BYD ມອບວັດຖຸເຕີມເຕັມຄວາມຝັນໃຫ້ນ້ອງລວມມູນຄ່າເກືອບ 10 ລ້ານກີບ

0
137

ທ່າມກາງສາຍຝົນຍ້ອຍ, ໃນຕອນເຊົ້າວັນທີ 12 ກັນຍາ 2020 ເວລາ 8:00 ໂມງເຊົ້າ ລົດຈໍານວນ 5 ຄັນໄດ້ເຄື່ອນທີ່ອອກຈາກບໍລິສັດ BYD ທີ່ບ້ານໂພນພະເນົາ ເມືອງໄຊເສດຖາ ມຸ່ງໜ້າສູ່ເມືອງປາກງື່ມ ເພື່ອໄປມອບເຄື່ອງໃຫ້ກໍາລັງໃຈເຕີມເຕັມຝັນໃຫ້ນ້ອງໆຕາມນັດໝາຍ.

ປະມານ 9:40 ໂມງລົດທັງ 5 ຄັນຮອດຈຸດໝາຍປາຍທາງທີ່ໂຮງຮຽນປະຖົມສົມບູນ ບ້ານປາກກວາງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ກໍແທດເໝາະກັບອາກາດທີ່ຝົນເຊົາຕົກແລ້ວ; ນ້ອງໆນັກຮຽນ 100 ກວ່າຄົນຢືນລຽນແຖວຖ້າຕ້ອນຮັບຢ່າງເປັນລະບຽບຈົບງາມ.

ພິທີມອບ-ຮັບເຄື່ອງ ແລະ ອຸປະກອນຕ່າງໆມີຂຶ້ນແບບງ່າຍໆຢູ່ຕໍ່ໜ້າໂຮງຮຽນປະຖົມດັ່ງກ່າວ ມອບໂດຍ ທ່ານ ນ.ແມງໂກ ຜູ້ອໍານວຍການບໍລິຫານ ບໍລິສັດ BYD ລາວ ແລະ ຮັບໂດຍ ທ່ານ ນ. ຄໍາພູ ທະວີວັນ ຜູ້ອໍານວຍການໂຮງຮຽນປະຖົມສົມບູນປາກກວາງ ມີນາຍບ້ານ, ສະມາຄົມພໍ່ແມ່ນັກຮຽນ, ທີມງານມູນນິທິຮ່ວມໃຈທໍາ, ຄູ-ອາຈານ ແລະ ພະນັກງານບໍລິສັດ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.

ເຄື່ອງທີ່ບໍລິສັດ BYD ແລະ ມູນນິທິຮ່ວມໃຈທໍາ ໄດ້ນໍາເອົາໄປມອບໃນຄັ້ງນີ້ມີ: ບານເຕະ, ບານຕີ, ກະຕໍ້, ອຸປະກອນຕີດອກປີກໄກ່, ສໍຂາວ, ປຶ້ມ, ບິກ, ສໍດໍາ, ນົມ ແລະ ອື່ນໆ ລວມມູນຄ່າ 8.500.000 ກີບ. ພ້ອມດຽວກັນນັ້ນ ທ່ານ ແມງໂກ ຍັງໄດ້ແຈກຢາຍປະເພດເຄື່ອງດື່ມ, ປຶ້ມຂຽນດ້ວຍຕົນເອງ ແລະ ທາງທີມງານ BYD ກໍໄດ້ມີກິດຈະກໍາສ້າງຄວາມສຸກຄວາມມ່ວນຊື່ນໃຫ້ນ້ອງໆໂດຍມີຂອງລາງວັນເລັກໆນ້ອຍໆແຈກຢາຍໃຫ້.

ທ່ານ ນ. ແມງໂກ ໄດ້ເວົ້າວ່າ: BYD ເປັນບໍລິສັດຈໍາໜ່າຍລົດໃຫຍ່ທີ່ມາເປີດບໍລິການຢູ່ລາວໄດ້ 1 ປີພໍດີ; ນີ້ເປັນຄັ້ງທໍາອິດທີີ່ມີກິດຈະກໍາຊ່ວຍເຫຼືອສັງຄົມພາຍໃຕ້ສັນຍາລັກ BYD Care ສາເຫດທີ່ເລືອກໂຮງຮຽນແຫ່ງນີ້ກໍຍ້ອນວ່າ ເປັນເຂດທີ່ຍັງຂາດເຂີນອຸປະກອນການຮຽນ; ຫວັງວ່າການຊ່ວຍເຫຼືອຄັ້ງນີ້ຈະສາມາດຊ່ວຍເປັນກໍາລັງໃຈໃຫ້ນ້ອງນ້ອຍ ແລະ ຈະນໍາໃຊ້ຢ່າງສົມຄຸນຄ່າ.

ປະຖົມສົມບູນປາກກວາງ ເປັນໂຮງຮຽນໜຶ່ງທີ່ຂຶ້ນກັບເມືອງປາກງື່ມ ແລະ ຍັງຂາດເຂີນຫຼາຍຢ່າງ ຊຶ່ງທ່ານ ນ.ຄໍາພູ ທະວີວັນ ໄດ້ໃຫ້ຮູ້ວ່າ: ໂຮງຮຽນດັ່ງກ່າວມີນັບແຕ່ຊັ້ນປີກຽມຮອດ ປໍ5 ນັກຮຽນທັງໝົດ 100 ກວ່າຄົນ; ທາງໂຮງຮຽນຍັງຂາດສິ່ງຈໍາເປັນຫຼາຍຢ່າງໃນນັ້ນ ແມ່ນກະທັງຄູສອນກໍບໍ່ພຽງພໍ; ສ່ວນອຸປະກອນທີ່ຕ້ອງການຄວາມຊ່ວຍເຫຼືອຕື່ມອີກກໍຍັງມີ: ໂຕະ-ຕັ່ງ, ພັດລົມ, ຕູ້ລໍາໂພງເພື່ອກິດຈະກໍາ ແລະ ອື່ນໆ.

LEAVE A REPLY

Please enter your comment!
Please enter your name here