ແອສຕຣາເຊເນກາ – ອັອກຟອດ ເດີນໜ້າທົດລອງວັກແຊັງຕ້ານໂຄວິດ

82

ສຳນັກຂ່າວ ເອເອັຟພີ ລາຍງານວ່າ: ບໍລິສັດແອສຕຣາເຊເນກາ ແລະ ມະຫາວິທະຍາໄລອັອກຟອດຂອງປະເທດອັງກິດ ເດີນໜ້າທົດລອງວັກແຊັງໃນຄົນໄລຍະ 3 ຕໍ່ ຫຼັງຈາກທີ່ໂຈະການທົດລອງຊົ່ວຄາວ ເພື່ອ ຄວາມປອດໄພ.

ການທົດລອງວັກແຊັງຕ້ານໂຄວິດ – 19 ດັ່ງກ່າວ ໄດ້ຖືກໂຈະຊົ່ວຄາວໄປກ່ອນໜ້ານີ້ ເນື່ອງຈາກພົບອາສາສະໝັກໃນປະເທດອັງກິດເຈັບປ່ວຍ ໂດຍບໍ່ຮູ້ສາເຫດທີ່ຊັດເຈນວ່າເກີດຈາກຫຍັງ ແລະ ເປັນພະຍາດຫຍັງແທ້. ຢ່າງໃດກໍຕາມ, ການທົດລອງວັກແຊັງໄດ້ສືບຕໍ່ອີກຄັ້ງ ເມື່ອທາງການຂອງອັງກິດໄດ້ອະນຸຍາດໃຫ້ດຳເນີນການທົດລອງຕໍ່ ຫຼັງຈາກທີ່ໄດ້ມີການທົບທວນຄວາມປອດໄພເປັນທີ່ຮຽບຮ້ອຍແລ້ວ. ນອກຈາກນີ້, ຍັງປະກາດໃຫ້ກັບມາທົດລອງທາງຄລີນິກໄລຍະ 3 ໃນປະເທດບຣາຊິນ ໃນວັນທີ 14 ກັນຍານຳອີກ.

ພາບປະກອບຂ່າວເທົ່ານັ້ນ

ຜູ້ຊ່ຽວຊານດ້ານການແພດຈາກມະຫາວິທະຍາໄລເຄມບຣິດ ລະບຸວ່າ: ການຢຸດຕິຊົ່ວຄາວໃນການທົດລອງນັ້ນສະແດງໃຫ້ເຫັນວ່າ ນັກວິໄຈໄດ້ຄຳນຶງເຖິງຄວາມປອດໄພມາເປັນອັນດັບທຳອິດຂອງໂຄງການພັດທະນາວັກແຊັງ ແລະ ຈະເຮັດໃຫ້ວັກແຊັງທີ່ຖືກພັດທະນາ ຂຶ້ນມາສາມາດນຳໃຊ້ໄດ້ດ້ວຍ ຄວາມສະບາຍໃຈ ແລະ ສ້າງ ຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ.

ປັດຈຸບັນການແຂ່ງຂັນພັດທະນາວັກແຊັງຕ້ານໂຄວິດ – 19 ເປັນໄປຢ່າງດຸເດືອດ, ຫຼ້າສຸດມີເຖິງ 9 ບໍລິສັດທີ່ກຳລັງດຳເນີນການພັດທະນາວັກແຊັງຕ້ານໂຄວິດ – 19 ແລະ ກຳລັງທົດລອງທາງຄລີນິກກັບມະນຸດໄລຍະ 3 ເຊິ່ງເປັນໄລຍະສຸດທ້າຍແລ້ວ, ໃນຂະນະທີ່ ບໍລິສັດ ແອສຕຣາເຊເນກາ ລະບຸວ່າວັກແຊັງທີ່ບໍລິສັດພັດທະນາຂຶ້ນ ຄາດວ່າຈະສາມາດຜະລິດອອກຮັບໃຊ້ສັງຄົມໃນທ້າຍປີນີ້ ຫຼື ຕົ້ນປີໜ້າ.