ກຽມປູກຂີງດໍາ, ພິກໄທ 200 ກວ່າເຮັກຕາ ຢູ່ແຂວງໄຊສົມບູນ

284

ອົງການປົກຄອງແຂວງໄຊສົມບູນ ໄດ້ອະນຸຍາດໃຫ້ເອກະຊົນສຳຫຼວດຄວາມເປັນໄປໄດ້ໃນການປູກຂີງດໍາ, ພິກໄທ, ໝາກເຜັດ ແລະ ພືດຜັກຕ່າງໆ ເນື້ອທີ່ 236 ເຮັກຕາ ຢູ່ເຂດບ້ານທົ່ງຄູນ ເມືອງອະນຸວົງ ແຂວງໄຊສົມບູນ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ເພື່ອສຶກສາ – ສໍາຫຼວດຄວາມເປັນໄປໄດ້ທາງດ້ານເສດຖະກິດ – ເຕັກນິກໂຄງການປູກຂີງດໍາ, ພິກໄທ, ໝາກເຜັດ ແລະ ປູກພືດຜັກຕ່າງໆ ລະ ຫວ່າງອົງການປົກຄອງແຂວງໄຊສົມບູນ ເຊິ່ງຕາງໜ້າເຊັນໂດຍພະແນກແຜນການ ແລະ ການລົງທຶນແຂວງ ກັບ ບໍລິສັດ ກຸນຈະເລີນ ໄຊສົມບູນ ຈໍາກັດ ໄດ້ຈັດຂຶ້ນໃນວັນທີ 11 ກັນຍາຜ່ານມາ ທີ່ສະໂມສອນກອງບັນຊາການທະຫານແຂວງ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ, ມີປະທານສະພາປະຊາຊົນແຂວງ, ບັນດາຮອງເຈົ້າແຂວງ, ການນໍາເມືອງອະນຸວົງ, ປະທານ ບໍລິສັດ ກຸນຈະເລີນ ໄຊສົມບູນ ຈໍາກັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນລິດ ສຸພັດດີ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ກ່າວວ່າ: ໄລຍະເວລາຂອງບົດບັນທຶກຄວາມເຂົ້າໃຈສະບັບນີ້ ແມ່ນ 18 ເດືອນ. ໃນນັ້ນ, ໜ້າວຽກໂຄງການຂອງບໍລິສັດທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດ ຄື: ສຶກສາ – ສໍາຫຼວດ, ສ້າງບົດວິພາກເສດຖະກິດ – ເຕັກນິກ ແລະ ບົດສຶກສາຜົນກະທົບຕໍ່ສິ່ງແວດລ້ອມ – ສັງຄົມ ແລະ ທໍາມະຊາດເບື້ອງຕົ້ນ. ໃນການປະຕິບັດພັນທະແມ່ນທາງບໍລິສັດຕ້ອງປະກອບສ່ວນພັນທະຕ່າງໆໃນໄລຍະຈັດຕັ້ງປະຕິບັດອາຍຸຂອງບົດບັນທຶກຄວາມເຂົ້າໃຈ ເປັນຕົ້ນ: ເງິນຕິດຕາມ ແລະ ຄຸ້ມຄອງ, ເງິນຕິດຕາມທາງດ້ານວິຊາການ ແລະ ຕ້ອງປະກອບສ່ວນເງິນໃນການຕິດຕາມກວດກາສິ່ງແວດລ້ອມ – ສັງຄົມ ແລະ ທໍາມະຊາດຕາມແຜນຄຸ້ມຄອງ, ຕິດຕາມກວດກາ.

ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ບໍລິສັດ ທີ່ໄດ້ປະກອບສ່ວນທຶນຮອນໃນການພັດທະນາແຂວງ ກໍຄືໂຄງການສຶກສາ – ສໍາຫຼວດຄວາມເປັນໄປໄດ້ທາງດ້ານເສດຖະກິດ – ເຕັກນິກໂຄງການປູກຂີງດໍາ, ພິກໄທ, ໝາກເຜັດ ແລະ ປູກພືດຜັກຕ່າງໆໃນຄັ້ງນີ້ ເຊິ່ງຈະເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງແຂວງ ກໍຄືການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ.

ຈາກນັ້ນ, ທັງສອງຝ່າຍກໍໄດ້ລົງນາມເຊັນບົດບັນທຶກຮ່ວມກັນລະຫວ່າງ ອົງການປົກຄອງແຂວງໄຊສົມບູນ ເຊິ່ງຕາງໜ້າໂດຍ ທ່ານ ຈັນທະໜອມ ວົງສົມຈິດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ກັບ ທ່ານ ສີສະໝຸດ ເກສອນ ຮອງຜູ້ອໍານວຍການ ບໍລິສັດ ກຸນຈະເລີນ ຈໍາກັດ.

[ ຂ່າວ: ສັນຕິ; ຂໍ້ມູນ – ຮູບ: ສຸກສັນ ອ້ວນລິທິກຸນ ]