ບໍລິສັດ ລຸກຢາວ ກຽມສໍາຫຼວດແຮ່ຄຳ ແລະ ແຮ່ຕິດພັນ ຢູ່ແຂວງໄຊສົມບູນ

369

ພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ເພື່ອຊອກຄົ້ນ, ສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ – ເຕັກນິກ ແຮ່ຄຳ ແລະ ແຮ່ຕິດພັນ ເນື້ອທີ່ 15,64 ກິໂລຕາແມັດ ຢູ່ເຂດບ້ານນ້ຳຊານ ເມືອງລ້ອງແຈ້ງ ແລະ ເມືອງອະນຸວົງ ແຂວງໄຊສົມບູນ ລະຫວ່າງອົງການປົກຄອງແຂວງໄຊສົມບູນ ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງ ແລະ ບໍລິສັດ ລຸກຢາວ ຈຳກັດ ໄດ້ຈັດຂຶ້ນໃນວັນທີ 9 ກັນຍານີ້ ທີ່ສະໂມສອນກອງບັນຊາການທະຫານ ແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ.
ບໍລິສັດ ລຸກຢາວ ຈຳກັດ ເປັນບໍລິສັດເອກະຊົນຕ່າງປະເທດ ເຊິ່ງໄດ້ຮ່ວມມືກັບ ບໍລິສັດ ບໍ່ຄຳເອັດດີ ໄຊສົມບູນ ຈຳກັດ ແລະ ກົມເສດຖະກິດກະຊວງປ້ອງກັນປະເທດໃນການລົງນາມບົດບັນທຶກຄວາມເຂົ້າໃຈ ແລະ ຈະຈັດຕັ້ງປະຕິບັດການຊອກຄົ້ນ, ສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ – ເຕັກນິກແຮ່ຄຳ ແລະ ແຮ່ຕິດພັນຢູ່ເຂດບ້ານນ້ຳຊານ ເມືອງລ້ອງແຈ້ງ ແລະ ເມືອງອະນຸວົງ ແຂວງໄຊສົມບູນ ມີເນື້ອທີ່ທັງໝົດ 15,64 ກິໂລຕາແມັດ ແຕ່ພື້ນທີ່ທັບຊ້ອນເຂດສຳປະທານຂອງ ບໍລິສັດ ພູເບ້ຍມາຍນິ່ງ ຈຳກັດ 13,87 ກິໂລຕາແມັດ ແມ່ນໃຫ້ສະຫງວນໄວ້ກ່ອນ ຖ້າຫາກ ບໍລິສັດ ພູເບ້ຍມາຍນິ່ງ ສົ່ງຄືນລັດຖະບານແລ້ວຈຶ່ງຈັດຕັ້ງຕາມລະບຽບການ.

ໄລຍະເວລາຂອງບົດບັນທຶກສະບັບນີ້ ແມ່ນ 24 ເດືອນ ພາຍຫຼັງເຊັນບົດບັນທຶກແລ້ວ ຝ່າຍບໍລິສັດຕ້ອງດຳເນີນການຊອກຄົ້ນ, ສຳຫຼວດ, ສ້າງບົດວິພາກເສດຖະກິດເຕັກນິກ ແລະ ບົດສຶກສາຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ. ພ້ອມນີ້, ບໍລິສັດຕ້ອງປະກອບສ່ວນພັນທະຕ່າງໆໃນໄລຍະ ຈັດຕັ້ງປະຕິບັດບົດບັນທຶກສະບັບນີ້ ຄື: ທຶນພັດທະນາສັງຄົມ 10.000 ໂດລາສະຫະລັດ, ທຶນພັດທະນາທ້ອງຖິ່ນເມືອງອະນຸວົງ ແລະ ເມືອງລ້ອງແຈ້ງ ເມືອງລະ 7.000 ໂດລາ, ທຶນຝຶກອົບຮົມສົ່ງເສີມວິຊາການ 6.000 ໂດລາ, ເງິນຕິດຕາມ ແລະ ຄຸ້ມຄອງ 6.000 ໂດລາ ແລະ ເງິນຕິດຕາມໂຄງການ 6.000 ໂດລາ ສ່ວນເງິນຕິດຕາມທາງດ້ານສິ່ງແວດລ້ອມ ບໍລິສັດຈະປະກອບສ່ວນຕາມແຜນການປະເມີນສິ່ງແວດລ້ອມ ທີ່ໄດ້ຮັບຮອງຈາກພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມແຂວງ.
ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ໄດ້ຮຽກຮ້ອງໃຫ້ຝ່າຍບໍລິສັດ ຈົ່ງຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດບັນທຶກສະບັບນີ້ຢ່າງເຂັ້ມງວດ ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງເປັນເຈົ້າການໃນການຕິດຕາມກວດກາ ການປະຕິບັດໂຄງການຢ່າງໃກ້ຊິດ.

ຈາກນັ້ນ, ທັງສອງຝ່າຍກໍໄດ້ລົງນາມເຊັນບົດບັນທຶກຮ່ວມກັນ ຕາງໜ້າໃຫ້ອົງການປົກຄອງແຂວງໂດຍ ທ່ານ ຈັນທະໜອມ ວົງສົມຈິດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ບຸນທຽມ ໄຊສົງຄາມ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ທ່ານ ເຈົ້າເມືອງລ້ອງແຈ້ງ ແລະ ເມືອງອະນຸວົງ ແລະ ຕາງໜ້າຝ່າຍບໍລິສັດ ໂດຍ ທ່ານ ຫງ້ວຽນ ແມ້ງເຊິນ ອຳນວຍການໃຫຍ່ ບໍລິສັດ ລຸກຢາວ ຈຳກັດ ແລະ ທ່ານ ພົນຈັດຕະວາ ຄຳມີ ຫຼ້າບຸນທັນ ຫົວໜ້າກົມເສດຖະກິດກະຊວງປ້ອງກັນປະເທດ ແລະ ທ່ານ ເຈິນ ຕ໋ວນ ຕູ໋ ຕາງໜ້າ ບໍລິສັດ ບໍ່ຄຳເອັສດີ ໄຊສົມບູນ ໂດຍຊ້ອງໜ້າພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.