ສິງກະໂປ ກຽມແຈກຫຼຽນໃຫ້ພົນລະເມືອງປ້ອງກັນໂຄວິດ

253

ສຳນັກຂ່າວຕ່າງປະເທດລາຍງານວ່າ: ລັດຖະບານສິງກະໂປ ປະກາດກຽມແຈກຫຼຽນ ອັດສະລິຍະ ຫຼື ‘Trace Together tokens’ ໃຫ້ແກ່ພົນ ລະເມືອງສິງກະໂປທຸກຄົນໃນວັນທີ 14 ກັນຍານີ້ ໂດຍຫຼຽນດັ່ງກ່າວໄດ້ຖືກອອກແບບມາເພື່ອໃຫ້ພົກພາງ່າຍ, ມີໜ້າທີ່ເກັບກຳຂໍ້ມູນການເດີນທາງຂອງເຈົ້າຂອງຫຼຽນ ລວມທັງສົ່ງສັນຍານໄປຍັງຫຼຽນຂອງຄົນອື່ນທີ່ຢູ່ບໍລິເວນໃກ້ຄຽງ.

ຫຼຽນອັດສະລິຍະດັ່ງກ່າວນີ້ ຈະເກັບຂໍ້ມູນຕ່າງໆຂອງຜູ້ຄອບຄອງໄວ້ເປັນເວລາ 25 ວັນ ເຊິ່ງລັດຖະບານສິງກະໂປຢືນຢັນວ່າຂໍ້ມູນທຸກຢ່າງຈະຖືກເຂົ້າລະຫັດ ແລະ ຫາກເກີນ 25 ວັນແລ້ວ, ຂໍ້ມູນຈະຖືກລົບໄປໂດຍອັດຕະໂນມັດ.

ລາຍງານລະບຸວ່າ: ຫຼຽນດັ່ງກ່າວນີ້ຈະມີສ່ວນຊ່ວຍຕິດຕາມຜູ້ທີ່ມີຄວາມສ່ຽງໃກ້ຊິດ ຫຼື ສຳຜັດກັບຜູ້ຕິດເຊື້ອພະຍາດໂຄວິດ – 19 ໄດ້ງ່າຍຂຶ້ນ ເພາະສາມາດກວດສອບໄດ້ວ່າເຈົ້າຂອງຫຼຽນໃກ້ຊິດກັບໃຜແດ່ ເຊິ່ງອາດເຮັດໃຫ້ລັດຖະບານສິງກະໂປຜ່ອນຜັນບາງມາດຕະການລົງ.