ຫຼວງພະບາງ ສາມາດຊໍາລະຄ່ານໍ້າປະປາຜ່ານທະນາຄານ JDB ໄດ້ແລ້ວ

123

ວັນທີ 9 ກັນຍາ 2020 ໄດ້ມີພິທີເຊັນສັນຍາການຮ່ວມມື ວ່າດ້ວຍການຊຳລະຄ່ານ້ຳປະປາ ຜ່ານຊ່ອງທາງຕ່າງໆຂອງທະນາຄານຮ່ວມພັດທະນາ ( JDB ) ລະຫວ່າງ ລັດວິສາຫະກິດນໍ້າປະປາ ແຂວງຫຼວງພະບາງ ກັບທະນາຄານຮ່ວມພັດທະນາ ສາຂາແຂວງຫຼວງພະບາງ.

ຈຸດປະສົງເພື່ອອໍານວຍ ຄວາມສະດວກ ທີ່ຕ້ອງການຊຳລະຄ່ານ້ຳປະປາຜ່ານລະບົບທະນາຄານ ເພື່ອເຂົ້າເຖິງການບໍລິການທີ່ທັນສະໄໝ, ວ່ອງໄວ, ສະດວກສະບາຍໃນການເຮັດທຸລະກຳທາງດ້ານການເງິນຜ່ານຊ່ອງທາງຕ່າງໆຂອງທະນາຄານຮ່ວມພັດທະນາ ແລະ ສົ່ງເສີມໃຫ້ປະຊາຊົນບັນດາເຜົ່າ ສາມາດໃຊ້ບໍລິການທາງການເງິນງ່າຍຂຶ້ນ ແລະ ຫຼາກຫຼາຍລະບົບ ແນໃສ່ອັດຊ່ອງທາງການຮົ່ວໄຫຼດ້ານງົບປະມານເຂົ້າລັດ.

ການບໍລິການຊຳລະຄ່ານ້ຳປະປາຢູ່ໃນແຂວງຫຼວງພະບາງ, ທຸກປະເພດກຸ່ມລູກຄ້າຂອງລັດວິສາຫະກິດນ້ຳປະປາ ໂດຍຜ່ານຈຸດບໍລິການຕ່າງໆ ແລະ ຜ່ານຊ່ອງທາງເອເລັກ ໂຕຣນິກອື່ນໆ ຂອງທະນາຄານຮ່ວມພັດທະນາ ເຊັ່ນ: ເຄົາເຕີ, ຕູ້ເອທີເອັມ ( ATM ), ມືຖືສະມາດໂຟນ, ອິນເຕີເນັດແບັ້ງຄິງ ແລະ ຜ່ານຜະລິດຕະພັນການບໍລິການລະບົບເອເລັກໂຕຣ ນິກຂອງທະນາຄານຮ່ວມພັດທະນາໃນຂອບເຂດທົ່ວປະເທດ.
ຈາກນັ້ນ, ທ່ານ ສຸລິດ ຈິນດາມະນີ ອໍານວຍການລັດວິສາຫະກິດນໍ້າປະປາ ແຂວງຫຼວງພະບາງ ແລະ ທ່ານ ວິລະສັກ ຊາຍະສິດ ຫົວໜ້າສູນບໍລິການທະນາຄານຮ່ວມພັດທະນາ ນະຄອນຫຼວງພະບາງ ກໍໄດ້ເຊັນບົດບັນທຶກຮ່ວມກັນ.