ຂ່າວດີ! ຜູ້ຕິດເຊື້ອ ກໍລະນີ 22 ໄດ້ອອກໂຮງໝໍ ຫຼັງກວດຄືນຫາເຊື້ອໂຄວິດ ບໍ່ພົບທັງ 2ຄັ້ງ

104

ນັບວ່າເປັນຂ່າວດີຕ້ອນຮັບມື້ເລີ່ມຕົ້ນອາທິດ ວັນທີ 14 ກັນຍາ 2020 ຫຼັງ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນລາວ ແລະ ທົ່ວໂລກ ເວົ້າລວມ ເວົ້າສະເພາະລາວເຮົາ ທີ່ມື້ນີ້ຜູ້ຕິດເຊື້ອພະຍາດດັ່ງກ່າວ ກໍລະນີທີ 22 ກວດຫາໂຄວິດຄືນຜົນບໍ່ພົບເຊື້ອທັງ 2ຄັ້ງ ນັ້ນເປັນສັນຍານທີ່ດີ ວ່າຜູ້ກ່ຽວຈະໄດ້ອອກໂຮງໝໍແລ້ວ.

ທ່ານ ນາງ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວລາຍງານສະພາຍບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນຈັນ ວັນທີ 14 ກັນຍາ ປີ 2020ວ່າ:  ສໍາລັບການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 13 ກັນຍາ 2020 ດ້ານການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດມີຜູ້ເດີນທາງເຂົ້າມາທັງໝົດ 2.092 ຄົນ; ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ດ້ານການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 13 ກັນຍາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 315 ຄົນ, ໃນນັ້ນມີ ແຮງງານລາວມາແຕ່ໄທ 171 ຕົວຢ່າງ, ແຮງງານຫວຽດນາມ 80 ຕົວຢ່າງ, ແຮງງານໄທ 25 ຕົວຢ່າງ, ແຮງງານຈີນ 17 ຕົວຢ່າງ, ຜູ້ຕິດເຊື້ອນໍ້າເບີ 22 ກັບມາກວດຄືນ 1 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 11 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 10 ຕົວຢ່າງ.

ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ, ໝາຍຄວາມວ່າໃນວັນທີ 13 ກັນຍາ 2020 ບໍ່ມີຜູ້ຕິດເຊື້ອໃໝ່, ສຳລັບຜູ້ຕິດເຊື້ອນ້ຳເບີ 22 ຜົນກວດແມ່ນບໍ່ພົບເຊື້ອ ຕິດຕໍ່ກັນ 2 ຄັ້ງ; ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 13 ກັນຍາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 44.788 ຕົວຢ່າງ, ກວດພົບເຊື້ອສະສົມ 23 ຄົນ.

ດ້ານການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປັດຈຸບັນ, ຜູ້ຕິດເຊື້ອນ້ຳເບີ 22 ຜົນກວດວິເຄາະ ແມ່ນບໍ່ພົບເຊື້ອ 2 ເທື່ອ ຕິດຕໍ່ກັນ, ສະນັ້ນ ໃນມື້ນີ້ ຜູ້ກ່ຽວຈະໄດ້ອອກໂຮງໝໍ ແລະ ໄປຈຳກັດບໍລິເວນຢູ່ໂຮງແຮມທີ່ໄດ້ຖືກກຳນົດໄວ້ຈົນຄົບ 14 ວັນ. ສຳລັບ ຄົນເຈັບຕິດເຊື້ອພະຍາດ ໂຄວິດ-19 ນ້ຳເບີ 23 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ.