ແຕ່ງຕັ້ງ ທ່ານ ເຍ່ຍຊົ່ງ ຫວັງທ່າວ ເປັນເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງໄຊສົມບູນ

188

ພິທີມອບ – ຮັບໜ້າທີ່ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງໄຊສົມບູນ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 10 ກັນຍາ 2020 ເຂົ້າຮ່ວມຂອງທ່ານ ແດງ ປະທຸມທອງ ຮອງເຈົ້າແຂວງໄຊສົມບູນ, ມີຄະນະຈັດຕັ້ງແຂວງ, ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ, ພະນັກງານລັດຖະກອນ ຄະນະບໍລິຫານງານຊາວໜຸ່ມແຂວງເຂົ້າຮ່ວມ.

ທ່ານ ທອງວັນ ທໍາມະວົງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ຕົກລົງເຫັນດີຍົກຍ້າຍ ສະຫາຍ ສົມດີ ຈັນທະວົງ ເລຂາໜ່ວຍພັກ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ( ຜູ້ເກົ່າ ) ໄປປະຈໍາການຢູ່ຫ້ອງວ່າການແຂວງ ແລະ ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ເຍ່ຍຊົ່ງ ຫວັງທ່າວ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ຂຶ້ນເປັນເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ( ຜູ້ໃໝ່ ).

ພ້ອມດຽວກັນນີ້, ທ່ານ ສົມດີ ຈັນທະວົງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ( ຜູ້ເກົ່າ ) ໄດ້ຂຶ້ນຜ່ານບົດບັນທຶກໃນການຊີ້ນຳ – ນຳພາວຽກງານຊາວໜຸ່ມໃນໄລຍະທີ່ຜ່ານມາ ພ້ອມທັງກ່າວມອບໜ້າທີ່ໃຫ້ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ( ຜູ້ໃໝ່ ) ສືບຕໍ່ຊີ້ນຳ – ນຳພາວຽກງານຊາວໜຸ່ມ ໃຫ້ມີຄວາມຮັດກຸມ ແລະ ມີປະສິດທິຜົນດີຂຶ້ນກວ່າເກົ່າ.