ຮັບຮອງລະບົບຕິດຕາມໃບຮັບເງິນຜ່ານລະບົບທະນາຄານ

121

ຄັງເງິນແຫ່ງຊາດ ໄດ້ຈັດກອງປະຊຸມເພື່ອຄົ້ນຄວ້າພິຈາລະນາຮັບຮອງລະບົບຄຸ້ມຄອງ, ຕິດຕາມໃບຮັບເງິນຂອງຄັງເງິນແຫ່ງຊາດຜ່ານລະບົບທະນາຄານ ( ລະບົບ RTIS ) ທັງນີ້ກໍເພື່ອເປັນການປະຕິບັດຕາມແຜນວຽກຫັນເປັນທັນສະໄໝ.

ທ່ານ ໜູເຊີຍ ພົມສີຈັນ ຮອງຫົວໜ້າຄັງເງິນແຫ່ງຊາດ ໄດ້ລາຍງານໂດຍສັງເຂບກ່ຽວກັບການນຳໃຊ້ໃບຮັບເງິນຂອງຄັງເງິນແຫ່ງຊາດ ຜ່ານລະບົບທະນາຄານ ເຊິ່ງເລີ່ມຈັດຕັ້ງປະຕິບັດແຕ່ເດືອນມີນາ 2020 ແລະ ໄດ້ມີການເຊື່ອມຕໍ່ສົ່ງຂໍ້ມູນກັບບັນດາທະນາຄານທຸລະກິດຂອງລັດ ທະນາຄານທຸລະກິດ ແລະ ຂະແໜງລາຍຮັບ. ພ້ອມກັນນັ້ນ, ໄດ້ທົດລອງນຳໃຊ້ລະບົບຄຸ້ມຄອງຕິດຕາມໃບຮັບເງິນຢູ່ຄັງເງິນແຫ່ງຊາດ, ຄັງເງິນແຫ່ງຊາດປະຈຳນະຄອນຫຼວງ ແລະ ຄັງເງິນ 9 ຕົວເມືອງໃນນະຄອນຫຼວງວຽງຈັນ.

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ໄດ້ຊີ້ນຳຕໍ່ກອງປະຊຸມ ໂດຍເນັ້ນໃຫ້ຄັງເງິນແຫ່ງຊາດເປັນໃຈກາງຫັນເປັນທັນສະໄໝທົ່ວປະເທດ, ປັດຈຸບັນລັດຖະບານໄດ້ຊີ້ນຳໃຫ້ກະຊວງການເງິນແບ່ງຂັ້ນຄຸ້ມຄອງ – ແບ່ງ ຄວາມຮັບຜິດຊອບລາຍຮັບໃຫ້ລະບົບຄັງເງິນແຫ່ງຊາດເປັນລະບົບຄົບຊຸດໃຫ້ບັນດາແຂວງ, ບັນດາເມືອງ ເພື່ອປັບປຸງພາລະບົດບາດຄັງເງິນແຫ່ງຊາດ. ພ້ອມກັນນັ້ນ, ກໍໃຫ້ເອົາໃຈໃສ່ກວດກາຕິດຕາມໃຫ້ລະບົບດັ່ງກ່າວມີ ຄວາມສະດວກ.

ນອກຈາກນີ້, ການເກັບຄ່າທຳນຽມທາງ, ຄ່າພາສີທີ່ດິນຜ່ານຕົວແທນບີຄຳ ໃຫ້ທະນາຄານມີຄວາມເປັນເອກະພາບ ເພື່ອຮັບປະກັນການມອບລາຍຮັບງົບປະມານໃຫ້ລວມສູນຜ່ານລະບົບທະນາຄານດ້ວຍການນຳໃຊ້ໃບຮັບເງິນຂອງຄັງເງິນແຫ່ງຊາດ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ, ທັງເປັນການຊຸກຍູ້ສົ່ງເສີມການນຳໃຊ້ເຄື່ອງທັນສະໄໝເຂົ້າໃນການຄຸ້ມຄອງເກັບລາຍຮັບເຂົ້າງົບປະມານແຫ່ງລັດມີຄວາມໂປ່ງໃສ ຖືກຕ້ອງ ແລະ ທັນຕາມກຳນົດເວລາ.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 8 ກັນຍາ 2020 ທີ່ຫ້ອງປະຊຸມກະຊວງການເງິນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ທ່ານ ໜູເຊີຍ ພົມສີຈັນ ມີຕາງໜ້າຈາກທະນາຄານທຸລະກິດຂອງລັດ, ທະນາຄານທຸລະກິດ, ຕາງໜ້າສະຖາບັນພັດທະນາຂໍ້ມູນ – ຂ່າວສານການເງິນ, ກົມສ່ວຍສາອາກອນ, ກົມພາສີ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

( ເນື້ອໃນ – ຮູບ: ປ່ຽນນິສາ ) [ ຂ່າວ: ສົມສະຫວິນ ]