ເມືອງຊົນນະບູລີ ກຽມຈ່າຍເງິນເດືອນຜ່ານລະບົບ U-money

121

ບໍລິສັດ ສະຕາໂທລະຄົມ ຈໍາກັດ ຫຼື ຢູນີເທວ ສາຂາແຂວງ ສະຫວັນນະເຂດ ໄດ້ເຊັນສັນຍາກ່ຽວກັບການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆໃຫ້ນາຍບ້ານຜ່ານລະບົບ U-money ( ຢູມັນນີ ) ຫຼື ທະນາຄານມືຖືກັບເມືອງຊົນນະບູລີຂຶ້ນໃນວັນທີ 4 ກັນຍາ 2020 ເຊິ່ງມີ ທ່ານ ສຸວິໄລ ຫຼວງຊະລາດ ເຈົ້າເມືອງຊົນນະບູລີ, ທ່ານ ຫງວຽນ ເຖ ຈຸງ ອໍານວຍການ ບໍລິສັດ ສະຕາໂທລະຄົມ ສາຂາແຂວງສະຫວັນນະເຂດ, ມີບັນດາພະນັກງານພາຍໃນບໍລິສັດ, ນາຍບ້ານທັງ 63 ບ້ານ ແລະ ພະນັກງານພາຍໃນເມືອງເຂົ້າຮ່ວມ.

.
ທ່ານ ສີສ່ວນ ເທມມະບຸດ ຮອງອຳນວຍການສາຂາສະຫວັນນະເຂດ ກໍໄດ້ລາຍງານໃຫ້ຮູ້ກ່ຽວກັບການເບີກຈ່າຍເງິນເດືອນຜ່ານລະບົບ U-money ວ່າ: ລະບົບ U-money ນີ້ ກໍແມ່ນທາງເລືອກໜຶ່ງທີ່ຈະຊ່ວຍເຮັດໃຫ້ພໍ່ແມ່ປະຊາຊົນກໍຄືພະນັກງານລັດ ຫຼື ຜູ້ທີ່ໄດ້ຮັບເງິນອຸດໜູນ, ເງິນນະໂຍບາຍທີ່ຢູ່ຫ່າງໄກສອກຫຼີກ ໂດຍສະເພາະແມ່ນອໍານາດການປົກຄອງບ້ານ ສາມາດໄດ້ຮັບເງິນເດືອນຢ່າງວ່ອງໄວ ແລະ ທັນເວລາກັບ ຄວາມຕ້ອງການ.

ດັ່ງນັ້ນ, ພິທີເຊັນສັນຍາໃນຄັ້ງນີ້ກໍເປັນບາດກ້າວໜຶ່ງທີ່ຈະຊ່ວຍໃຫ້ພໍ່ແມ່ປະຊາຊົນສາມາດເຂົ້າເຖິງລະບົບເຕັກໂນໂລຊີໃນຍຸກ 4,0 ໄດ້ງ່າຍຂຶ້ນ ເຊິ່ງເປັນຍຸກທີ່ລະບົບໄອທີມີບົດບາດຢ່່າງ ກວ້າງຂວາງ ເຊິ່ງຢູ່ໃນສັນຍາໄດ້ລະບຸຢ່າງຈະແຈ້ງເຖິງສິດ, ໜ້າທີ່, ພັນທະ ແລະ ພາລະບົດບາດຂອງແຕ່ລະຝ່າຍ.

.
ຈາກນັ້ນ, ກໍໄດ້ມີການລົງທະບຽນເກັບກໍາຂໍ້ມູນຕ່າງໆຂອງບັນດານາຍບ້ານທີ່ຈະໄດ້ຮັບເງິນອຸດໜູນຜ່ານລະບົບU-money ທັງໝົດ 63 ບ້ານ ເຊິ່ງ ຢູມັນນີ ແມ່ນທະນາຄານມືຖືຂອງຄົນລາວ ເພື່ອຊ່ວຍໃຫ້ຄົນລາວສາມາດຊຳລະມູນຄ່າໂທຂອງຢູນີເທວ ແລະ ຮັບ, ໂອນເງິນໄດ້ຢ່າງວ່ອງໄວ, ປອດໄພໃນທົ່ວປະເທດ ແລະ ສາມາດເຮັດທຸລະກຳທາງການເງິນໄດ້ທຸກທີ່ ທຸກເວລາ ໂດຍຜ່ານສັນຍານຂອງສະຕາໂທລະຄົມ.