ບໍ່ທໍາມະດາ! ຜະລິດລູກໝູຂາຍ ສ້າງລາຍຮັບ 10 ຕື້ກີບຕໍ່ເດືອນ

593

ບໍລິສັດ ອິນເທັກຟາມໝູລາວ ເປັນການລົງທຶນຂອງນັກທຸລະກິດພາຍໃນ ແລະ ຕ່າງປະເທດ ມູນຄ່າ 10 ລ້ານໂດລາ ປັດຈຸບັນສາມາດຜະລິດລູກໝູຂາຍ 6 ພັນໂຕຕໍ່ເດືອນ ສາມາດສ້າງລາຍຮັບໄດ້ 10 ຕື້ກີບ.

ທ່ານ ຄໍາຜາ ພິມມະສອນ ຮອງຫົວໜ້າຫ້ອງວ່າການສູນກາງພັກ ພ້ອມຮອງຫົວໜ້າຫ້ອງວ່າການປົກຄອງແຂວງ, ໂຄສະນາອົບຮົມແຂວງ, ຫົວໜ້າ ແລະ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງສະຫວັນນະເຂດ ໄດ້ລົງເບິ່ງ ແລະ ຕິດຕາມຂະບວນການຜະລິດລູກໝູຂອງ ບໍລິສັດ ອິນເທັກຟາມໝູລາວ.

ທ່ານ ສີສຸວັນ ວິໄລທອງ ຜູ້ອໍານວຍການ ບໍລິສັດ ອິນເທັກຟາມໝູລາວ ພ້ອມພະນັກງານວິຊາການຈໍານວນໜຶ່ງໃຫ້ການຕ້ອນຮັບ ແລະ ເປີດເຜີຍວ່າ: ບໍລິສັດຕັ້ງຢູ່ບ້ານແກ້ງຫີນສູງ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ມີເນື້ອທີ່ 51 ເຮັກຕາ, ລົງທຶນປະມານ 10 ລ້ານໂດລາສະຫະລັດ, ເປັນບໍລິສັດຮ່ວມທຶນກັບຕ່າງປະເທດ 60/40 ເຊິ່ງພາຍຫຼັງທີ່ດໍາເນີນການກໍ່ສ້າງພັດທະນາພື້ນຖານໂຄງສ້າງຕ່າງໆສໍາເລັດ ແລະ ກໍໄດ້ນໍາແມ່ພັນ, ພໍ່ພັນໝູທີ່ມີຄຸນນະພາບສູງຈາກປະເທດດານມາກເຂົ້າມາປະສົມພັນສາມາດຜະລິດລູກໝູໄດ້ໃນຕົ້ນປີ 2020,.

ພາບປະກອບຂ່າວເທົ່ານັ້ນ

ຈາກນັ້ນກໍໄດ້ດໍາເນີນການປະສົມພັນໝູເປັນໄລຍະ ເຊິ່ງເດືອນໜຶ່ງສາມາດຜະລິດລູກໝູອອກຈໍາໜ່າຍພາຍໃນແຂວງ ແລະ ຕ່າງແຂວງໄດ້ປະມານ 5.500 – 6.000 ໂຕ ເຮັດມີລາຍໄດ້ປະມານເກືອບ 10 ຕື້ກີບຕໍ່ເດືອນ ອັນໄດ້ເຮັດໃຫ້ລູກຄ້າຈາກຕ່າງແຂວງໄດ້ສັ່ງຊື້ລູກໝູນ້ອຍ ເພື່ອນໍາໄປລ້ຽງເປັນໄລຍະ ແຕ່ກໍໜ້າຊື່ນຊົມພະນັກງານພາຍໃນບໍລິສັດຕ່າງກໍມີຄວາມດຸໝັ່ນພາກພຽນມີຄວາມຮູ້ ແລະ ປະສົບການທີ່ດີໃນການປະສົມພັນສີດນໍ້າເຊື້ອ, ການໃຫ້ອາຫານສັດ, ການເບິ່ງແຍງ ແລະ ການເຝົ້າລະວັງ ແລະ ບັນຫາອື່ນໆອັນໄດ້ເຮັດໃຫ້ພະນັກງານພາຍໃນບໍລິສັດ ຈໍານວນ 65 ຄົນ ມີສະຫວັດດີການທີ່ດີມີທີ່ພັກສະດວກສະບາຍ ເຊັ່ນ: ໄດ້ຮັບເງິນເດືອນຕໍ່າສຸດ ປະມານ 1,7 ລ້ານກີບ ແລະ ສູງສຸດປະມານ 10 ລ້ານກີບ.