ຫຼາຍພື້ນທີ່ໃນແຂວງວຽງຈັນ ມີທ່າແຮງໃນການພັດທະນາເປັນແຫຼ່ງທ່ອງທ່ຽວທຳມະຊາດ

345

ເມືອງຊະນະຄາມ, ເມືອງໝື່ນ ແລະ ເມືອງເຟືອງ ແຂວງວຽງຈັນ ເປັນເຂດທີ່ມີທ່າແຮງໃນການພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວທຳມະຊາດທີ່ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມເປັນຈຳນວນຫຼາຍຄືກັນກັບເມືອງວັງວຽງ.
ທ່ານ ອິນທີ ເດືອນສະຫວັນ ເຈົ້າຂອງ Green Discovery Laos ເຊິ່ງເປັນທຸລະກິດກ່ຽວກັບການທ່ອງທ່ຽວ ໄດ້ໄປທ່ຽວຊົມສະຖານທີ່ດັ່ງກ່າວ ເວົ້າວ່າ: ເຂດເມືອງຊະນະຄາມ, ເມືອງໝື່ນ ແລະ ເມືອງເຟືອງ ມີສະຖານທີ່ທຳມະຊາດສວຍງາມຫຼາຍແຫ່ງ ເຊິ່ງຕັ້ງຢູ່ເຂດເໝາະສົມສຳລັບພັດທະນາໃຫ້ກາຍເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ ເພື່ອດຶງດູດນັກທ່ອງທ່ຽວໃຫ້ນັບມື້ຫຼາຍຂຶ້ນ.

ຫາກເວົ້າເຖິງບັນດາສະຖານທີ່ທຳມະຊາດທີ່ສວຍງາມໃນ 3 ເມືອງນີ້ ຈະກາຍເປັນແຫຼ່ງທ່ອງທ່ຽວທີ່ມີຄົນໄປທ່ຽວຫຼາຍບໍ່ເປັນຮອງເມືອງວັງວຽງແນ່ນອນ; ຖ້າໄດ້ຮັບການເຜີຍແຜ່ໂຄສະນາເປັນບໍລິເວນກວ້າງ ແລະ ຖ້າໄດ້ຮັບການພັດທະນາໂດຍຜູ້ປະກອບການດ້ານການທ່ອງທ່ຽວທີ່ສໍາຄັນແມ່ນການປະສານງານລະຫວ່າງຜູ້ພັດທະນາ ແລະ ຄົນທ້ອງຖິ່ນ ຈະສາມາດຖອດຖອນບົດຮຽນທີ່ດີຈາກແຫຼ່ງທ່ອງທ່ຽວທີ່ໄດ້ຮັບການພັດທະນາ ແລະ ມີຄຸນນະພາບ.

ທ່ານ ອິນທີ ກ່າວຕື່ມວ່າ: ເພື່ອຫຼີກລຽງຂໍ້ຜິດພາດທີ່ມີບາງແຫຼ່ງທ່ອງທ່ຽວຕ່າງໆທີ່ເຄີຍປະສົບຜ່ານມານັ້ນ ຖືວ່າການທ່ອງທ່ຽວເປັນເລື່ອງທີ່ລະອຽດອ່ອນ ຫາກຮູ້ທ່າແຮງຂອງການພັດທະນາແລ້ວ ສຳຄັນຍັງແມ່ນການກຳນົດກຸ່ມລູກຄ້າ ເພື່ອເປັນແນວທາງໃຫ້ເຮົາພັດທະນາຜະລິດຕະພັນໃຫ້ກົງກັບຕະຫຼາດກຸ່ມເປົ້າໝາຍ ເຊິ່ງເປັນເລື່ອງບໍ່ງ່າຍ ແລະ ບໍ່ຍາກ ແຕ່ມັນຮຽກຮ້ອງໃຫ້ເຮັດວຽກກັນເປັນທີມ. ສະນັ້ນ, ການເຮັດວຽກໃນຮູບແບບດຽວກັນເປັນເລື່ອງສຳຄັນຫຼາຍ.

ສໍາລັບຜູ້ປະກອບການທີ່ເຮັດທຸລະກິດກ່ຽວກັບຮ້ານອາຫານ ແລະ ຮ້ານບັນເທີງໃນພື້ນທີ່ແຫຼ່ງທ່ອງທ່ຽວທຳມະຊາດ ລວມທັງນັກທ່ອງທ່ຽວເອງກໍຄວນປະຕິບັດຕາມລະບຽບກົດໝາຍການທ່ອງທ່ຽວ ເພື່ອຮັກສາແຫຼ່ງທ່ອງທ່ຽວໃຫ້ມີຄວາມຍືນຍົງ. ເພາະປັດຈຸບັນຍັງມີບາງຮ້ານອາຫານຈຳນວນໜຶ່ງບໍ່ສາມາດປະຕິບັດຕາມກົດລະບຽບໄດ້ ເຊັ່ນວ່າ: ເປີດເພງສຽງດັງເກີນກຳນົດ ເກີດເປັນມົນລະພິດທາງສຽງ ເຊິ່ງມັນລົບກວນການພັກຜ່ອນຂອງນັກທ່ອງທ່ຽວ. ດັ່ງນັ້ນ, ຜູ້ປະກອບການຕ້ອງເຂົ້າໃຈວ່າ: ນັກທ່ອງທ່ຽວສ່ວນໃຫຍ່ໄປທ່ຽວສະຖານທີ່ທຳມະຊາດແມ່ນຕ້ອງການຄວາມສະຫງົບ, ຄວາມເປັນທຳມະຊາດ ແລະ ສຽງເພງທີ່ເໝາະສົມ.

( ຮູບພາບ: noy images )
( ຮູບພາບ: ທ່ານ ອິນທີ ເດືອນສະຫວັນ )
( ເນື້ອໃນ: ແກ້ວວຽງຄອນ ບຸນວິເສດ )