ອົງການອາຫານໂລກ ຊ່ວຍລາວກຽມພ້ອມຮັບມືກັບເຫດການສຸກເສີນທາງໄພພິບັດ

106

ເກືອບວ່າທຸກໆປີປະເທດເຮົາຈະປະສົບພົບພໍ້ກັບເຫດການທາງທຳມະຊາດ ເຊິ່ງບໍ່ສະເພາະແຕ່ສ້າງຄວາມເສຍຫາຍແກ່ຊີວິດ ແລະຊັບສິນຂອງປະຊາຊົນເທົ່ານັ້ນ ແຕ່ຍັງເຮັດໃຫ້ຊາວບ້ານຂາດເຂີນອາຫານການກິນ ອັນມີຄວາມສ່ຽງຕໍ່ສຸຂະພາບອີກ, ສະນັ້ນ ເພື່ອກຽມພ້ອມຮັບມືກັບສະຖານະການສຸກເສີນທີ່ອາດເກີດຂຶ້ນອີກ ໃນວັນທີ 14 ກັນຍາ 2020 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ອົງການອາຫານໂລກປະຈໍາ ສປປ ລາວ ຈິ່ງໄດ້ມອບເຕັ້ນສາງ (ສາງເຄື່ອນທີ່) ຈຳນວນ 4 ຊຸດ ມູນຄ່າ 59.600 ໂດລາສະຫະລັດ ໃຫ້ແກ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນຳໃຊ້ເຂົ້າໃນການບັນຈຸສະບຽງອາຫານ ແລະ ເຄື່ອງບັນເທົາທຸກ ໃນກໍລະນີທີ່ເກີດມີໄພພິບັດ ຢູ່ໄຊຍະບູລີ, ບໍ່ແກ້ວ, ຫລວງນໍ້າທາ, ແລະ ສະຫວັນນະເຂດ.


ສາງເຄື່ອນທີ່ເຫຼົ່ານີ້ ເມື່ອເວລາທີ່ມີໄພພິບັດ ຫລື ສະຖານນະການສຸກເສີນ ແມ່ນຈະສາມາດນຳເອົາອອກມາຕິດຕັ້ງໄດ້ຢ່າງວ່ອງໄວ, ເຊິ່ງແຕ່ລະເຕັ້ນສາງ ສາມາດບັນຈຸເຄື່ອງ ແລະ ອຸປະກອນບັນເທົາທຸກໄດ້ເຖິງ 500 ໂຕນ ເທົ່າກັບເປົາເຂົ້າ 50 ກິໂລ 10.000 ເປົາ. ທັງສາມາດສ້າງເປັນສູນໂລຈິສຕິກ ທີ່ພ້ອມໃຊ້ງານໄດ້ ໃນກໍລະນີທີ່ມີຄວາມຈຳເປັນຕ້ອງໃຊ້ ເປັນສູນປະຕິບັດງານພາກສະໜາມໃນກໍລະນີຈຳເປັນ.
ຕາງໜ້າມອບສາງຄັ້ງນີ້ໂດຍທ່ານ ຢານ ເດວບາເລີ ຜູ້ອຳນວຍການ ແລະ ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວ, ຕາງໜ້າຮັບໂດຍທ່ານ ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ ທັງເປັນຫົວໜ້າກອງເລຂາ ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີບັນດາພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ວິໄລພົງ ກ່າວວ່າ: ສາງດັ່ງກ່າວນີ້ ຈະມີອຸປະກອນທີ່ອຳນວຍຄວາມສະດວກໃນການຈັດເກັບເຄື່ອງມື ແລະ ອຸປະກອນບັນເທົາທຸກເຊັ່ນ: ປະເພດອາຫານ ແລະ ອຸປະກອນດ້ານຄວາມປອດໄພ ທີ່ຈະໄດ້ຮັບການເກັບມ້ຽນຢ່າງປອດໄພ ປາສະຈາກຄວາມເສຍຫາຍອື່ນໆ ທັງນີ້ກໍ່ຕ້ອງຂໍຂອບໃຈທາງອົງການອາຫານໂລກ ທີ່ໄດ້ໃຫ້ການສະໜັບສະໜູນສາງເຄື່ອນທີ່ຈຳນວນ 4 ຊຸດ ເພື່ອນຳໄປໃຊ້ໃນການໂຕ້ຕອບກັບໄພພິບັດ ແລະ ສະຖານນະການສຸກເສີນຕ່າງໆ ເພື່ອກຽມຄວາມພ້ອມໃນການຮັບມືກັບໄພພິບັດຂອງພວກເຮົາ. ເຕັ້ນສາງເຄື່ອນທີ່ຈຳນວນດັ່ງກ່າວນີ້ ແມ່ນການຊ່ວຍເຫລືອເພີ່ມເຕີມ, ຊຶ່ງຜ່ານມາ ທາງອົງການອາຫານໂລກ ກໍໄດ້ມີການມອບ ແລະ ຕິດຕັ້ງໄປກ່ອນໜ້ານີ້ ຈໍານວນ 4 ຊຸດ ຢູ່ທີ່ແຂວງ ອັດຕະປື, ເຊກອງ, ຄຳມ່ວນ ແລະ ອຸດົມໄຊ ເຊິ່ງລວມທັງໝົດເປັນ 8 ຊຸດ ທີ່ທາງອົງການອາຫານໂລກໄດ້ມອບໃຫ້ກັບ ລັດຖະບານ ສປປ ລາວ.


ທ່ານ ຢານ ເດວບາເລີ ກ່າວວ່າ: ການກຽມຄວາມພ້ອມແມ່ນສິ່ງທີ່ສຳຄັນຫລາຍ ໂດຍສະເພາະກັບສະຖານະການທີ່ບໍ່ສາມາດຄາດເດົາໄດ້ ເນື່ອງຈາກການປ່ຽນແປງຂອງສະພາບອາກາດ. ໃນໄລຍະທີ່ຜ່ານມາ, ເຕັ້ນສາງເຄື່ອນທີ່ແມ່ນມີຄວາມສຳຄັນຫລາຍ ໂດຍສະເພາະໃນໄລຍະທີ່ມີໄພນໍ້າຖ້ວມຢູ່ ສປປ ລາວ, ເພື່ອໃຫ້ແນ່ໃຈວ່າເຄື່ອງມື ແລະ ອຸປະກອນບັນເທົາທຸກເຫລົ່ານັ້ນ ສາມາດສົ່ງໄປຍັງຜູ້ທີ່ໄດ້ຮັບຜົນກະທົບຢູ່ພື້ນທີ່ທັນກັບເວລາ.

( ຂ່າວສານຮສສ)