u-money ສືບຕໍ່ໄດ້ຮັບລາງວັນຈາກອົງການສາກົນ IT world Awards 2020

330

ຕາງໜ້າໂດຍບໍລິສັດ ສະຕາ ໂທລະຄົມ ຈຳກັດ ຕົວແທນຈາກ ສປປ ລາວ ທີ່ໄດ້ເຂົ້າຮ່ວມການຄັດເລືອກ ໃນໝວດໝູ່: ຜະລິດຕະພັນ ແລະ ການບໍລິການທີ່ສະໜອງດ້ານເທັກໂນໂລຊີ ໃນຂົງເຂດວຽກງານການເງິນ , ການທະນາຄານ ແລະ ປະກັນໄພ ( IT Products & Services for Finance ,Banking and Insurance ) ໂດຍແມ່ນບໍລິການ u-money ໄດ້ຮັບການຄັດເລືອກຮັບລາງວັນຈາກ IT world Awards 2020 ຈັດໂດຍ Network Product Guide, ເຊິ່ງລາງວັນນີ້ໄດ້ຮັບຄວາມສົນໃຈ ເຂົ້າຮ່ວມງານຈາກຫຼາຍໆ ກຸ່ມບໍລິສັດ ໃຫຍ່ໆ .


ນອກນັ້ນໃນເດືອນ ກໍລະກົດ ທີ່ຜ່ານມາ u-money ຍັງໄດ້ຮັບລາງວັນ Silver Stevie® ໃນຫົວຂໍ້ “ນະວັດຕະກຳໃໝ່ ດ້ານຜະລິດຕະພັນ ແລະ ການບໍລິການສຳລັບຜູ້ບໍລິໂພກ” ( Award for Innovation in Consumer Products & Services ) ທີ່ສະໜອງບໍລິການ-ການເງິນຜ່ານມືຖື ໃນ ສປປ ລາວ ປະກາດລາງວັນໂດຍ Asia-Pacific Stevie Awards 2020.

ສອງລາງວັນທີ່ໄດ້ຮັບສະແດງໃຫ້ເຫັນວ່າ: ສາກົນຍອມຮັບກ່ຽວກັບຜະລິດຕະພັນ, ບໍລິການດັ່ງກ່າວ ເຊິ່ງສາມາດທຽບເທົ່າສາກົນ ແລະ ບັນດາທຸລະກິດໃຫຍ່ໆທີ່ສະໜອງດ້ານເທັກໂນໂລຊີໃນທົ່ວໂລກ. ບໍລິການ ຢູມັນນີ ແມ່ນມີຫຼາຍໆລະບົບບໍລິການທີ່ສະໜອງແກ່ລູກຄ້າທີ່ແຕກຕ່າງ ແລະ ມີການພັດທະນາຢ່າງວ່ອງໄວ ໃນການໃຫ້ບໍລິການແກ່ລູກຄ້າ.


ບໍລິການ u-money ພາຍໃຕ້ການຄຸ້ມຄອງ ດໍາເນີນທຸລະກິດຂອງບໍລິສັດ ສະຕາ ຟີນເທັກ ຈໍາກັດຜູ້ດຽວ ເຊິ່ງເປັນ ບໍລິສັດໃນເຄືອຂອງ ບໍລິສັດ ສະຕາ ໂທລະຄົມ (Unitel) ໃນໄລຍະທໍາອິດເລີ່ມເປີດໃຫ້ບໍລິການ ຢູມັນນີ (u-money) ໂດຍພາຍໃຕ້ການຊີ້ນຳຄຸ້ມຄອງຈັດຕັ້ງຖືກຕາມລະບຽບກົດໝາຍຂອງທະນາຄານແຫ່ງ ສປປ ລາວ ໂດຍການພັດທະນາຄົ້ນຄວ້າອອກແບບບໍລິການ ຢູມັນນີ (u-money) ມີທີ່ປຶກສາຊ່ຽວຊານຂອງອົງການຈັດຕັ້ງສາກົນ ຂອງກອງທຶນເພື່ອການພັດທະນາສະຫະປະຊາຊາດ (UNCDF) ນັບແຕ່ຕັ້ງແຕ່ປີ 2014 ພັດທະນາ (u-money) ເພື່ອສ້າງໃຫ້ບໍລິການມີຄຸນນະພາບ ແລະ ເໝາະສົມຕາມຄວາມຕ້ອງການຂອງປະຊາຊົນລາວ ທີ່ນໍາໃຊ້ຕົວຈິງ ແລະ ເລີ່ມເປີດໃຫ້ທົດລອງບໍລິການ ເດືອນ ສິງຫາ ປີ 2018 ຈົນເຖິງປະຈຸບັນ u-money ມີຫຼາຍກວ່າ 10.000 ຮ້ານຕົວແທນທີ່ໃຫ້ບໍລິການ u-money ແລະ ມີເກືອບ 200.000 ເລກໝາຍທີ່ນໍາໃຊ້ບໍລິການໃນທົ່ວປະເທດ.


ບໍລິການ ຢູມັນນີ ສາມາດເຮັດທຸລະກຳ ໂອນເງິນ-ຖອນເງິນ ອອກເປັນເງິນສົດ – ການຊໍາລະ ບໍລິການຕ່າງໆ ໂດຍຜ່ານລະບົບມືຖື ສ້າງຄວາມສະດວກສະບາຍໃຫ້ແກ່ລູກຄ້າ ທີ່ນໍາໃຊ້ມືຖືໃນທົ່ວປະເທດ, u-money ຈະຊ່ວຍໃຫ້ປະຊາຊົນ ທີ່ດໍາລົງຊີວິດຢູ່ເຂດຫ່າງໄກສອກຫຼີກ ກໍ່ສາມາດນໍາໃຊ້ບໍລິການດ້ານການເງິນ – ການທະນາຄານໄດ້ຢ່າງສະດວກ ເປັນຕົ້ນແມ່ນການເຂົ້າເຖິງການຖອນເງິນ – ການໂອນເງິນ, ສ້າງຄວາມລຶ້ງເຄີຍແກ່ປະຊາຊົນຮູ້ນໍາໃຊ້ທຸລະກຳການເງິນໃນຮູບແບບດີຈີຕອນ ເຊິ່ງຈະເຮັດໃຫ້ເປັນເປັນການສົ່ງເສີມສ້າງພື້ນຖານໃນການພັດທະນາ ເສດຖະກິດຊຸມຊົນໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ.