ທີ່ສະໜາມ ສະຫະພັນບານເຕະແຫ່ງຊາດລາວ
ຂ່າວ: ຄໍາສອນ; ຮູບຈາກ: Lao League 2