ຈີນ ອັດສີດອີກ 120 ຕື້ຢວນ ຮັກສາສະພາບຄ່ອງ

295

ສຳນັກຂ່າວຊິນຮວາ ລາຍງານວ່າ: ທະນາຄານກາງ ແຫ່ງ ສປ ຈີນ ໄດ້ອັດສີດເງິນ ຈຳນວນ 120 ຕື້ຢວນ ຫຼື ປະມານ 17,5 ຕື້ໂດລາສະຫະລັດ ເຂົ້າສູ່ລະບົບທະນາຄານຜ່ານຂໍ້ຕົກລົງ reverse repos ປະເພດອາຍຸ 7 ວັນ ດ້ວຍອັດຕາດອກເບ້ຍ 2,2% ໂດຍມີເປົ້າໝາຍເພື່ອຮັກສາສະພາບຄ່ອງຂອງທະນາຄານ.

ຖະແຫຼງການຂອງທະນາຄານກາງຈີນ ລະບຸວ່າ: ການດຳເນີນການດັ່ງກ່າວມີເປົ້າໝາຍ ເພື່ອຮັກສາສະພາບຄ່ອງຂອງລະບົບທະນາຄານໃຫ້ພຽງພໍ ແລະ ຢູ່ໃນລະດັບທີ່ເໝາະສົມ. ສຳລັບ reverse repos ເປັນຂະບວນການຂອງທະນາຄານກາງເຂົ້າຊື້ຫຼັກຊັບຈາກທະນາຄານທຸລະກິດດ້ວຍຂໍ້ຕົກລົງທີ່ຈະຂາຍຄືນໃນອະນາຄົດ.