ຂ່າວດີໆ ສຳລັບຊາວໜຸ່ມ, ນ້ອງນັກຮຽນ-ນັກສຶກສາ, ປັນຍາຊົນ, ນັກອອກແບບ ແລະ ປະຊາຊົນທົ່ວໄປ ທີ່ມັກໃນການອອກແບບ ໄດ້ມາຮ່ວມໂຊຜົນງານ ເພື່ອຊິງລາງວັນສູງເຖິງ 3 ລ້ານກີບ ໂດຍ ກົມສັງຄົມສົງເຄາະ (ກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ) ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເປີດໂອກາດໃຫ້ທຸກຄົນມີສ່ວນຮ່ວມໃນການອອກແບບກາເຄື່ອງໝາຍຂອງຄະນະກຳມະການຄຸ້ມຄອງໄພພິບັດ ເພື່ອປ່ຽນແທນກາເຄື່ອງໝາຍເກໍົ່າ.
ໂດຍມີຈຸດປະສົງນຳໃຊ້ເປັນກາເຄື່ອງໝາຍຂອງຄະນະກຳມະການຄຸ້ມຄອງໄພພິບັດ ເຊິ່ງຈະໄດ້ນຳໃຊ້ເຂົ້າໃນວຽກງານທາງລັດຖະການ ທັງພາຍໃນ ແລະ ຕ່າງປະເທດ ລວມທັງພິມເຂົ້າໃນບັນດາເອກະສານຕ່າງໆ ຂອງຄະນະກຳມະການ ຕາມດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ສະບັບເລກທີ 239/ນຍ, ລົງວັນທີ 18 ພຶດສະພາ 2020 ໃນນັ້ນ, ໝວດທີ 5 ມາດທີ 2 ໄດ້ກຳນົດກ່ຽວກັບ ການໃຫ້ຄະນະກຳມະການຄຸ້ມຄອງໄພພິບັດ ມີກາປະທັບ ແລະ ເຄື່ອງໝາຍຂອງຕົນເອງ ເພື່ອຮັບໃຊ້ເຂົ້າໃນວຽກງານທາງລັດຖະການ.
ເງື່ອນໄຂຜູ້ເຂົ້າປະກວດ
1 ຕ້ອງເປັນຄົນສັນຊາດລາວ ທຸກເພດ, ທຸກໄວ, ທຸກສາຂາວິຊາຊີບ ເປັນຄົນທີ່ຕັ້ງໜ້າຢາກປະກອບສ່ວນໃຫ້ແກ່ວຽກງານຕ່າງໆຂອງປະເທດຊາດ.
2 ຜູ້ປະກວດຄົນໜຶ່ງ ສາມາດສົ່ງຜົນງານບໍ່ເກີນ 1 ຜົນງານ.
3 ຜົນງານທີ່ສົ່ງເຂົ້າປະກວດ ຈະບໍ່ກັອບປີ້ຈາກຜົນງານຂອງຄົນອື່ນ ແລະ ລະເມີດລິຂະສິດ.
4 ສົ່ງຜົນງານເປັນໄຟລ໌ Photoshop ຫຼື ໂປຣແກຣມອື່ນໆ ແລະ ພ້ອມທັງໄຟລ໌ຮູບກາເຄື່ອງໝາຍ.
5 ສົ່ງຊີວະປະຫວັດຫຍໍ້ ພ້ອມຮູບພາບຄັດຕິດມາພ້ອມ.
6 ເຄື່ອງໝາຍທີ່ຊະນະເລີດ ຈະເປັນລິຂະສິດຂອງຄະນະກຳມະການຄຸ້ມຄອງໄພພິບັດ.
ຮູບແບບ ແລະ ຄວາມໝາຍຂອງເຄື່ອງໝາຍທີ່ຈະນຳໃຊ້ເຂົ້າໃນການອອກແບບ
ເຄື່ອງໝາຍຂອງຄະນະກຳມະການຄຸ້ມຄອງໄພພິບັດ ແມ່ນຈະມີບົງບອກໃຫ້ເຫັນເຖິງປະເພດໄພພິບັດທີ່ເກີດຂຶ້ນຢູ່ ສປປ ລາວ ເຊິ່ງສ້າງຄວາມເສຍຫາຍ ແລະ ການຄຸ້ມຄອງໄພພິບັດຢູ່ ສປປ ລາວ, ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:
1 ຮູບແບບຂອງເຄື່ອງໝາຍເປັນຮູບແບບ ຮູບມົນ
2 ສື່ເຖິງ ປະເພດໄພພິບັດທີ່ມັກເກີດຂຶ້ນຢູ່ ສປປ ລາວ
3 ສື່ເຖິງ ລັກສະນະຊາດ
4 ສື່ເຖິງ ລັກສະນະຄວາມສາມັກຄີການຊ່ວຍເຫຼືອ
5 ມີໂຕໜັງສື:
- ພາສາລາວ: ຄະນະກຳມະການຄຸ້ມຄອງໄພພິບັດ
-
ພະສາອັງກິດ: Disaster Management Committee
ໝາຍເຫດ: ໃຫ້ອະທິບາຍຄວາມໝາຍຕໍ່ກັບກາເຄື່ອງໝາຍທີ່ອອກແບບແຕ່ລະຢ່າງ, ລາຍລະອຽດສອບຖາມ 021 219450, 020 22727273
ໃຜທີ່ສົນໃຈໃນການອອກແບບ ກາເຄື່ອງໝາຍ ສາມາດຮ່ວມເປັນສ່ວນໜຶ່ງໃນກິດຈະກຳດີໆ ແບບນີ້ໄດ້ ເຊິ່ງເພິ່ນເປີດຮັບຜົນງານຕັ້ງແຕ່ມື້ນີ້ ຈົນເຖິງວັນທີ 30 ກັນຍາ 2020 ແລະ ຈະປະກາດຜູ້ຊະນະເລີດ ໃນວັນທີ 13 ຕຸລາ 2020 ໃນການສົ່ງຜົນງານປະກວດແມ່ນສາມາດສົ່ງໄປທີ່: ndmolao@gmail.com ຫຼື ສອບຖາມເພີ່ມຕື່ມ: 021 219450