ວິທີການປູກໝາກຖົ່ວຝັກຍາວ

391

ໝາກຖົ່ວເປັນພືດຜັກຊະນິດໜຶ່ງທີ່ມີຄຸນປະໂຫຍດຫຼາຍ ແລະ ມີຄຸນຄ່າທາງດ້ານອາຫານ ເຊັ່ນ: ໂປຣຕິນ, ໄຂມັນ, ແຮ່ທາດ, ແຄລຊຽມ ແລະ ອື່ນໆ. ນອກຈາກຈະເປັນອາຫານພາຍໃນຄອບຄົວແລ້ວ ຖ້າປູກຫຼາຍຍັງສາມາດສົ່ງຂາຍເປັນສິນຄ້າ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວໄດ້.
ຄໍລຳກະສິກຳມື້ນີ້ ຈະນຳສະເໜີວິທີປູກໝາກຖົ່ວຍາວ ໂດຍມີຂັ້ນຕອນດັ່ງລຸ່ມນີ້.
1. ເລືອກສະຖານທີ່ປູກ: ການເລືອກສະຖານທີ່ປູກໝາກຖົ່ວມີ ຄວາມຈຳເປັນຫຼາຍ ເພາະວ່າມີຜົນຕໍ່ການຈະເລີນເຕີບໂຕຂອງພືດແຕ່ລະຊະນິດ, ການປູກໝາກຖົ່ວຄວນເປັນດິນທີ່ມີລັກຊະນະລະບາຍນ້ຳໄດ້ດີ, ດິນຊາຍແກມຕົມ, ດິນບໍ່ເປັນກົດບໍ່ເປັນດ່າງຫຼາຍ, ເປັນບ່ອນທີ່ຮາບພຽງ, ໃກ້ແຫຼ່ງນ້ຳ ( ຫ້ວຍ, ໜອງ ) ບ່ອນນ້ຳບໍ່ຖ້ວມ.

2. ການກຽມດິນ: ກ່ອນຈະປູກຄວນໄຖ ຫຼື ຂຸດໃຫ້ເລິກປະມານ 25 – 30 ຊັງຕີແມັດ, ແລ້ວໄຖ ແລະ ຄາດໃຫ້ລະອຽດ, ຕາກແດດໄວ້ປະມານ 7 – 10 ວັນ. ຈາກນັ້ນ, ຄາດດິນໃຫ້ລະອຽດ, ເຮັດເປັນໜານກວ້າງ 20 ຊັງຕີແມັດ, ເຮັດໜານຕ່ຳກວ່າໜ້າດິນປະມານ 5 – 10 ຊັງຕີແມັດ, ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມຮອງພື້ນໃຫ້ທົ່ວໜານຫຼາຍພໍສົມຄວນ, ແປງເປັນໜານກວ້າງ, ຍາວຕາມຄວາມເໝາະສົມ.
3. ວິທີການປູກໝາກຖົ່ວຝັກຍາວ: ຫຼັງຈາກແປງໜານເປັນທີ່ຮຽບຮ້ອຍແລ້ວຢາຍເມັດຖົ່ວໃສ່ຕາມວ່າງຮ່ອງທີ່ກຽມໄວ້ໃນໜານໃສ່ 2 ເມັດຕໍ່ຂຸມ, ຫ່າງກັນປະມານ 20 – 30 ຊັງຕີແມັດ ລະຫວ່າງແຖວ 60 – 80 ຊັງຕີແມັດ, ຈາກນັ້ນເອົາເຟືອງ ຫຼື ແກບປົກໜ້າໜານບາງໆແລ້ວຫົດນ້ຳໃຫ້ຊຸ່ມ, ສັງເກດເບິ່ງຖ້າມີແມງໄມ້ ຫຼື ມົດມາລົບກວນຄວນສີດຢາປ້ອງກັນ ເມື່ອຖົ່ວຍາວ 30 – 40 ຊັງຕີແມັດ ແລ້ວກໍເຮັດຄ້າງໃສ່ໃຫ້ເຄືອຖົ່ວຂຶ້ນໄປ.

4. ການບົວລະບັດຮັກສາ: ເປັນບັນຫາທີ່ຜູ້ປູກຕ້ອງໄດ້ເອົາໃຈໃສ່ຖ້າຫາກບົວລະບັດຮັກສາໄດ້ດີ ກໍຈະເຮັດໃຫ້ຕົ້ນໝາກຖົ່ວງອກງາມໃຫ້ຜົນຜະລິດສູງ; ການບົວລະບັດຮັກສາຕ້ອງເລີ່ມຈາກການເຮັດຮົ້ວປ້ອງກັນສັດເຂົ້າທໍາລາຍ, ຈາກນັ້ນກໍແມ່ນການເບິ່ງແຍງປະຈຳວັນ ເປັນຕົ້ນການໃສ່ຝຸ່ນ, ຫົດນໍ້າ, ເສຍຫຍ້າ. ດັ່ງນັ້ນ, ເຮົາຈຶ່ງຕ້ອງບົວລະບັດຮັກສາຕາມແຕ່ລະໄລຍະອາຍຸ ຄື: ເມື່ອປູກໄດ້ 15 – 20 ວັນ ຫຼັງຈາກແຕກງອກໃຫ້ໃສ່ຝຸ່ນຄອກ ຫຼື ປຸ໋ຍວິທະຍາສາດສູດ 46.00.00 ໂຮຍໃສ່ຕາມຮ່ອງບາງໆ ຫົດນ້ຳໃຫ້ຊຸ່ມເພື່ອໃຫ້ຝຸ່ນລະລາຍ; ເມືອປູກໄດ້ 15 – 20 ວັນ ເຮົາຄວນປັກຄ້າງໃຫ້ເຄືອຖົ່ວເລືອຂຶ້ນ. ຖ້າສັງເກດເຫັນແມງໄມ້ ຫຼື ເກີດເປັນເພ້ຍຄວນສີດຢາຂ້າທັນທີ ແລະ ເມື່ອຕົ້ນຖົ່ວມີອາຍຸໄດ້ 30 ວັນ ກໍຈະອອກດອກໃຫ້ໃສ່ຝຸ່ນຄອກ ຫຼື ຝຸ່ນວິທະຍາສາດສູດ 46.00.00 ປະສົມປຸ໋ຍສູດ 15.15.15. ຝັງໃສ່ຕາມວ່າງຕົ້ນຫ່າງກັນລະຫວ່າງ 1 – 2 ຊັງຕີແມັດ.

5. ການໃຫ້ນ້ຳ: ໃຫ້ນໍ້າຢ່າງສະໝ່ຳສະເໝີ ແລະ ພຽງພໍ ບໍ່ຄວນໃຫ້ຂາດນໍ້າໃນໄລຍະກຳລັງອອກດອກ ແລະ ໝາກ.
6. ການເກັບກ່ຽວ: ອາຍຸການເກັບກ່ຽວໝາກຖົ່ວແຕ່ລະພັນບໍ່ຄືກັນ ແຕ່ໂດຍທົ່ວໄປແລ້ວປະມານ 80 ຫາ 90 ວັນ ຫຼັງຈາກປູກ, ການເກັບກ່ຽວໝາກສົດຄວນເກັບທຸກໆ 3 ວັນ, ເລືອກເກັບເອົາແຕ່ໝາກທີ່ໄດ້ຂະໜາດອ່ອນພໍດີ. ການເກັບກ່ຽວໃຊ້ເວລາປະມານ 30 -60 ວັນ ແລະ ໄລຍະການເກັບກູ້ບໍ່ຄວນສີດຢາຂ້າແມງໄມ້, ສີດຢາແລ້ວ 13 – 15 ວັນ ຈຶ່ງເກັບມາບໍລິໂພກໄດ້.

( ຂໍ້ມູນຈາກ: ກົມການສຶກສານອກໂຮງຮຽນ )