6 ຂັ້ນຕອນ ວິທີອະນາໄມໝວກກັນກະທົບ

226

ໄລຍະນີ້ເປັນລະດູຝົນ ສໍາລັບຜູ້ທີ່ໃຊ້ລົດຈັກເປັນປະຈໍາການອະນາໄມ ຫຼື ເຮັດຄວາມສະອາດໝວກກັນກະທົບ ຖືວ່າເປັນເລື່ອງທີ່ຈໍາເປັນເພາະປ້ອງກັນການເກີດເຊື້ອຣາ, ແບັກທີເຮີຍ ທັງໃນເລື່ອງຄວາມສະອາດ ແລະ ຄວາມສວຍງາມ ລອງມາເບິ່ງຂັ້ນຕອນການຮັກສາຄວາມສະອາດໝວກກັນກະທົບຕ້ອງປະຕິບັດກັນແນວໃດ?

ຂັ້ນຕອນທີ 1: ຖອດອຸປະກອນເອເລັກໂຕຣນິກ ແລະ Pinlock ອອກກ່ອນ ໝວກກັນກະທົບບາງຍີ່ຫໍ້ຈະມີລະບົບກັນຝ້າທີ່ຊ່ວຍເພີ່ມການໄຫຼວຽນຂອງອາກາດພາຍໃນ ຫຼື ເອີ້ນວ່າ Pinlock ແລະ ສາມາດຕິດຕັ້ງໂຕຮັບສັນຍານບລູທູດໄດ້, ດັ່ງນັ້ນໃຫ້ຖອດອອກໄປກ່ອນເພື່ອທໍາການເຮັດຄວາມສະອາດທຸກຊອກທຸກມຸມ ແລະ ຍັງເປັນການກວດເຊັກວ່າອຸປະກອນເຫຼົ່ານີ້ຍັງໃຊ້ໄດ້ ຫຼື ບໍ່.


ຂັ້ນຕອນທີ 2: ກວດສອບເປືອກນອກໝວກກັນກະທົບ ກວດເຊັດ ຄວາມສະອາດເປືອກນອກຂອງໝວກກັນກະທົບ ຫຼື ເອີ້ນອີກຢ່າງໜຶ່ງວ່າ Shell ເບິ່ງວ່າມີຮ່ອງຮອຍ ຄວາມເສຍຫາຍເກີດຂຶ້ນ ຫຼື ບໍ່, ການເຮັດຄວາມສະອາດໃຫ້ໃຊ້ແພໄມໂຄໄຟເບີ້ ຫຼື ແພປຽກນໍ້າໝາດໆເຊັດໃຫ້ແຫ້ງກໍໄດ້ ໃນກໍລະນີໝວກກັນກະທົບສີຂາວ ແລະ ມີຮອຍເປື້ອນໃຫ້ໃຊ້ນໍາສະບູ ຫຼື ແປງຂົນອ່ອນທໍາ ຄວາມສະອາດຈະດີກວ່າ.

ຂັ້ນຕອນທີ 3: ທໍາຄວາມສະອາດແວ່ນບັງໜ້າ ຫຼື ແວ່ນບັງລົມ ຫຼື ນັກຊິ້ງຫຼາຍໆຄົນເອີ້ນວ່າ Shield ມີວິທີເຮັດຄວາມສະອາດເພີ່ມຕື່ມຄື ຕ້ອງແນ່ໃຈວ່າຜ້າທີ່ນໍາມາເຊັດ ຫຼື ນໍ້າຢາທີ່ໃຊ້ທໍາຄວາມສະອາດຈະບໍ່ເຮັດໃຫ້ເກີດຮອຍໃນແວ່ນ ແລະ ບໍ່ເຮັດໃຫ້ເກີດຄວາມໝອງມົວ ເຮັດໃຫ້ວິໄສທັດການເບິ່ງເຫັນຫຼຸດລົງ.

ຂັ້ນຕອນທີ 4 ເຮັດຄວາມສະອາດ Pinlock ຫຼື ລະບົບກັນຝ້າ ມີໜ້າທີ່ໃນການໄຫຼວຽນຂອງອາກາດພາຍໃນ ກັນຄວາມຊຸ່ມທີ່ເກີດຈາກການຫາຍໃຈຂອງເຮົາໃນຂະນະສວມໃສ່ໝວກ, ດັ່ງນັ້ນ Pinlock ຈະມີສ່ວນປະກອບຂອງ Hydrophilic ທີ່ມີຄຸນສົມບັດດູດຊັບນໍ້າໄດ້ ການເຮັດ ຄວາມສະອາດຄືໃຫ້ໃຊ້ຜ້າແຫ້ງເຊັດເບົາໆກໍພຽງພໍ.

ຂັ້ນຕອນທີ 5: ກວດສອບຂໍ້ຕໍ່ຕ່າງໆ ໂດຍສະເພາະຕາມນ໋ອດ, ຕາມຈຸດຕ່າງໆ ຫຼື ແວ່ນກັນແດດທີ່ຢູ່ພາຍໃນໝວກກັນກະທົບບາງລຸ້ນ, ຢ່າລືມກວດເຊັກຊິ້ນສ່ວນເຫຼົ່ານີ້ວ່າຍັງຢູ່ໃນສະພາບທີ່ດີ ຫຼື ບໍ່.

ຂັ້ນຕອນທີ 6: ເຮັດຄວາມສະອາດພາຍໃນໝວກກັນກະທົບບາງລຸ້ນ ສາມາດຖອດຊັບໃນ ຫຼື ເບາະຫຸ້ມພາຍໃນອອກມາທໍາຄວາມສະອາດໄດ້ ເມື່ອຖອດອອກມາຊັກຕ້ອງຕາກໃຫ້ແຫ້ງ ແລ້ວຈຶ່ງໃສ່ກັບຄືນເຂົ້າໄປ ແຕ່ບໍ່ຄວນຕາກແດດດົນເກີນໄປ ເພາະຈະເຮັດໃຫ້ໂຟມເສື່ອມສະພາບ.

ເມື່ອເຮັດຄວາມສະອາດທຸກຂັ້ນຕອນແລ້ວ ກໍປະກອບຊິ້ນສ່ວນຕ່າງໆກັບຄືນຈຸດເດີມກໍສາມາດນໍາໄປໃຊ້ງານໄດ້ເລີຍ ແຕ່ກໍມີສິ່ງທີ່ຄວນລະວັງໃນການເຮັດຄວາມສະອາດຄື:

ຫ້າມໃຊ້ແຟັບ ຫຼື ໄຮເຕີ້, ນໍ້າຢາປັບຜ້ານຸ້ມ ເພາະມີຄວາມເປັນກົດຫຼື ດ່າງສູງ.

ຫ້າມໃຊ້ນໍ້າຮ້ອນໃນການລ້າງຊິ້ນສ່ວນບາງຢ່າງຈາກພາລາສຕິກ ຫາກຖືກນໍ້າຮ້ອນອາດເກີດການບິດງໍບໍ່ສາມາດຄືນຮູບຊົງເກົ່າໄດ້.

ບໍ່ຄວນແຊ່ນໍ້າໄວ້ດົນນານ ເພາະຊັບໃນ, ຟອງນໍ້າຢູ່ພາຍໃນໝວກກັນກະທົບຫາກນຳໄປແຊ່ນໍ້າດົນເກີນໄປ ແລະ ບໍ່ໄດ້ຕາກແດດໃຫ້ແຫ້ງ ອາດຈະພາໃຫ້ເກີດອາການເສື່ອມສະພາບໄດ້.

( ຂໍ້ມູນ: https://car.kapook.com/view227118.html )