ແອລດີພີ ເລີ່ມຄັດເລືອກຫົວໜ້າພັກແທນທີ່ ອາເບະ

86

ສຳນັກຂ່າວເອເອັຟພີ ລາຍງານວ່າ: ພັກເສລີ ປະຊາທິປະໄຕ ຫຼື LDP ເຊິ່ງເປັນພັກລັດຖະບານຂອງຍີ່ປຸ່ນ ໄດ້ເລີ່ມຄັດເລືອກຫົວໜ້າພັກຄົນໃໝ່ ເພື່ອມາແທນ ທ່ານ ຊິນໂຊະ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ທີ່ປະກາດລາອອກຈາກຕຳແໜ່ງ ເນື່ອງຈາກບັນຫາສຸຂະພາບ ໂດຍມີຜູ້ສະໝັກລົງຊີງຕຳແໜ່ງຫົວໜ້າພັກທັງໝົດ 3 ທ່ານ, ໃນນັ້ນ ທ່ານ ໂຢຊີຮິເດະ ສຶກະ ຫົວໜ້າເລຂານຸການຄະນະລັດຖະມົນຕີຍີ່ປຸ່ນ, ທ່ານ ຊີເກະຣຸ ອີຊິບະ ອະດີດລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ແລະ ທ່ານ ຟູມີໂອະ ຄີຊິດະ ອະດີດລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ຮ່ວມລົງຊີງຕຳແໜ່ງຫົວໜ້າພັກ.

ກ່ອນຈະລົງຄະແນນສຽງເລືອກຫົວໜ້າພັກ ແອລດີພີ ໃນວັນທີ 14 ກັນຍາຈະເຖິງນີ້ ຜູ້ຊະນະນອກຈາກຈະໄດ້ເປັນຫົວໜ້າພັກແລ້ວ ຍັງຈະຖືກພັກສະເໜີເຂົ້າສູ່ການໂຫວດ ເພື່ອໃຫ້ສະພາຮັບຮອງເອົາເປັນນາຍົກລັດຖະມົນຕີຍີ່ປຸ່ນຄົນຕໍ່ໄປ ແທນທ່ານ ອາເບະ.

ລາຍງານລະບຸວ່າ: ຜູ້ສະໝັກທັງ 3 ທ່ານ ໄດ້ກ່າວສະແດງວິໄສທັດຕໍ່ກອງປະຊຸມພັກແອລດີພີ ໂດຍ ທ່ານ ສຶກະ ກ່າວວ່າ: ລາວຈະໃຫ້ຄວາມສຳຄັນຕໍ່ການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ໄປພ້ອມໆກັບການຟື້ນຟູເສດຖະກິດຂອງປະເທດໃຫ້ຫຼຸດພົ້ນຈາກສະພາວະທົດຖອຍ ເປັນອັນດັບທຳອິດ.
ໃນຂະນະທີ່ ທ່ານ ອີຊິບະ ກ່າວວ່າ: ຈະເລີ່ມຕົ້ນປ່ຽນແປງໃໝ່ຄັ້ງຍິ່ງໃຫຍ່ ພ້ອມທັງທຸ່ມເທທັງສະຕິປັນຍາ ແລະ ເຫື່ອແຮງ ເພື່ອຟື້ນຟູເສດຖະກິດ.

ສ່ວນ ທ່ານ ຄີຊິດະ ກ່າວວ່າ: ລາວຈະເນັ້ນການແກ້ໄຂການລະບາດຂອງພະຍາດໂຄວິດ ໄປພ້ອມໆກັບການເດີນເຄື່ອງເສດຖະກິດໃໝ່ ພ້ອມສັນຍາວ່າຈະມີທີມງານທີ່ມີປະສິດທິພາບ ເພື່ອສ້າງຜົນງານໃຫ້ດີທີ່ສຸດ.
ທັງນີ້, ຜູ້ສະໝັກຈະໄດ້ສະແດງວິໄສທັດໂຕ້ວາທີຕໍ່ສາທາລະນະ 2 ຄັ້ງ ກ່ອນທີ່ສະມາຊິກພັກແອລດີພີ ແລະ ຕົວແທນສາຂາພັກຈະລົງຄະແນນເລືອກຫົວໜ້າພັກໃນວັນທີ 14 ກັນຍານີ້.