ສູດນົມສົ້ມ ໃຜໆກໍ່ເຮັດໄດ້ ປະຢັດງົບ ແລະ ດີຕໍ່ສຸຂະພາບ

281

ນົມສົ້ມເປັນເຄື່ອງດື່ມທີ່ດີຕໍ່ຮ່າງກາຍ ໂດຍສະເພາະຜູ້ທີ່ມີບັນຫາອາການທ້ອງຜູກ ຂັບຖ່າຍຍາກ ຖ້າຫາກໄດ້ຮັບປະທານນົມສົ້ມແລ້ວກໍຈະເຮັດໃຫ້ລະບົບຂັບຖ່າຍດີຂຶ້ນ ແລະ ເປັນປົກກະຕິ ມື້ນີ້ເຮົາກໍໄດ້ນຳເອົາສູດນົມສົ້ມມາຝາກຜູ້ອ່ານໄດ້ເອົາໄປເຮັດກິນນຳກັນ.

ວັດຖຸດິບ

ຫົວນົມສົ້ມ 1 ປ໋ອງ ສູດທຳມະຊາດ

ນົມສົດຊະນິດຈືດ 1 ລິດ

ນ້ຳຕານ 1-2 ບ່ວງແກງ (ສູດນີ້ຫວານໜ້ອຍ)

ຂັ້ນຕອນການເຮັດ

1 ອຸ່ນນົມຈືດ ໃສ່ໄຟອ່ອນໆ ໃສ່ນ້ຳຕານ 1-2 ບ່ວງແກງ ຄົນໃຫ້ນ້ຳຕານລະລາຍດີ ແລ້ວອຸ່ນນົມໃຫ້ພໍມືຈັບອຸ່ນໆ ແລ້ວຍົກລົງ. (ຫ້າມໃຊ້ໄຟແຮງ ຫ້າມບໍ່ໃຫ້ຟົດ)

2 ຕັກຫົວນົມສົ້ມໃສ່ຊາມ ແລ້ວຄ່ອຍໆປະສົມນົມລົງກ່ອນ 1-2 ບ່ວງແກງ ພໍເຂົ້າກັນດີແລ້ວ ຄ່ອຍຕອງນົມສ່ວນທີ່ຍັງເຫຼືອທີ່ອຸ່ນໆ ໃສ່ຕາໜ່າງຖີ່ໆ ແລ້ວຄົນໃຫ້ເຂົ້າກັນດີ.

3 ຈາກນັ້ນຕັກໃສ່ພາຊະນະທີ່ກຽມໄວ້ ປິດໄວ້ດ້ວຍແຜ່ນພາສຕິກຫຸ້ມອາຫານ ປະໄວ້ເຕົາອົບ 8-12 ຊົ່ວໂມງຫຼື ຄ້າງຄືນ. ( ຖ້າບໍ່ມີເຕົາອົບໃຫ້ປະໄວ້ບ່ອນມືດໆ ອັບແສງ ກ່ອງໂຟມກໍໄດ້ )

ຄຳເຕືອນ : ຫ້າມບໍ່ໃຫ້ທຽວເບິ່ງ ບໍ່ໃຫ້ຊູນຈອກ ເຮັດແລ້ວທຸກຂັ້ນຕອນໃຫ້ປະໄວ້ ຈົນຮອດກຳໜົດເປີດແລ້ວຄ່ອຍເອົາມາເຂົ້າຕູ້ເຢັນ