ຊີວີຄອນເນັກ ໄດ້ຮັບຜົນກະທົບຍ້ອນໂຄວິດ – 19 ແຕ່ໃນອະນາຄົດ ການສະໝັກວຽກຈະດີຂຶ້ນ

191

ທຸລະກິດສື່ກາງທີ່ຢູ່ໃນຂະແໜງອຸດສາຫະກຳຈ້າງງານ ຈະເຕີບໂຕໄດ້ກໍຂຶ້ນກັບການຈ້າງງານຂອງອຸດສາຫະກຳໃນປະເທດເຕີບໂຕ, ຖ້າການຈ້າງງານຫົດຕົວຜູ້ໃຫ້ບໍລິການ ຈະຫົດຕົວຕາມ. ດັ່ງນັ້ນບັນດາບໍລິສັດດັ່ງກ່າວໄດ້ມີການປັບຕົວຄືແນວໃດ ເພື່ອຜ່ານຜ່າວິກິດໂຄວິດ – 19 ນຳພາບໍລິສັດກ້າວໄປຕໍ່ໄດ້.

ສຳພາດພິເສດໃນມື້ນີ້ ຈະພາທ່ານໄປຮັບຟັງຄຳຕອບຈາກຜູ້ອຳນວຍການບໍລິສັດ ຊີວີຄອນເນັກ ບໍລິສັດຜູ້ໃຫ້ບໍລິການຈັດຫາງານເຖິງການກ້າວຜ່ານວິກິດທີ່ບໍ່ອາດຫຼີກລຽງໄດ້ໃນຄັ້ງນີ້.

ທ່ານ ເອກກະສິດ ວິລະດາ ຜູ້ອຳນວຍການ ບໍລິສັດ ຊີວີຄອນເນັກ ຈຳກັດ ກ່າວວ່າ: ບໍລິສັດ ຊີວີຄອນເນັກ ສ້າງຕັ້ງຂຶ້ນຢ່າງເປັນທາງການໃນປີ 2018 ເພື່ອເປັນສື່ກາງໃນການຈັດຫາງານ, ການຫາວຽກຂອງໄວໜຸ່ມ, ຂອງຄົນທີ່ຕ້ອງການເຮັດວຽກ ແລະ ປ່ຽນວຽກຕ່າງໆ ສາມາດສະໝັກລົງເວັບໄຊ ແລະ ແພຼັດຟອມຂອງ ບໍລິສັດ. ສຳລັບເປົ້າໝາຍໃນເບື້ອງຕົ້ນ ໂດຍມີຈຸດປະສົງໃຫ້ຫຼຸດຄ່າໃຊ້ຈ່າຍໃນການຫາວຽກຂອງຄົນຄື ບໍ່ຈຳເປັນຕ້ອງອອກໄປສົ່ງເອກະສານຝາກຊີວະປະຫວັດໄວ້ນຳບໍລິສັດຕ່າງໆ ພຽງແຕ່ເຂົ້າມາໃນເວັບໄຊ ຫຼື ແອັບພລິເຄຊັນ ສາມາດອັບໂຫຼດເອກະສານຂຶ້ນຄັ້ງດຽວ ກໍສາມາດຝາກ ຫຼື ສົ່ງຊີວະປະຫວັດຜ່ານລະບົບໄປຫາບໍລິສັດຕ່າງໆໄດ້.

ພາຍຫຼັງທີ່ໄດ້ເປີດຕົວຢ່າງເປັນທາງການ ຖືວ່າໄດ້ຮັບກະແສຕອບຮັບເປັນຢ່າງດີ ແຕ່ໂດຍລວມລູກຄ້າຍັງຮັບຮູ້ໜ້ອຍຢູ່ ອາດຈະເປັນສິ່ງທີ່ໃໝ່ສຳລັບຢູ່ບ້ານເຮົາ ( ຍັງມີຄົນໃຊ້ອີເມລສະໝັກແບບເກົ່າຢູ່ ເຮັດໃຫ້ຫຍຸ້ງຍາກໃນການຈັດຫາ ). ເຖິງຢ່າງໃດກໍຕາມ, ຜ່ານໄປໄລຍະໜຶ່ງເຫັນວ່າມີຜູ້ມາສະໝັກຜ່ານເວັບໄຊ ແລະ ແອັບພລິເຄຊັນຫຼາຍຂຶ້ນ ເຮັດໃຫ້ການຈັດຫາງານຂອງບໍລິສັດໄດ້ສະດວກຂຶ້ນ.

ໃນປີ 2018 ມີບໍລິສັດເຂົ້າມາຈັດຫາ 100 ກວ່າບໍລິສັດ, ບຸກຄະລາກອນທີ່ສາມາດຈັດຫາໃຫ້ໄດ້ ສະເລ່ຍປະມານບໍລິສັດລະ 4 – 5 ຄົນ ( ຜ່ານບໍລິສັດໂດຍກົງ ) ຖືວ່າເປັນທີ່ໜ້າເພິ່ງພໍໃຈ. ສ່ວນປີ 2019 ມີບໍລິສັດທີ່ເຂົ້າມາໃຊ້ບໍລິການເພີ່ມຂຶ້ນປະມານ 20% ໂດຍລວມແລ້ວຖືວ່າດີຂຶ້ນຫຼາຍ ແຕ່ບໍ່ເຖິງເປົ້າໝາຍທີ່ຕັ້ງໄວ້.

ຕົກມາປີ 2020 ເປັນປີທີ່ໜັກໜາສາຫັດຄືທີ່ຮັບຮູ້ນຳກັນແລ້ວວ່າ ສະຖານະການເສດຖະກິດເຮັດໃຫ້ຜູ້ປະກອບການຫັນໄປຈັດຫາເອງຫຼາຍຂຶ້ນ ບໍລິສັດທີ່ເຄີຍໃຊ້ບໍລິການຈັດຫາງານ ແລະ ປະກາດຫາງານຫຼຸດລົງໄປຫຼາຍ ໂດຍສະເພາະໄລຍະການລະບາດຂອງພະຍາດໂຄວິດ – 19 ຢູ່ ສປປ ລາວ.

ທ່ານ ເອກກະສິດ ວິລະດາ ກ່າວຕື່ມວ່າ: ເຖິງຢ່າງໃດກໍຕາມ ພວກເຮົາໄດ້ມີການປັບຕົວຕາມສະຖານະການ ໂດຍການຫັນມາໂຄສະນາ ແລະ ເຮັດການຕະຫຼາດຜ່ານທາງອອນລາຍເປັນຫຼັກ ( ແຕ່ກ່ອນເຄີຍລົງໂຄສະນາໜັງສືພິມ ແລະ ວິທະຍຸ ) ທັງນີ້ກໍເພື່ອຫຼຸດຕົ້ນທຶນໃນການປະຄັບປະຄອງບໍລິສັດໃນໄລຍະນີ້. ສ່ວນພະນັກງານພວກເຮົາພະຍາຍາມຮັກສາໄວ້ທີ່ສຸດ ແຕ່ເພື່ອໃຫ້ບໍລິສັດເດີນໄປໜ້າໄດ້ບາງວຽກທີ່ບໍ່ຈຳເປັນກໍຕ້ອງໄດ້ຕັດອອກກ່ອນ. ມາຮອດປັດຈຸບັນພາຍຫຼັງທີ່ລັດຖະບານໄດ້ຜ່ອນຜັນຫຼາຍມາດຕະການເຮັດໃຫ້ບັນດາບໍລິສັດຕ່າງໆໄດ້ກັບມາເປີດປົກກະຕິແລ້ວ ການຈ້າງງານກໍເລີ່ມດີຂຶ້ນ.

ສຳລັບການໂຄສະນາທາງອອນລາຍຍັງພົບບັນຫາຫຼາຍຢູ່ ເນື່ອງຈາກວ່າໃນປັດຈຸບັນໃຜໆກໍໃຊ້ອອນລາຍຫຼາຍ, ມີຄົນໂຄສະນາທາງອອນລາຍຫຼາຍບັນຫາ ຄື: ການທີ່ຈະເຮັດໃຫ້ໂຄສະນາຂອງເຮົາມີຄວາມໂດດເດັ່ນ ແລະ ເປັນທີ່ໜ້າສົນໃຈມັນຍິ່ງຍາກຂຶ້ນ ( ສະເລ່ຍແລ້ວຕົ້ນທຶນໃນການໃຊ້ອອນລາຍ ) ຈະບໍ່ຕ່າງຫຍັງກັບໂຄສະນາທາງອັອບລາຍ.

ການລະບາດຂອງພະຍາດໂຄວິດ – 19 ລະບາດ ສົ່ງຜົນກະທົບຕໍ່ແຮງງານຕົກງານເປັນຈຳນວນຫຼາຍ ບວກກັບບໍລິສັດຕ່າງໆໄດ້ຈັດຫາ ຫຼື ຮັບສະໝັກເອງ. ສະນັ້ນ, ເພື່ອເຮັດໃຫ້ຜູ້ວ່າງງານໄດ້ເຂົ້າເຖິງຕໍາແໜງແຮງງານໃນຕະຫຼາດຕ້ອງການໃຫ້ຫຼາຍຂຶ້ນ ໂດຍໃຫ້ຜູ້ສະໝັກງານເຂົ້າເຖິງສື່ອອນລາຍໃຫ້ຫຼາຍທຸກຊ່ອງທາງຈັດຫາງານ ເພື່ອສະໝັກວຽກ ຕ້ອງໄດ້ພັດທະນາແພຼັດຟອມ, ແອັບພລິເຄຊັນ ເຮັດໃຫ້ການໃຊ້ງານສະດວກ ແລະ ງ່າຍໃນການສະໝັກວຽກ ຄື: ໃຊ້ງ່າຍ, ສະໝັກງ່າຍ, ປະກອບຟອມງ່າຍ ແລະ ເຂົ້າໃຈງ່າຍ ໂດຍບໍ່ສັບສົນ ແນນອນໃນອະນາຄົດ ຄົນຈະຫັນມາສະໝັກງານຜ່ານອອນລາຍໄດ້ຫຼາຍຂຶ້ນ ແລະ ມີໂອກາດເຂົ້າເຖິງວຽກເຮັດງານທຳໄດ້ສະດວກຂຶ້ນ, ທ່ານ ເອກກະສິດ ກ່າວ.

ອີງຕາມປະສົບການຂອງບໍລິສັດ ຊີວີຄອນເນັກ ໃນການເປັນສື່ກາງໃຫ້ຜູ້ທີ່ຕ້ອງ ການວຽກເຮັດ ແລະ ບັນດາຫົວໜ່ວຍແຮງງານມາຫຼາຍປີ ເຫັນວ່າຕະຫຼາດແຮງງານຕ້ອງການບາງຕໍາແໜ່ງທີ່ມີທັກສະສູງ ແຕ່ບໍ່ຄ່ອຍມີບຸກຄະລາກອນທາງດ້ານນີ້ ໂດຍສະເພາະຕຳແໜ່ງກ່ຽວກັບໄອທີ, ພັດທະນາເວັບໄຊ, ເນັດເວີກຄິງ, ການພັດທະນາຊ໊ອຟແວຣ໌ ຫຼື ຈັກກົນ ແມ່ນຂາດຕະຫຼາດ ເຮັດໃຫ້ບາງບໍລິສັດຈຳເປັນຕ້ອງໄດ້ຈ້າງມາແຕ່ຕ່າງປະເທດ.

ພາບປະກອບຂ່າວເທົ່ານັ້ນ

ສຳລັບທຸລະກິດສື່ກາງຈັດຫາງານຈະເຕີບໂຕໄດ້ ສຳຄັນແມ່ນຂຶ້ນກັບຂະແໜງອຸດສາຫະກຳທີ່ຈ້າງງານນັ້ນເຕີບໂຕ ຖ້າວ່າການຈ້າງງານຂອງປະເທດເຮົາເຕີບໂຕ ທຸລະກິດກໍຈະເຕີບໂຕ ຖ້າການຈ້າງງານຫົດຕົວ ຜູ້ໃຫ້ບໍລິການຈະຫົດຕົວຕາມ, ບາງຄັ້ງການດຳເນີນທຸລະກິດບໍ່ສາມາດກຳນົດປັດໄຈພາຍນອກໄດ້ ແຕ່ສາມາດກຳນົດປັດໄຈພາຍໃນອົງກອນໄດ້ ແລະ ປັບຕົວໄດ້. ຄາດວ່າຖ້າເສດຖະກິດລາວຈະຟື້ນຕົວໄດ້ໃນຕົ້ນປີ 2021, ກາງປີ 2021 ຈະເປັນສັນຍານທີ່ດີໃນການຈ້າງງານ.

ທ່ານ ເອກກະສິດ ຍັງເບິ່ງໂອກາດທຸລະກິດທີ່ຈະເກີດຂຶ້ນຫຼັງໂຄວິດ – 19 ຄິດວ່າ: ທຸລະກິດການຂົນສົ່ງຈະເຕີບໂຕດ້ວຍຫຼາຍປັດໄຈ, ການຊື້ເຄື່ອງອອນລາຍ, ຄ້າຂາຍອອນລາຍຈະເກີດຂຶ້ນຫຼາຍ ເມື່ອໂຄວິດເກີດຂຶ້ນ ບັນດາຫ້າງຮ້ານທີ່ໄດ້ຮັບຜົນກະທົບທຳອິດ ແມ່ນຍ້ອນຄ່າເຊົ່າທີ່ເປັນຕົ້ນທຶນໃຫຍ່ຂອງຜູ້ປະກອບການ ແຕ່ການຂາຍອອນລາຍບໍ່ມີຄ່າເຊົ່າ, ການຄ້າຂາຍອອນລາຍຈະເພີ່ມຂຶ້ນ. ດັ່ງນັ້ນ, ທຸລະກິດຂົນສົ່ງທີ່ຮອງຮັບດ້ານນີ້ຢູ່ແລ້ວຈະໄດ້ຮັບຜົນດີ.