ຂ່າວດີ! ລົດເມຈະໄດ້ເຮັດບັດລາຄາຖືກໃຫ້ພໍ່ແມ່ປະຊາຊົນໃນ 4 ສາຍທາງ

283

ຖືເປັນຂ່າວດີຕ້ອນຮັບເປີດສົກຮຽນໃໝ່ສຳລັບນ້ອງໆນັກຮຽນ, ນັກສຶກສາ, ພະນັກງານຄູອາຈານ ແລະ ພໍ່ແມ່ປະຊາຊົນທົ່ວໄປ ທີ່ໃຊ້ບໍລິການລົດເມປະຈຳທາງໃນການໂດຍສານໃນຊີວິດປະຈຳວັນ ໃນການອຳນວຍຄວາມສະດວກ ພ້ອມນີ້ທາງລັດວິສາຫະກິດລົດເມນະຄອນຫຼວງວຽງຈັນໄດ້ອອກແຈ້ງການເຮັດບັດຂີ່ລົດເມລາຄາຖືກໃຫ້ແກ່ປະຊາຊົນທີ່ນຳໃຊ້ລົດເມປະຈຳທາງ 4 ສາຍທາງຂອງນະຄອນຫຼວງວຽງຈັນ.

ໂດຍລັດວິສາຫະກິດ ລົດເມນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ສະບັບເລກທີ 035/ລລມ.ນວ ລົງວັນທີ 9 ກັນຍາ 2020 ກ່ຽວກັບນະໂຍບາຍການຂາຍບັດຂີ່ລົດເມ ອີງຕາມຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 38/ຈນວ, ລົງວັນທີ 03/07/2009 ວ່າດ້ວຍການ ຕົກລົງ ແລະ ການເຄື່ອນໄຫວຂອງລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ໃນການສົ່ງເສີມການຂົນສົ່ງສາທາລະນະ ເພື່ອເປັນການຫຼຸດຜ່ອນການນໍາໃຊ້ລົດສ່ວນຕົວທີ່ເປັນສາເຫດເກີດມີຄວາມແອອັດຂອງການຈະລາຈອນບົນທ້ອງຖະໜົນ, ເກີດອຸປະຕິເຫດ, ເກີດມົນລະພິດທາງອາກາດ, ຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍຂອງນັກຮຽນ, ນັກສຶກສາ ແລະ ມວນຊົນທົ່ວໄປ.

ລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ຈຶ່ງໄດ້ເປີດຮັບລົງທະບຽນເຮັດບັດຂີ່ລົດເມນະໂຍບາຍລາຄາຖືກ ນັບແຕ່ ວັນທີ 21/09/2020 ເປັນຕົ້ນໄປ, ເຊິ່ງໄດ້ກໍານົດລາຄາບັດຂອງແຕ່ລະສາຍທາງ ມີລາຍລະອຽດດັ່ງນີ້ :

1 ສາຍທາງ 14. ທ່າເດື່ອ ກຳນົດລາຄາບັດ 1 ປີ ລາຄາ 1.900.000 ກີບ; 6 ເດືອນ ລາຄາ 1.000.000 ກີບ; 3 ເດືອນ ລາຄາ 600.000 ກີບ.

2 ສາຍທາງ 23. ທ່າງ່ອນ ກຳນົດລາຄາບັດ 1 ປີ 1.700.000 ກີບ; 6 ເດືອນ 900.000 ກີບ; 3 ເດືອນ 500.000 ກີບ.

3 ສາຍທາງ 08. ສາຍເຫນືອ, 20. ດົງຄໍາຊ້າງ, 11. ຊັ່ງຈ່ຽງ-ສີໄຄ-ຫນອງແຕ່ງ ກຳນົດລາຄາບັດ 1 ປີ 1.200.000 ກີບ; 6 ເດືອນ 700.000 ກີບ; 3 ເດືອນ 400.000 ກີບ.

4 ສາຍທາງ 29. ດົງໂດກ, 31. ໂພນຕ້ອງ, 32. ດອນປ່າໃໝ່, 10. ໄອເຕັກ ກຳນົດລາຄາບັດ 1 ປີ 900.000 ກີບ; 6 ເດືອນ 500.000 ກີບ; 3 ເດືອນ 300.000 ກີບ.