ຂ່າວເສົ້າມື້ນີ້! ລາວເຮົາສູນເສຍອີກໜື່ງການນຳ ທ່ານຄຳໝັ້ນ ສູນວິເລີດ

210

ເປັນເລື່ອງລາວສຸດເສົ້າສຳລັບຄອບຄົວ ສູນວິເລີດ, ພັກ-ລັດ ແລະປະຊາຊົນລາວທີ່ໄດ້ສູນເສຍທ່ານ ຄຳໝັ້ນ ສູນວິເລີດ ໜຶ່ງໃນບັນດາການນຳໄປຕະຫຼອດການໃນຕອນເຊົ້າວັນທີ 14 ກັນຍາ 2020 ນີ້.

ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ຄະນະຊາປະນະກິດສົບ, ກະຊວງພາຍໃນ, ຄອບຄົວ ສູນວິເລີດ ຂໍແຈ້ງຂ່າວຄວາມເສົ້າສະຫຼົດໃຈມາຍັງສະມາຊິກພັກ, ພະນັກງານ, ນັກຮົບ ແລະ ພີ່ນ້ອງຮ່ວມຊາດ ຊາບທົ່ວເຖິງກັນວ່າ: ທ່ານ ຄຳໝັ້ນ ສູນວິເລີດ ອະດີດກຳມະການສຳຮອງສູນກາງພັກ ສະໄໝທີ IV ອະດີດກຳມະການສູນກາງພັກສະໄໝທີ V, VI, VII, VIII, IX ແລະ X , ອະດີດເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ອະດີດຮອງປະທານຄະນະກວດກາສູນກາງພັກ, ອະດີດເລຂາພັກແຂວງ ແຂວງຜົ້ງສາລີ, ອະດີດເລຂາພັກແຂວງ ແຂວງບໍ່ແກ້ວ ແລະ ເລຂາຄະນະພັກ, ລັດຖະມົນຕີກະຊວງພາຍໃນ ໄດ້ມີການເຈັບກະທັນຫັນ ແລະ ເສຍຊີວິດໃນເວລາ 3:00 ໂມງຂອງວັນທີ 14 ກັນຍາ 2020 ລວມອາຍຸໄດ້ 70 ປີ.

ເພື່ອຈາລຶກຄຸນງາມຄວາມດີ ຂອງທ່ານຄຳໝັ້ນ ສູນວິເລີດ ທີ່ໄດ້ອຸທິດແກ່ປະເທດຊາດ ແລະ ການປະຕິວັດ ດ້ວຍຄວາມອາໄລອາວອນຢ່າງສຸດຊຶ້ງຕໍ່ສະຫາຍ, ເຊິ່ງເປັນໜຶ່ງໃນພະນັກງານການນຳຂັ້ນສູງຂອງພັກ-ລັດ.

ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ຄະນະຊາປະນະກິດສົບ, ກະຊວງພາຍໃນໄດ້ຕົກລົງຈັດງານຊາປະນະກິດສົບ ແລະ ພິທີໄວ້ອາໄລຢ່າງເປັນທາງການ ເປັນເວລາ 6 ວັນ ນັບແຕ່ວັນທີ 14 ກັນຍາ 2020 ຫາ 19 ກັນຍາ 2020 ປັດຈຸບັນ ສົບຂອງເພິ່ນໄດ້ບຳເພັນກຸສົນຢູ່ທີ່ສະໂມສອນກະຊວງປ້ອງກັນປະເທດ, ສ່ວນວັນຊາປະນະກິດສົບ ຈະໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 19 ກັນຍາ 2020 ເວລາ 13:00 ໂມງ ທີ່ວັດເທບນິມິດ (ທາດຝຸ່ນ).

ວັນທີ 21 ກັນຍາ 2020 (ວັນຈັນ) ເປັນມື້ຫ້າງຫາກະກຽມ.

ວັນທີ 22 ກັນຍາ 2020 (ວັນອັງຄານ) ເປັນມື້ຕັກບາດຖວາຍສັງຄະທານ ພຣະ 9 ອົງ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງສະມາຊິກພັກ, ພະນັກງານ, ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ເພື່ອຊາບທົ່ວເຖິງກັນ.