ຄັ້ງທຳອິດທີ່ ລະບົບເອເລັກໂຕຼນິກທັນສະໄໝໃນລາວໄດ້ຮັບ 2 ລາງວັນລະດັບສາກົນ

162

ໃນຖານະບົດບາດເປັນກົມກອງ ທີ່ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍ ລະບົບຄຸ້ມຄອງພົນລະເມືອງ ໃຫ້ແກ່ກະຊວງພາຍໃນ ແຫ່ງ ສປປ ລາວ ໄດ້ປະກອບສ່ວນເຂົ້າໃນການປະຕິຮູບລະບຽບການບໍລິຫານ ແລະ ຊ່ວຍສ້າງປັດໄຈໃນການສ້າງລະບົບເອເລັກໂຕນິກ ຫຼື E-Government ຢູ່ ສປປ ລາວ. ຜົນງານດັ່ງກ່າວໄດ້ເຮັດໃຫ້ ບໍລິສັດ ສະຕາ ໂທລະຄົມ (ຢູນີເທວ) ໄດ້ຮັບ 2 ລາງວັນລະດັບສາກົນທີ່ມີຊື່ສຽງຄື: ລາງວັນຫຼຽນຄໍາ ໃນໝວດຜະລິດຕະພັນ ແລະ ການບໍລິການດ້ານເຕັກໂນໂລຊີຂໍ້ມູນຂ່າວສານທີ່ດີທີ່ສຸດ ສຳລັບລັດຖະບານ ສປປ ລາວ, ຈາກລາງວັນໄອທີໂລກ (IT World Awards) ແລະ ລາງວັນຫຼຽນທອງ ສໍາລັບປະເພດ “ນະວັດຕະກໍາ ແລະ ການພັດທະນາການບໍລິການ ຂອງລະບົບເອເລັກໂຕຣນິກ” ຈາກງານ ອາຊີ – ປາຊີຟິກ Stevie Awards ປີ 2020. ນີ້ເປັນຄັ້ງທໍາອິດທີ່ລະບົບເອເລັກໂຕຼນິກທັນສະໄໝໃນ ສປປ ລາວ ໄດ້ຮັບລາງວັນລະດັບສາກົນເຖິງ 2 ລາງວັນ.

ກ່ອນໜ້ານີ້, ການຄຸ້ມຄອງພົນລະເມືອງຢູ່ລາວ ຂໍ້ມູນຕ່າງໆກ່ຽວກັບພົນລະເມືອງໄດ້ຖືກບັນທຶກ ແລະ ຮັກສາໄວ້ໃນເອກະສານທີ່ເປັນປຶ້ມ ຊຶ່ງຂະບວນການດັ່ງກ່າວ ບໍ່ອາດຫຼີກໄດ້ເຖິງຄວາມສ່ຽງດ້ານຄວາມເສຍຫາຍທີ່ອາດເກີດຂຶ້ນເຮັດໃຫ້ການຮັກສາ, ຄຸ້ມຄອງ ແລະ ຮັບປະກັນຄວາມຈະແຈ້ງຂອງຂໍ້ມູນນັ້ນເປັນເລື່ອງທີ່ຫຍຸ້ງຍາກ. ການຢາກປັບປຸງໃນການຍົກສູງຄຸນນະພາບຂອງວຽກງານຈົດທະບຽນຕ່າງໆ ເພື່ອຄຸ້ມຄອງສະພາບການເຄື່ອນໄຫວຂອງພົນລະເມືອງ ກະຊວງພາຍໃນຂອງ ສປປ ລາວ ໄດ້ປະສານສົມທົບກັບ ຢູນີເທວ ເພື່ອຄົ້ນຄວ້າ ແລະ ຜັນຂະຫຍາຍໂຄງການ “ລະບົບຄຸ້ມຄອງພົນລະເມືອງ” ນັບແຕ່ເດືອນ 7 ປີ 2017 ເປັນຕົ້ນມາ, ຜ່ານໄລຍະ 3 ປີໃນການທົດສອບ ແລະ ນໍາໃຊ້ຕົວຈິງເຖິງປັດຈຸບັນ ໂຄງການນີ້ ໄດ້ສະແດງໃຫ້ເຫັນເຖິງໝາກຜົນ ແລະ ໄດ້ສ້າງບາດກ້າວບຸກທະລຸ ກັບບັນດາລັກສະນະພິເສດ ທີ່ກາຍເປັນເລື່ອງງ່າຍດາຍ, ຈະແຈ້ງ ແລະ ອັດສະລິຍະ ອັນໄດ້ສ້າງໃບໜ້າໃໝ່ໃຫ້ແກ່ການບໍລິຫານຂອງລັດຖະບານລາວ.

ລະບົບຄຸ້ມຄອງພົນລະເມືອງ ຂອງກະຊວງພາຍໃນຂອງລາວ ເປັນລະບົບທີ່ລັດຖະບານລາວ ເປັນຜູ້ລົງທຶນ ເພື່ອສຸມໃສ່ສ້າງລະບົບລະບຽບການຈົດທະບຽນ ລວມມີ: ການຈົດທະບຽນຢັ້ງຢືນການເກີດ, ຢັ້ງຢືນການເສຍຊີວິດ, ຮຽບຮຽງ ແລະ ເຜີຍແຜ່ຂໍ້ມູນສະຖິຕິ ທີ່ເປັນເນື້ອໃນມີຄວາມໝາຍສໍາຄັນໃນການຄຸ້ມຄອງພົນລະເມືອງ ໂດຍສະເພາະແມ່ນເຫດຜົນຂອງການເສຍຊີວິດ, ແຕ່ງດອງ, ຢ່າຮ້າງ, ການຍົກເລີກການແຕ່ງດອງ, ເຫດຜົນຂອງການຮັບເອົາເປັນລູກລ້ຽງ, ການເຂົ້າເມືອງ, ການເຄື່ອນຍ້າຍແຮງງານ ແລະ ຍົກຍ້າຍທີ່ຢູ່ອາໄສຂອງພົນລະເມືອງລາວ. ດ້ວຍການຕິດຕໍ່ປະສານງານຢ່າງຕໍ່ເນື່ອງ ແລະ ມີຄວາມເປັນເອກະພາບສູງ ລະບົບດັ່ງກ່າວ ໄດ້ຊ່ວຍໃຫ້ພາກລັດ ສ້າງພາບລວມໄດ້ງ່າຍດາຍ ໃນການປົກຄອງ ແລະ ຄຸ້ມຄອງພົນລະເມືອງໃນ ສປປ ລາວ, ຊ່ວຍຍົກສູງປະສິດທິພາບການຄຸ້ມຄອງ, ຫຼຸດຜ່ອນຂອດຂັ້ນລະບຽບການ  ແລະ ປະຢັດເວລາໃຫ້ແກ່ປະຊາຊົນເມື່ອໃຊ້ບໍລິການສາທາລະນະ. ຜ່ານວຽກນັ້ນ, ມັນໄດ້ເພີ່ມອີກໜຶ່ງບາດກ້າວການປະຕິຮູບການບໍລິຫານລັດ, ເພີ່ມຕື່ມດັດສະນີການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານທີ່ທັນສະໄໝເຂົ້າໃນວຽກງານ ແລະ ສ້າງປັດໄຈໃນການສ້າງລະບົບເອເລັກໂຕນິກຂອງລັດຖະບານລາວ.

ດ້ວຍທ່າແຮງທີ່ມີບັນດາຊ່ຽວຊານທາງດ້ານເຕັກນິກ ທີ່ມີປະສົບການ ແລະ ເຄີຍຮ່ວມງານກັບຫວຽດເທວ, ເປັນໜຶ່ງໃນບັນດາທຸລະກິດ ທີ່ຢູ່ແຖວໜ້າທາງດ້ານວຽກງານເຕັກໂນໂລຊີຂໍ້ມູນຂ່າວສານ ໄດ້ສໍາເລັດການສ້າງລະບົບທີ່ຄືກັນນີ້ ຢູ່ ສສ ຫວຽດນາມ. ເມື່ອຢູນີເທວ ໄດ້ຮັບການຄັດເລືອກໃຫ້ເປັນຜູ້ພັດທະນາລະບົບໃຫ້ກັບກະຊວງພາຍໃນ, ຢູນີເທວໄດ້ລົງມືຈັດຕັ້ງປະຕິບັດ ການສໍາຫຼວດໃນເບື້ອງຕົ້ນ ເຫັນວ່າ ສປປ ລາວມີບັນດາລະບຽບການ, ຂັ້ນຕອນ ແລະ ຂະບວນການຫຼາຍຢ່າງ ທີ່ມີລັກສະນະຄ້າຍຄືກັນກັບຫວຽດນາມ ຈຶ່ງເຊື່ອໝັ້ນວ່າຈະເຮັດໃຫ້ໂຄງການດັ່ງກ່າວສໍາເລັດໄປດ້ວຍດີ. ເຖິງແນວໃດກໍ່ຕາມ ການຈັດຕັ້ງປະຕິບັດໂຄງການຕົວຈິງ ເກີດມີຂໍ້ຫຍຸ້ງຍາກຫຼາຍດ້ານ ນອກຈາກຄວາມບໍ່ຄາດຄິດຈາກປັດໄຈຄວາມແຕກຕ່າງດ້ານພາສາ, ຄວາມຕ້ອງການຕົວຈິງຕ່າງກັນ ເມື່ອທຽບກັບໜ້າວຽກໃນເບື້ອງຕົ້ນ ຊຶ່ງໄດ້ຮຽກຮ້ອງໃຫ້ມີການປ່ຽນແປງ, ທົດສອບຫຼາຍວິທີການທາງດ້ານເຕັກນິກທີ່ຕ່າງກັນ. ໃນນັ້ນ, ລວມທັງບັນດາເຕັກນິກທີ່ຍັງບໍ່ເຄີຍນໍາໃຊ້ມາກ່ອນ ພ້ອມກັບການປະກອບສ່ວນທາງດ້ານເຫື່ອແຮງ, ສະຕິປັນຍາ ແລະ ຄ່າໃຊ້ຈ່າຍຢ່າງຫຼວງຫຼາຍ. ນີ້ເປັນສິ່ງທ້າທາຍສໍາລັບທີມງານຊ່ຽວຊານທາງດ້ານເຕັກນິກຂອງຢູນີເທວ. ພິເສດແມ່ນພາຍໃຕ້ຄວາມກົດດັນດ້ານເວລາ ທີ່ຕ້ອງເຮັດໃຫ້ສຳເລັດໂຄງການຕາມແຜນການທີ່ໄດ້ກຳນົດໄວ້.


ຢູນີເທວ ໄດ້ເຮັດທຸກວິທີທາງຕ້ອງສະໜອງຜະລິດຕະພັນເຕັກໂນໂລຊີຂໍ້ມູນຂ່າວສານທີ່ມີຄຸນນະ ພາບໃຫ້ກັບລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ເພື່ອນຳໃຊ້ເຂົ້າໃນວຽກງານພັດທະນາ ແລະ ສ້າງສາປະເທດຊາດ. ດ້ວຍຄວາມພາກພູມໃຈທີ່ໄດ້ຮັບການມອບໝາຍວຽກງານທີ່ມີຄວາມໝາຍ ຄວາມສໍາຄັນ “ແຮງພັກດັນທີ່ຍິ່ງໃຫຍ່” ໃນການຫັນເປັນດີຈີຕອນ ຢູ່ ສປປ ລາວ, ທີມງານພັດທະນາຂອງຢູນີເທວ ໄດ້ສຸມທຸກເຫື່ອແຮງ ໃນການເອົາໃຈໃສ່ປຶກສາຫາລື ກັບກະຊວງພາຍໃນ ຈາກນັ້ນສຸມໃສ່ແກ້ໄຂແຕ່ລະບັນຫາ ຈົນສາມາດສ້າງລະບົບໄດ້ສໍາເລັດ ແລະ ດີທີ່ສຸດ. ບັນດາຄວາມອົດທົນສູ້ຊົນພະຍາຍາມ ແລະ ການປະກອບສ່ວນທາງດ້ານເຫື່ອແຮງ ສະຕິປັນຍາຂອງທີມເຕັກນິກ ໄດ້ຮັບຜົນ ກໍຄືໃນເດືອນຕຸລາ ປີ 2019, ຢູນີເທວ ສາມາດຈັດຕັ້ງປະຕິບັດທົດລອງຢູ່ໃນ 3 ແຂວງໃຫຍ່ໃນ ສປປ ລາວ ເຊັ່ນ: ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ຈໍາປາສັກ ເພື່ອເປັນພື້ນຖານໃນການຈັດຕັ້ງຜັນຂະຫຍາຍໃນທົ່ວປະເທດ. ຄຽງຄູ່ກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ຢູນີເທວ ໄດ້ຈັດຕັ້ງຝຶກອົບຮົມການນໍາໃຊ້ ແລະ ຄຸ້ມຄອງລະບົບໃຫ້ກັບພະນັກງານ ແລະ ບັນດາພະແນກການທີ່ກ່ຽວຂ້ອງຂອງກະຊວງພາຍໃນ, ພ້ອມທັງຈັດຕັ້ງພະນັກ ງານວິຊາການ ຊ່ຽວຊານ ເພື່ອຊ່ວຍເຫຼືອຕະຫຼອດ 24 ຊົ່ວໄມງ/7ວັນ. ຮັບປະກັນການຊ່ວຍເຫຼືອ ແລະ ແນະນໍາວິທີການແກ້ໄຂຂໍ້ຜິດພາດທາງລະບົບອອນລາຍ. ມາຮອດ ເດືອນມິຖຸນາ 2020, ຢູນີເທວ ແລະ ກົມຄຸ້ມຄອງພົນລະເມືອງ, ກະຊວງພາຍໃນ ໄດ້ຈັດກອງປະຊຸມຢ່າງເປັນທາງການ ເພື່ອມອບຮັບໂຄງການໃນໄລຍະທີ 1 ຂອງການສ້າງຖານຂໍ້ມູນລະບົບຄຸ້ມຄອງພົນລະເມືອງ.

ເພື່ອສະແດງຄວາມຊົມເຊີຍຕໍ່ກັບຜົນສໍາເລັດດັ່ງກ່າວ, ທ່ານ ນາງ ກົມມະລີ ວິລະພັນ ຫົວໜ້າກົມຄຸ້ມຄອງພົນລະເມືອງ, ກະຊວງພາຍໃນ ທັງເປັນຜູ້ຊີ້ນໍາໂດຍກົງການຈັດຕັ້ງຜັນຂະຫຍາຍໂຄງການ ໄດ້ກ່າວໃຫ້ຮູ້ວ່າ: “ການຄຸ້ມຄອງຂໍ້ມູນຂອງພົນລະເມືອງເປັນວຽກງານທີ່ທາງລັດຖະບານແຫ່ງ ສປປ ລາວ ໃຫ້ຄວາມສຳຄັນນັບແຕ່ອະດີດຈົນເຖິງປະຈຸບັນ. ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ່ X ຂອງພັກປະຊາຊົນປະຕິວັດລາວ ໄດ້ເນັ້ນໃນວິໄສທັດຮອດປີ 2030 ແລະ ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 5 ປີ (2016 – 2020) ລາວຈະບັນລຸເປົ້າໝາຍ ກ່ຽວກັບເປົ້າໝາຍສະຫັດສະວັດແຫ່ງການພັດທະນາ ແລະ ການພັດທະນາແບບຍືນຍົງ. ສິ່ງນີ້, ໝາຍຄວາມວ່າຕ້ອງປະຕິບັດໄດ້ເປົ້າໝາຍກ່ຽວກັັບພົນລະເມືອງ ຄື: “ຮອດປີ 2030 ສິດທິຂອງພົນລະເມືອງ ມີການຮັບປະກັນດ້ວຍການຄຸ້ມຄອງລັດແຫ່ງກົດໝາຍ; ຮອດປີ 2025 ພົນລະເມືອງລາວ ຢູ່ໃນເກນອາຍຸ ຈະໄດ້ຮັບການສຶກສາພື້ນຖານລະດັບມັດທະຍົມຕົ້ນ, ປະຊາຊົນລາວຈະໄດ້ຮັບການບໍລິການທາງດ້ານສາທາລະນະສຸກທີ່ມີຄຸນນະພາບຢ່າງທົ່ວເຖິງ, ປະຊາຊົນລາວມີອາຍຸຍືນສະເລ່ຍສູງເຖິງ 73 ປີ, ຮ່ວມໃນລະບົບການຊ່ວຍເຫຼືອທາງສັງຄົມຢ່າງທົ່ວເຖິງ, ບຸກຄະລາກອນຈະໄດ້ຮັບການພັດທະນາທັງປະລິມານ ແລະ ຄຸນນະພາບ. ດ້ວຍເຫດນັ້ນ ລະບົບຄຸ້ມຄອງພົນລະເມືອງ ຈຶ່ງມີຄວາມໝາຍຄວາມສໍາຄັນຢ່າງໃຫຍ່ຫຼວງ, ປະກອບສ່ວນເຂົ້າໃນວຽກງານການປະຕິຮູບ ແລະ ຍົກສຸງຄຸນນະພາບຂອງວຽກງານການຈົດທະບຽນ ແລະ ການຄູ້ມຄອງຂອງປະຊາຊົນ. ນອກຈາກນັ້ນ, ກະຊວງພາຍໃນຍັງສາມາດເກັບກໍາຂໍ້ມູນໄດ້ຢ່າງຖືກຕ້ອງ, ຊັດເຈນ ແລະ ຊີ້ນໍາວຽກງານໄດ້ຢ່າງທັນເວລາ, ປະກອບ ສ່ວນເຂົ້າໃນວຽກງານການພັດທະນາ ແລະ ສ້າງນະໂຍບາຍເສດຖະກິດ-ສັງຄົມ ແລະ ອື່ນໆ.

ຄວາມພະຍາຍາມຂອງຄະນະນຳ ແລະ ພະນັກງານຂອງ ຢູນີເທວ, ເມື່ອລະບົບຄຸ້ມຄອງພົນລະເມືອງໄດ້ຈັດຕັ້ງຜັນຂະຫຍາຍໃຫ້ກະຊວງພາຍໃນຂອງລາວ ກໍໄດ້ຮັບຮູ້ ແລະ ຢັ້ງຢືນຈາກທົ່ວໂລກສາມາດຮັບ 2 ລາງວັນລະດັບສາກົນທີ່ມີຊື່ສຽງ ຊຶ່ງເປັນລາງວັນຫຼຽນຄຳໃນໝວດຜະລິດຕະພັນ/ການບໍລິການດ້ານເຕັກໂນໂລຊີຂໍ້ມູນຂ່າວສານທີ່ດີທີ່ສຸດ ສຳລັບລັດຖະບານ ສປປ ລາວ, ຈາກລາງວັນໄອທີໂລກ (IT World Awards) ແມ່ນລາງວັນປະຈຳປີທີ່ຈັດຂຶ້ນໂດຍ Network Product Guide, ເພື່ອເປັນກຽດໃຫ້ບັນດາຜົນງານທີ່ພົ້ນເດັ່ນ ຂອງຂະແໜງອຸດສາຫະກຳເຕັກໂນໂລຊີຂໍ້ມູນຂ່າວສານທົ່ວໂລກ ທີ່ໄດ້ມີມາຕັ້ງແຕ່ປີ 2006) ແລະ ລາງວັນຫຼຽນທອງ ສຳລັບປະເພດ “ນະວັດຕະກຳ ແລະ ການພັດທະນາການບໍລິການຂອງລະບົບເອເລັກໂຕຣນິກພາກລັດຖະບານ” ຈາກລາງວັນ Stevie Awards ລາງວັນອາຊີ – ປາຊີຟິກ 2020.
ຜົນງານທີ່ໄດ້ຍົກມາຂ້າງເທິງ, ໃນຖານະບົດບາດການເປັນກົມກອງ ທີ່ເປັນເຈົ້າການຈັດຕັ້ງຜັນຂະຫຍາຍລະບົບດັ່ງກ່າວ, ທ່ານ ລີວ ແມ໋ງ ຮ່າ ຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາ ໂທລະຄົມ ໄດ້ກ່າວ ວ່າ: “ຖານະບົດບາດທີ່ເປັນບໍລິສັດ ນໍາໜ້າໃນຂະແໜງເທັກໂນໂລຊີຢູ່ ສປປ ລາວ, ນັບແຕ່ມືິ້ທີ່ໄດ້ຮັບໜ້າທີ່ຈັດຕັ້ງຜັນຂະຫຍາຍລະບົບນີ້, ຢູນີເທວ ໄດ້ກໍານົດວ່າ ນີ້ແມ່ນໜ້າທີ່ສຸດທີ່ມີຄວາມສໍາຄັນ, ມີຄວາມໝາຍອັນໃຫຍ່ຫຼວງຕໍ່ການພັດທະນາຂອງປະຊາຊົນ ແລະ ສັງຄົມ.


ສະນັ້ນພວກເຮົາໄດ້ຈັດຕັ້ງພະນັກງານວິຊາການທັງໝົດ ທີ່ມີຄວາມຮູ້ ເກັ່ງດ້ານວິຊາສະເພາະ, ມີປະສົບປະການ ແລະ ມີຄວາມຮັບຜິດຊອບສູງ ເພື່ອພັດທະນາລະບົບ. ພ້ອມກັນນັ້ນ, ໃນການຈັດຕັ້ງປະຕິບັດ ຍາມໃດພວກເຮົາກໍຊອກຫາວິທີການທີ່ດີທີ່ສຸດໃຫ້ໄດ້ ເພື່ອຫຍໍ້ເວລາລົງ ແລະ ໃຫ້ມີຄວາມຄືບໜ້າໃນການຈັດຕັ້ງປະຕິບັດ, ມາເຖິງປັດຈຸບັນສາມາດຢັ້ງຢືນໄດ້ວ່າ ລະບົບຄຸ້ມຄອງພົນລະເມືອງກະຊວງພາຍໃນ ເປັນລະບົບດີທີ່ສຸດ, ທັນສະໄໝທີ່ສຸດ ແລະ ໄດ້ພິສູດໃຫ້ເຫັນດ້ວຍການໄດ້ຮັບລາງວັນສາກົນ ພ້ອມກັນນັ້ນກໍໄດ້ເປັນທີ່ຮັບຮູ້ຈາກບັນດາອົງການຈັດຕັ້ງສາກົນ ສໍາລັບຄຸນນະພາບຜະລິດຕະພັນບໍລິການຂອງ ບໍລິສັດ ສະຕາ ໂທລະຄົມ”
ສາມາດເວົ້າໄດ້ວ່າ, ການຈັດຕັ້ງຜັນຂະຫຍາຍ ແລະ ພັດທະນາ ລະບົບຄຸ້ມຄອງພົນລະເມືອງ ໃຫ້ກັບກະຊວງພາຍໃນຂອງ ສປປ ລາວ ໄດ້ສຳເລັດ ຊຶ່ງໄດ້ສ້າງຊື່ສຽງໂດ່ງດັງ ໃນຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ ຢູ່ພາກພື້ນ ແລະ ສາກົນ. ອີກເທື່ອໜຶ່ງທີ່ຢັ້ງຢືນໄດ້ວ່າ ຢູນີເທວ ມີບົດບາດເປັນຜູ້ນໍາໜ້າໃນການຫັນເປັນດີຈີຕອນຢູ່ ສປປ ລາວ, ປະຕິບັດຄໍາໝັ້ນສັນຍາວ່າຈະຄຽງຄູ່ກັບລັດຖະບານແຫ່ງ ສປປ ລາວ ໃນການພັດທະນາ, ເຊື່ອມໂຍງໃນການຫັນປ່ຽນເປັນດີຈີຕອນຂອງໂລກ. ພ້ອມກັນນັ້ນ, ຢູນີເທວ ກໍາລັງກ້າວເຂົ້າສູ່ເປົ້າໝາຍກາຍເປັນ “ເຄືອຂ່າຍເຕັກໂນໂລຊີເພື່ອອະນາຄົດ” ນໍາໜ້າໃນ ສປປ ລາວ, ຜ່ານການຊ່ວຍເຫຼືອປະຊາຊົນລາວ ທີ່ໄດ້ນໍາໃຊ້ການບໍລິການເຕັກໂນໂລຊີຂໍ້ມູນຂ່າວສານທີ່ມີຄຸນນະພາບສູງ, ພ້ອມທັງສືບຕໍ່ປະກອບສ່ວນຜົນງານເຂົ້າໃນວຽກງານສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອຍິ່ງໆຂຶ້ນ.