ໂກເມສ ເຮັດແຮັດທຣິກ ລາວໂຕໂຢຕ້າ ເອັຟຊີ ຖະຫຼົ່ມ ເອັສຣາ ຈໍ່ຈະປ້ອງກັນແຊັມໄດ້ອີກຄັ້ງ

88

ແຊ້ມເກົ່າ ລາວໂຕໂຢຕ້າ ເອັຟຊີ ມາດີເລີດຫຼ້າສຸດເອົາຊະນະ ເອັສຣາ ເອັຟຊີ ໄປຂາດລອຍ 4-0 ໃນການແຂ່ງຂັນລາວລີກ 1 ປະຈໍາວັນທີ 12 ກັນຍາ 2020 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16

ນັດດັ່ງກ່າວ ລາວໂຕຢຕ້າ ເອັຟຊີ ໄດ້ 3 ປະຕູຈາກ ໂກເມສ ຄອສຕ້າ ( LAERCIO GOMES COSTA ) ກອງໜ້າຊາວບຣາຊິລ ຂອງ ລາວໂຕໂຢຕ້າ ເອັຟຊີ ເໝົາຄົນດຽວ 3 ປະຕູນາທີໆ ເຊິ່ງເປັນແຮັດທຣິກທີ 4 ໃນລາວລີກ 1 ປີ 2020

ແລະ ອີກໜຶ່ງປະຕູໄດ້ຈາກ ກາຊູ ໂຮມມະ ຊ່ວຍ ລາວໂຕໂຢຕ້າ ເອັຟຊີ ເອົາຊະນະ ເອສະຣາ ເອັຟຊີ 4-0 ເກັບເພີ່ມເປັນ 23 ຄະແນນ ໜີຫ່າງອັນດັບ 2 ມາສເຕີ 7 ເອັຟຊີ ທີ່ມີ 18 ຄະແນນ ແຕ່ ລາວໂຕໂຢຕ້າ ເອັຟຊີ ແຂ່ງຫຼາຍກວ່າ 1 ນັດ ເບິ່ງຄລິບການຍິງແຮັດທຣິກທີ 4 ໄດ້ລຸ່ມນີ້

ຕາຕະລາງຄະແນນລວມອັບເດດ 13 ກັນຍາ 2020