ຈີນ ສົ່ງດາວທຽມສຳຫຼວດໂລກຂຶ້ນສູ່ວົງໂຄຈອນ

177

ສຳນັກຂ່າວຊິນຮວາ ລາຍງານວ່າ: ສປ ຈີນ ໃຊ້ຈະຫຼວດ ຂົນສົ່ງ ລອງມາຊ – 4b ຂົນສົ່ງດາວທຽມສຳຫຼວດໂລກ ເກົາເຟິນ – 11 ດວງທີ 2 ຈາກສູນ ສົ່ງດາວທຽມ ໄຖຫຍວນ ໃນແຂວງຊານຊີ ຂຶ້ນສູ່ວົງໂຄຈອນປະສົບຜົນສຳເລັດ.

ດາວທຽມສຳຫຼວດໂລກ ເກົາເຟິນ – 11 ດວງທີ 2 ເປັນດາວທຽມ ສຳຫຼວດໄລຍະໄກດ້ວຍແສງ ໃຊ້ສຳລັບການສຳຫຼວດຊັບພະຍາກອນທາງທໍລະນີວິທະຍາການຈັດຜັງເມືອງ, ການອອກແບບເຄືອຂ່າຍທາງຖະໜົນ, ການປະເມີນຜະລິດຜົນທາງກະສິກຳ, ການປ້ອງກັນ ແລະ ບັນເທົາໄພພິບັດຕ່າງໆເປັນຕົ້ນ, ສາມາດໃຊ້ປະໂຫຍດໃນການຮັບປະກັນຂໍ້ມູນຕໍ່ໂຄງການຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ, ປະຕິບັດການຄັ້ງນີ້ນັບເປັນພາລະກິດຄັ້ງທີ 345 ຂອງຈະຫຼວດຂົນສົ່ງດາວທຽມ ລອງມາຊ.