ກະແລ້ມ ບ້ານບ້ານ ຍອດຂາຍ 1 ແສນໄມ້ຕໍ່ເດືອນ

304

ບ້ານບ້ານ ຖືເປັນຊື່ຍີ່ຫໍ້ກະແລ້ມລາວ ທີ່ກຳລັງມາແຮງໃນປັດຈຸບັນດ້ວຍຍອດຂາຍ ປະມານ 1 ແສນໄມ້ຕໍ່ເດືອນ. ພ້ອມດຽວກັນນັ້ນ, ຜະລິດຕະພັນດັ່ງກ່າວຍັງໄດ້ຮັບກາໝາຍໂອດ໊ອບ ແລະ ໃບຢັ້ງຢືນ Made in Laos ເຊິ່ງມີຈຳໜ່າຍຢູ່ຮ້ານສະດວກຊື້, ຮ້ານຄ້າທົ່ວໄປໃນນະຄອນຫຼວງວຽງຈັນ.

ທ່ານ ອານັນ ທອງສະຫວັດ ເຈົ້າຂອງກະແລ້ມບ້ານບ້ານ ໃຫ້ສຳພາດວ່າ: ພາຍຫຼັງທີ່ໄດ້ເຮັດຜະລິດຕະພັນກະແລ້ມ ບ້ານບ້ານ ອອກມາໃນປີ 2019 ມາຮອດປັດຈຸບັນກໍເຫັນວ່າຜົນຕອບຮັບຂ້ອນຂ້າງດີຫຼາຍ ແຕ່ກໍມາສະດຸເລັກໜ້ອຍໃນໄລຍະພະຍາດໂຄວິດ – 19 ລະບາດ, ແຕ່ໂດຍລວມແລ້ວແມ່ນຂະຫຍາຍຕົວໄດ້ດີ.

ກ່ອນຈະຕັດສິນໃຈມາເຮັດກະແລ້ມໄມ້ ບ້ານບ້ານ ທ່ານ ອານັນ ທອງສະຫວັດ ໃຫ້ຮູ້ວ່າ: ຕົນເອງໄດ້ເຮັດທຸລະກິດກ່ຽວກັບກະແລ້ມເຂົ້າໜຽວ, ກະແລ້ມກະທິ ມາປະມານ 3 ປີ ແລ້ວເຫັນວ່າມັນໄປໄດ້ບໍ່ໄກ, ເຂົ້າເຖິງຄົນທົ່ວໄປໄດ້ຍາກ ແລະ ເຫັນວ່າຂະຫຍາຍຕົວຊ້າ ຈຶ່ງໄດ້ກັບມາຄິດແລ້ວຄິດອີກວ່າຈະເຮັດກະແລ້ມແບບໃດ ເພື່ອໃຫ້ຄົນໄດ້ເຂົ້າເຖິງ, ຈັບຕ້ອງໄດ້ງ່າຍ ແລະ ມີລາຄາທີ່ຖືກ. ຈຶ່ງໄດ້ຄິດຄົ້ນພ້ອມກັບມາເບິ່ງສິ່ງທີ່ບໍ່ມີໃນບ້ານເຮົາກໍເລີຍຄິດອອກ ແລະ ຜະລິດເປັນກະແລ້ມໄມ້ ເຊິ່ງເຫັນວ່າສາມາດຂະຫຍາຍບ່ອນຂາຍໄດ້ຫຼາຍຂຶ້ນ ໝາຍ ຄວາມວ່າສາມາດໄປວາງຂາຍ, ຝາກຂາຍຕາມແຕ່ລະຈຸດໄດ້ ເຮັດໃຫ້ມີຈຸດຂາຍທີ່ລູກຄ້າຈະຊື້ ຫຼື ຊື້ເອົາໄປຂາຍໄດ້ງ່າຍຂຶ້ນ.

ມາຮອດປັດຈຸບັນກະແລ້ມບ້ານບ້ານ ມີຈຸດຂາຍແລ້ວ 300 ກວ່າຈຸດ ຢູ່ຕາມຮ້ານສະດວກຊື້ ເຊັ່ນ: ມິນິບິກຊີ, ໂຊກໄຊມາກ, ຈິບຟີ້ ແລະ ຮ້ານຄ້າທົ່ວໄປໃນນະຄອນຫຼວງວຽງຈັນ ແລະ ມີສົ່ງໄປຈຳໜ່າຍທີ່ແຂວງຈຳປາສັກ ໂດຍມີຍອດຂາຍປະມານ 1 ແສນໄມ້ຕໍ່ເດືອນ ຫຼື ຫຼາຍກວ່ານັ້ນ ຕາມແຕ່ໄລຍະຄືຖ້າເດືອນຮ້ອນຫຼາຍ ແລະ ມີໂປຣໂມຊັນ ກໍຍິ່ງຈະມີຍອດຂາຍເພີ່ມຂຶ້ນ.

ທ່ານ ອານັນ ທອງສະຫວັດ ໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນກະແລ້ມ ບ້ານບ້ານ ໄດ້ຮັບກາໝາຍໂອດ໊ອບ ແລະ ໃບຢັ້ງຢືນ Made in Laos ຈາກພາກລັດ ເນື່ອງຈາກໄດ້ນໍາໃຊ້ວັດຖຸດິບທີ່ມີຢູ່ພາຍໃນຜະລິດ ແລະ ຜະລິດໂດຍສີມືຂອງຄົນລາວໂດຍແທ້. ພ້ອມທັງຝາກໃຫ້ຄົນລາວເຮົາຊ່ວຍສະໜັບສະໜູນຊື້ຜະລິດຕະພັນລາວ, ສົ່ງເສີມຄົນລາວໃຫ້ມີການຜະລິດສິນຄ້າອອກຂາຍໃຫ້ຫຼາຍຂຶ້ນ ເພື່ອເປັນການຕະຕຸ້ນເສດຖະກິດ ໂດຍສິນຄ້າລາວເຮົາກໍບໍ່ຕ່າງຈາກສິນຄ້ານຳເຂົ້າມີຄຸນນະພາບ, ມີ ອຢ ແລະ ທີ່ສໍາຄັນໄດ້ຊຸກຍູ້ໃຫ້ຜູ້ປະກອບການລາວ ກໍຄືຊ່ວຍຍູ້ເສດຖະກິດພາຍໃນ.