ອະນາຄົດກ້າວໄກ ໄຊສົມບູນກຳລັງສືກສາການປູກຂີງດຳ ແລະພືດກະສິກຳຫຼາຍຊະນິດ

0
336

ໄຊສົມບູນເປັນແຂວງທີ່ເຕັມໄປດ້ວຍພູຜາ ແຕ່ທີ່ດິນອຸດົມສົມບູນດີ ປູກພືດຜັກກະສິກຳງາມຫຼາຍແຖມໃຫຍ່ໄວ ເພາະເປັນເຂດໜາວມີໝອກປົກຄຸມເປັນສ່ວນໃຫຍ່ ສະນັ້ນ ປະຊາຊົນແຂວງນີ້ຈິ່ງບໍ່ຄ່ອຍຂາດເຂີນປະເພດພືດຜັກໜັກ, ຫຼ້າສຸດມີບໍລິສັດຈະໄປສຶກສາຄວາມເປັນໄປໄດ້ໃນການປູກຂີງດຳ ແລະ ສິນຄ້າກະເສດອີກຫຼາຍລາຍການ ເພື່ອເປັນສິນຄ້າ.

ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ເພື່ອສຶກສາ-ສໍາຫລວດ ຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ ໂຄງການປູຂີງດໍາ, ພິກໄທ, ໝາກເຜັດ ແລະ ປູກພຶດຜັກຕ່າງໆ ຢູ່ເຂດບ້ານທົ່ງຄູນ (ບ້ານພູແຮ່ເກົ່າ) ເມືອງອະນຸວົງ, ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນວັນທີ 11 ກັນຍາຜ່ານມາ ທີ່ແຂວງໄຊສົມບູນ ລະຫວ່າງທ່ານ ຈັນທະໜອມ ວົງສົມຈິດ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ ກັບ ທ່ານ ສີສະໝຸດ ເກສອນ, ຮອງຜູ້ອໍານວຍການບໍລິສັດ ກຸນຈະເລີນ ຈໍາກັດ ໂດຍຊ້ອງໜ້າ ທ່ານ ພົຕ ຄໍາລຽງ ອຸທະໄກສອນ, ເຈົ້າແຂວງໄຊສົມບູນ, ມີປະທານສະພາປະຊາຊົນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ທ່ານ ບຸນລິດ ສຸພັດດີ, ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ ໄດ້ຂຶ້ນລາຍງານກ່ຽວກັບຂໍ້ມູນພື້ນຖານຂອງໂຄງການ ແລະ ເນື້ອໃນຂອງບົດບັນທຶກ ທີ່ຈະໄດ້ລົງນາມກັນ ຊຶ່ງໂຄງການດັ່ງກ່າວແມ່ນໂຄງການສຶກສາ-ສໍາຫລວດ ຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ ໂຄງການປູຂີງດໍາ, ພິກໄທ, ໝາກເຜັດ ແລະ ປູກພຶດຜັກຕ່າງໆ ຢູ່ເຂດບ້ານທົ່ງຄູນ (ບ້ານພູແຮ່ເກົ່າ) ເມືອງອະນຸວົງ, ແຂວງໄຊສົມບູນ ໃນເນື້ອທີ່ 236 ເຮັກຕ້າ ຂອງບໍລິສັດ ກຸນຈະເລີນ ຈໍາກັດ ເປັນບໍລິສັດເອກະຊົນພາຍໃນ ເຊິ່ງເປັນບໍລິສັດລູກ ໃນກຸ່ມຂອງບໍລິສັດ ທີເຮັດບີ ກຣຸບ ຈໍາກັດ.

ໂຄງການສຶກສາສຳຫຼວດມີກຳນົດເວລາ 18 ເດືອນ ໃນນັ້ນ ໜ້າວຽກໂຄງການຂອງບໍລິສັດທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດ ຄື: ສຶກສາ-ສໍາຫລວດ, ສ້າງບົດວິພາກເສດຖະກິດ-ເຕັກນິກ ແລະ ບົດສຶກສາຜົນກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດເບື້ອງຕົ້ນ ແລະ ໃນການປະຕິບັດພັນທະແມ່ນທາງບໍລິສັດຕ້ອງປະກອບສ່ວນພັນທະຕ່າງໆ ໃນໄລຍະຈັດຕັ້ງປະຕິບັດອາຍຸຂອງບົດບັນທຶກຄວາມເຂົ້າໃຈ ເປັນຕົ້ນ: ເງິນຕິດຕາມ ແລະ ຄຸ້ມຄອງ, ເງິນຕິດຕາມທາງດ້ານວິຊາການ ແລະ ຕ້ອງປະກອບສ່ວນເງິນໃນການຕິດຕາມກວດກາສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ ຕາມແຜນຄຸ້ມຄອງ, ຕິດຕາມກວດກາ.


ໂອກາດດັ່ງກ່າວ ທ່ານ ພົຕ ຄໍາລຽງ ອຸທະໄກສອນ, ເຈົ້າແຂວງໄຊສົມບູນ ໄດ້ມີຄໍາເຫັນໂອລົມຕໍ່ພິທີ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍ-ຄວາມສໍາຄັນ ໃນການສ້າງສາພັດທະນາແຂວງໄຊສົມບູນ ພ້ອມນີ້ ທ່ານຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບໍລິສັດ ທີ່ໄດ້ປະກອບສ່ວນທຶນຮອນ ໃນການພັດທະນາແຂວງ ກໍຄືໂຄງການສຶກສາ-ສໍາຫລວດ ຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ ໂຄງການປູຂີງດໍາ, ພິກໄທ, ໝາກເຜັດ ແລະ ປູກພຶດຜັກຕ່າງໆ ໃນຄັ້ງນີ້ ຊຶ່ງຈະເປັນການປະກອບສ່ວນທີ່ສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ກໍຄືການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ.

 

 

LEAVE A REPLY

Please enter your comment!
Please enter your name here