ໄຊຍະບູລີ ປະດັບຊັ້ນໃຫ້ນາຍຕໍາຫລວດ 28 ສະຫາຍ

190

ແຫລ່ງຂ່າວຈາກ ໄຊຍະບູລີ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດການເລື່ອນຊັ້ນ ແລະ ປະດັບຊັ້ນໃຫ້ນາຍຕໍາຫລວດຈຳນວນ 28 ສະຫາຍ ໃນປະກອບມີ: ເລື່ອນຊັ້ນ ພັຕ ຂຶ້ນ ພັທ 12 ສະຫາຍ; ຮ້ອຍເອກຂຶ້ນ ພັຕ 16 ສະຫາຍ ແລະ ຍົກຂັ້ນເງິນເດືອນຊັ້ນ ພັທ ຂຶ້ນກິນເງິນຊັ້ນ ພັອ 2 ສະຫາຍ ໃຫ້ກຽດປະດັບຊັ້ນໃຫ້ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໂດຍ ພັອ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ.

ໂອກາດນີ້, ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ກ່າວວ່າ: ການເລື່ອນຊັ້ນ ແລະ ປະດັບຊັ້ນນີ້, ເປັນການປະຕິບັດນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍ ແລະ ພົນຕໍາຫລວດ ຜູ້ທີ່ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ, ໄດ້ຮັບຄວາມເຊື່ອໜັ້ນຈາກການຈັດຕັ້ງພັກ-ລັດ, ປະຊາຊົນບັນດາເຜົ່າ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ທີ່ກໍານົດໄວ້ໃນກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນເລກທີ 20 /ສພຊ ລົງວັນທີ 09 ພຶດສະພາ 2017 ສະບັບປັບປຸງ.

ພ້ອມນີ້ ຍັງເນັ້ນໃຫ້ບັນດາສະຫຍາຍຈົ່ງຍົກສູງຄວາມຮັບຜິດຊອບ, ສ້າງຄວາມເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ, ພ້ອມກັນສືບຕໍ່ບຸກບືນກ້າວຂຶ້ນເຮັດສໍາເລັດໜ້າທີ່ການເມືອງອັນມີກຽດສະຫງ່າທີ່ການຈັດຕັ້ງພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.
ຂ່າວຈາກ: ແຂວງໄຊຍະບູລີ