ໄຂກອງປະຊຸມໃຫຍ່ອົງຄະນະພັກທະນາຄານແຫ່ງ ສປປ ລາວຄັ້ງທີ IV

193

ໄລຍະນີ້ເລີ່ມກ້າວເຂົ້າສູ່ການປະຊຸມອົງຄະນະພັກໃນບັນດາກະຊວງ, ທະບວງການປົກຄອງ ຫຼ້າສຸດນີ້ແມ່ນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກທະນາຄານແຫ່ງ ສປປ ລາວ ຄັ້ງທີ IV ເຊິ່ງໄດ້ໄຂຂື້ນຢ່າງເປັນທາງການໃນຕອນເຊົ້າວັນທີ14 ກັນຍາ 2020 ຢູ່ສະໂມສອນໃຫຍ່ສະຖາບັນການທະນາຄານ ບ້ານຄໍາຮຸ່ງ ເມືອງໄຊທານີ , ສະຄອນຫລວງວຽງຈັນ ພາຍໃນການເປັນປະທານຂອງ ທ່ານ ສອນໄຊ ສິດພະໄຊ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ,ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານນາງປານີ ຢ່າທໍ່ຕູ້ກໍາມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ.

ທ່ານສອນໄຊ ສິດພະໄຊ ໄດ້ຂຶ້ນຜ່ານຮ່າງລາຍງານການເມືອງຂອງຄະນະບໍລິຫານງານພັກ ທະນາຄານແຫ່ງ ສປປລາວ ໂດຍໃຫ້ຮູ້ວ່າ: ໄລຍະ5 ປີ ຜ່ານມາ,ເຖີງວ່າສະພາບການພັດທະນາເສດຖະກິດ-ສັງຄົມ,ສະພາບການເງິນເງີນຕາຂອງປະເຮົາຈະພົບກັບສີ່ງທ້າຍທາຍຫລາຍດ້ານໂດຍສະເພາະການລະບາດຂອງພະຍາດໂຄວິດ-19 ພາຍໃຕ້ການຊີ້ນຳ-ນຳພາຂອງສູນກາງພັກຄະນະພັກຂັ້ນຕ່າງໆພາຍໃນທະນາຄານແຫ່ງ ສປປ ລາວ ໄດ້ເປັນແກ່ນສານເຕົ້າໂຮມຄວາມສາມັກຄີປຸກລະດົມກໍາລັງແຮງສັງ ລວມພາຍໃນຂອງຕົນເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ,ແລະແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ5ປີຄັ້ງທີ VIII ຂອງລັດຖະບານຢ່າງຕັ້ງຫນ້າສະແດງອອກ ໄດ້ເອົາໃສ່ສຶກສາອົບການເມືອງແນວຄິດໃຫ້ສະມາຊິກພັກພະນັກງານຢ່າງເປັນປົກກະຕິແລະຕໍ່ເນື່ອງເພື່ອເຮັດໃຫ້ມີ ຄວາມອຸ່ນອ່ຽງທຸ່ນທ່ຽງເຊື່ອຫມັ້ນໃນການຊີ້ນໍາ-ນໍາພາຂອງພັກເປັນແລະເປັນເຈົ້າການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານແລະກົດຫມາຍຂອງລັດຢ່າງແຂງແຮງ, ເອົາໃຈໃສ່ຍົກລະດັບທິດສະດີການເມືອງການປົກຄອງໃຫ້ພະນັກງານຫລັກແຫລ່ງພາຍໃນກົມກອງ ຂອງຕົນຢູ່ພາຍໃນແລະຕ່າງປະເທດ,ວຽກງານກໍ່ສ້າງພັກໄດ້ເອົາໃຈໃສ່ປັບປຸງລະບົບການຈັດຕັ້ງທຸກຂັ້ນ ໃຫ້ສອດຄ່ອງກັບສະພາບເງື່ອນໄຂຕົວຈີງ,ສາມາດຕີລາຄາຫນ່ວຍພັກປອດໃສ,ເຂັ້ມແຂງຫນັກແຫນ້ນ ສໍາເລັດຕາມຄາດຫມາຍທີ່ວາງໄວ້ແລະວຽກງານສໍາຄັນອື່ນໆຈໍານວນຫນື່ງ.

ນອກນີ້ ຜູ້ແທນທີ່ເຂົ້າຮ່ວມ ກອງປະຊຸມຍັງໄດ້ພ້ອມກັນຮັບຟັງລາຍການຈັດຕັ້ງປະຕິບັດວຽກງານຕ່າງໆໃນຂະແຫນງການທະນາ ຄານໃນ5ປີຜ່ານມາແລະຍຸດທະ ສາດການພັດທະນາລະບົບສະຖາບັນການເງີນເງີນຕາ5ປີຕໍ່ຫນ້າ, ຮັບຟັງການປະກອບຄໍາເຫັນຂອງບັນດາຮາກຖານພັກທີ່ກ່ຽວຂ້ອງໃນຫົວຂໍ້ຕ່າງໆເປັນຕົ້ນ:ການຮັກສາ ສະຖຽນລະພາບເງີນຕາແຫ່ງຊາດໂດຍການນໍາໃຊ້ນະໂຍບາຍອັດຕາແລກປ່ຽນແລະການຄຸ້ມຄອງເງີນຕາແຫ່ງຊາດ,ການຮັກສາສະຖຽນລະພາບທາງດ້ານການເງີນ,ການຄຸ້ມຄອງລະບົບຊໍາລະບົດ ບາດຂອງຕະຫລາດການເງີນໃນການສະຫນອງທືນໃຫ້ແກ່ວິສາຫະກິດຂະຫນາດນ້ອຍແລະຂະ ຫນາດກາງແລະຍຸດທະສາດການປັບປຸງພາລະບົດບາດຂອງທະນາ ຄານນະໂຍບາຍ,ນອກນີ້ກອງປະຊຸມຍັງຈະພ້ອມກັນໃຊ້ສິດປະຊາທິປະໄຕບ່ອນບັດ,ຄັດເລືອກເອົາຄະນະບໍລິຫານງານພັກທະນາຄານແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວຊຸດໃຫມ່,ຄັດເລືອກເອົາບັນດາຜູ້ແທນສົມ ບູນເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງ11ຂອງພັກ,ພ້ອມທັງຮັບຟັງການໂອ້ລົມເພື່ອໃຫ້ທາງໃນການຈັດຕັ້ງປະຕິບັດວຽກງານຕ່າງໆໃນຂົງເຂດທະນາຄານໃນຕໍ່ຫນ້າຈາກທ່ານນາງປານີຢ່າທໍ່ຕູ້ກໍາມະການກົມກນເມືອງສູນກາງພັກປະທານສະພາແຫ່ງຊາດຕື່ມອີກແລະກອງປະຊຸມຄັ້ງນີ້ຈະດໍາເນີນເປັນເວລາ1ມື້ ເຄີ່ງຈື່ງສໍາເລັດ.

ຂ່າວຈາກ: ວິທະຍຸກະຈາຍສຽງແຫ່ງຊາດ