ຄາຍຄຽດໄດ້ດີ ດ້ວຍຕົ້ນໄມ້ເທິງໂຕະເຮັດວຽກ

141

ໃນຊີວິດການເຮັດວຽກເຮົາຕ້ອງພົບກັບຄວາມຄຽດໃນທຸກໆມື້ ແລະ ຄວາມຄຽດນອກຈາກຈະເຮັດໃຫ້ປະສິດທິພາບໃນການເຮັດວຽກຫຼຸດລົງແລ້ວ ຍັງບໍ່ເປັນດີຕໍ່ສຸຂະພາບນຳອີກ ແລະ ມື້ນີ້ເຮົາກໍ່ຈະມາແນະນຳຕົ້ນໄມ້ສຳລັບວາງເທິງໂຕະເຮັດວຽກຢູ່ບ່ອນເຮັດວຽກ ເພື່ອຊ່ວຍສ້າງບັນຍາກາດການເຮັດວຽກ ແລະ ຫຼຸດຄວາມຄຽດຂອງເຈົ້າຂອງໂຕະ ຫຼື ແມ່ນແຕ່ຜູ້ທີ່ພົບເຫັນ ເຮົາມາເບິ່ງກັນວ່າມີຕົ້ນຫຍັງແນ່ທີ່ເໝາະສົມໃນການທີ່ຈະວາງໄວ້ເທິງໂຕະເຮັດວຽກຂອງທ່ານ.

  1. ກະບອງເພັດເປັນພັນໄມ້ຊະນິດທຳອິດທີ່ເຮົາຄິດເຖິງເມື່ອຄິດຈະຫາຕົ້ນໄມ້ມາວາງໄວ້ເທິງໂຕະເຮັດວຽກ ນອກຈາກຈະຫາຊື້ງ່າຍ ລາຄາບໍ່ແພງ ແລະ ເບິ່ງແຍງງ່າຍແລ້ວ ຫຼາຍຄົນຄົງຈະຮູ້ກັນແລ້ວວ່າກະບອງເພັດຊ່ວຍດູດຊັບລັງສີຈາກຈໍຄອມພິວເຕີຂອງເຮົາໄດ້ເປັນຢ່າງດີ ດັ່ງນັ້ນ ຖ້າທ່ານຄິດບໍ່ອອກໃຫ້ເລືອກຊື້ກະບອງເພັດໄວ້ກ່ອນ.

  1. ຊຸ້ມກະຕ່າຍ ເປັນອີກໜຶ່ງພັນໄມ້ທີ່ຊ່ວຍສ້າງຄວາມສົດຊື່ນໃຫ້ກັບໂຕະເຮັດວຽກ ເໝາະສຳລັບຜູ້ທີ່ຕ້ອງການພັກສາຍຕາຈາກການເຮັດວຽກໜ້າຈໍຄອມພິວເຕີເປັນເວລາດົນ ທີ່ສຳຄັນຍັງເຮັດໃຫ້ໂຕະເຮັດວຽກເບິ່ງແລ້ວຮົ່ມຕາ ແລະ ສະຫວ່າງຂຶ້ນນຳອີກ.

  1. ໄຜ່ກວນອິມ ຕົ້ນໄມ້ປູກງ່າຍ ເບິ່ງແຍງງ່າຍ ຕັ້ງໄວ້ບ່ອນໃດກໍສະບາຍຕາ ເພາະໃບມີສີຂຽວແກມຂາວ ນອກເໜືອຈາກຕົ້ນໄມ້ຕ່າງໆ ທີ່ກ່າວມາແລ້ວໄຜ່ກວນອິມເປັນພັນໄມ້ແນະນຳສຳລັບຕັ້ງເທິງໂຕະເຮັດວຽກອີກຊະນິດໜຶ່ງທີ່ບໍ່ຫຍຸ້ງຍາກ ແຖມຊື່ກໍຍັງມີຄວາມເປັນສິຣິມຸງຄຸນ ບາງຄົນເຊື່ອວ່າຈະເຮັດໃຫ້ຮັ່ງມີ ເງິນທອງໄຫຼມາເທມາ.

  1. ຕົ້ນແກ້ວແຄະ ເປັນໄມ້ພຸ່ມລັກສະນະເຕ້ຍແຄະສົມຊື່ ໃບນ້ອຍສີຂຽວ ຕົ້ນແກ້ວແຄະເປັນອີກໄມ້ປະດັບໜຶ່ງທີ່ແນະນຳໃຫ້ມາຕັ້ງໄວ້ເທິງໂຕະເຮັດວຽກ ເຊື່ອກັນວ່າເມື່ອນຳມາຕັ້ງແລ້ວຈະນຳໂຊກມາໃຫ້ເຈົ້າຂອງໂຕະ.