ວິທະຍາຄານກົມມະດໍາເປີດສົກຮຽນໃຫມ່ ປະຈໍາປີ 2020-2021

235

ໃນວັນທີ 15 ກັນຍາ 2020 ນີ້ ວິທະຍາຄານກົມມະດໍາ ໄດ້ຈັດຕັ້ງພິທີເປີດ ສົກຮຽນໃຫມ່ໃຫ້ ນັກຮຽນ-ນັກສຶກສາ ທຸກລະບົບ ປະຈໍາປີ 2020-2021 ໂດຍ ການເຂົ້າຮ່ວມ ຂອງທ່ານ ພົນຕີ ສີດາລໍ່ ຈົ່ງເຕັ່ງເຈ່ຍຊ່າ ຮອງຫົວຫນ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ;ມີທ່ານ ພົນຈັດຕະວາ ບຸນຈັນ ລາດສະວົງ ຫົວຫນ້າການທະຫານ ວິທະຍາຄານກົມມະດໍາ; ມີຄະນະພັກ-ຄະນະບັນຊາ, ພະນັກງານ ຄູ-ອາຈານ ພ້ອມດ້ວຍນັກຮຽນ-ນັກສຶກສາ ທົ່ວວິທະຍາຄານກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ພັນໂທ ບົວໄລ ສີລັກສາ ຫົວຫນ້າຫ້ອງອົບຮົມກໍ່ສ້າງ ວິທະຍາຄານກົມມະດໍາ ໄດ້ຂຶ້ນຜ່ານ ແຜນການການຮຽນ-ການສອນ ສົກປີ 2020-2021 ເພື່ອເປັນການ ຍົກສູງລະດັບຄວາມຮູ້, ຄວາມສາມາດ ເຂົ້າໃຈຕໍ່ພື້ນຖານທິດສະດີ ຫຼັກມູນວິທະຍາສາດ ຂອງທິດສະດີມາກ-ເລນິນ , ແນວທາງແຜນ ນະໂຍບາຍຂອງພັກ ແລະ ແນວທາງປ້ອງກັນຊາດ ປ້ອງກັນຄວາມສະຫງົບຂອງພັກ, ຫນ້າທີ່ການເມືອງ ຂອງກອງທັບ ,ສືບຕໍ່ປະຕິບັດແນວທາງ ປ້ອງກັນຊາດ ປ້ອງກັນຄວາມສະຫງົບຮອບດ້ານ, ທັງເປັນການ ປັບປຸງ ວິທີນໍາພາ-ບັນຊາການເຄື່ອນໄຫວດໍາລົງຊີວິດ, ຝຶກຝົນຫຼໍ່ຫຼອມຄຸນສົມບັນສິນທໍາປະຕິວັດ ຕາມຄວາມຮຽກຮ້ອງຕ້ອງການໃນໄລຍະໃຫມ່.

ສໍາລັບ ນັກສຶກສາໃນສົກປີ 2020-2021 ລວມມີ 5 ເປົ້າຫມາຍຄື : ກໍ່ສ້າງນາຍທະຫານ ບັນຊາ-ນໍາພາ ຂັ້ນຫມວດ-ກອງຮ້ອຍ ປະລິນຍາຕີ ລະບົບ 4 ປີ ຊຸດທີ 19 ມີ 10 ເຫຼົ່າຣົບ ຈໍານວນ 161 ສະຫາຍ; ກໍ່ສ້າງພະນັກງານ ບັນຊາ-ນໍາພາ ຂັ້ນຫມວດ, ກອງຮ້ອຍ ລະບົບ 1 ປີ ມີຈໍານວນ 81 ສະຫາຍ, ແບ່ງອອກ 2 ສາຍຮຽນຄື: ພະນັກງານ ບັນຊາ ຊຸດທີ 15, ພະນັກງານ ນໍາພາ ຊຸດທີ 12; ກໍ່ສ້າງຄູການທະຫານ ລະບົບ 10 ເດືອນ ຊຸດທີ 9; ກໍ່ສ້າງນາຍສິບ 5 ເຫຼົ່າຣົບ ວິຊາສະເພາະ ລະບົບ 1 ປີ ຊຸດທີ 27; ບໍາລຸງ ພະນັກງານ ບັນຊາ-ນໍາພາ ຂັ້ນ ກອງຮ້ອຍ-ກອງພັນນ້ອຍ ລະບົບ 6 ເດືອນຊຸດທີ 5.

ໂອກາດນີ້ ທ່ານ ພົນຕີ ສີດາລໍ່ ຈົ່ງເຕັ່ງເຈ່ຍຊ່າ ຮອງຫົວຫນ້າກົມ ໃຫຍ່ເສນາທິການກອງທັບ ໄດ້ ໂອ້ລົມ ແລະ ເນັ້ນຫນັກໃຫ້ ຄະນະພັກ-ຄະນະບັນຊາ, ຄູ-ອາຈານ ຕະຫຼອດນັກຮຽນ-ນັກສຶກສາ ຈົ່ງເອົາໃຈໃສ່ຄົ້ນຄວ້າ ສຶກສາຮ່ໍາຮຽນ ແລະ ປະຕິບັດຂໍ້ກໍານົດກົດ ລະບຽບ ຂອງກົມກອງວາງອອກ ກໍຄື ກະຊວງປ້ອງກັນປະເທດວ່າດ້ວຍ ການກໍ່ສ້າງ ນາຍທະຫານ ຢູ່ ວິທະຍາຄານ ໃຫ້ມີຄຸນນະພາບສູງ ສ້າງເປັນ ນາຍທະຫານທີ່ມີແບບແຜນ ທັນສະໄຫມ,ໃຫ້ໄດ້ຮັບຜົນ ສໍາເລັດຕາມແຜນການ ແລະ ຍົກສູງ ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ເຂົ້າໃນວຽກ ງານ ການສິດສອນ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອຕອບສະຫນອງ ຫນ້າທີ່ປົກປັກຮັກສາ ແລະ ພ້ອມກັນນໍາເອົາບົດຮຽນມາຫມູນໃຊ້ໃຫ້ໄດ້ຮັບຫມາກຜົນສູງ.

ຂ່າວ-ພາບ : ສ່ວນບຸບຜາ ທິບທິດາ