ຈີນ ຍ້ອງຍໍຜູ້ມີຜົນງານດີເດັ່ນຕ້ານໂຄວິດ – 19

91

ລັດຖະບານ ສປ ຈີນ ໄດ້ຈັດພິທີຍ້ອງຍໍບຸກຄະລາກອນທາງການແພດທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ – 19 ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 8 ກັນຍາຜ່ານມາ.

ໃນພິທີ ທ່ານ ສີ ຈິ້ນຜິງ ປະທານປະເທດ ສປ ຈີນ ໄດ້ມອບຫຼຽນແຫ່ງສາທາລະນະລັດ ( Medal of the Republic ) ເຊິ່ງເປັນລາງວັນກຽດຕິຍົດສູງສຸດຂອງ ສປ ຈີນ ໃຫ້ແກ່ ທ່ານ ຊົ່ງ ໜານຊາງ ຜູ້ຊ່ຽວຊານດ້ານພະຍາດທາງເດີນຫາຍໃຈ, ພ້ອມທັງປະກາດຍ້ອງຍໍແພດອີກ 3 ທ່ານ ພ້ອມດ້ວຍບຸກຄະລາກອນທາງການແພດ, ຕຳຫຼວດ, ອາສາສະໝັກ ແລະ ເຈົ້າໜ້າທີ່ກ່ຽວຂ້ອງອີກ ປະມານ 2.000 ຄົນ ທີ່ຮ່ວມກັນປະກອບສ່ວນອັນສຳຄັນເຂົ້າໃນການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ໃນໄລຍະຜ່ານມາ.

ທ່ານ ສີ ຈິ້ນຜິງ ກ່າວວ່າ: ການຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ – 19 ໃນໄລຍະຜ່ານມາ ໄດ້ພິສູດໃຫ້ເຫັນວ່າລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ສາມາດຈັດການກັບບັນຫາໃຫຍ່ໆທີ່ເກີດຂຶ້ນຮ່ວມກັນໄດ້ ພ້ອມ ກ່າວຢ້ຳວ່າໃນໄລຍະຜ່ານມາ ສປ ຈີນ ໄດ້ຊ່ວຍເຫຼືອຊີວິດຜູ້ຄົນເປັນຈຳນວນຫຼວງຫຼາຍໃນທົ່ວໂລກ ເຊິ່ງນັບຈາກນີ້ໄປທຸກຝ່າຍຕ້ອງຄຳນຶງເຖິງການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ – 19 ໄລຍະຍາວ ລວມເຖິງການວາງແຜນຟື້ນຟູເສດຖະກິດໂລກອີກດ້ວຍ.


ປະທານປະເທດຈີນ ກ່າວອີກວ່າ: ພຶດຕິກຳໃດໆກໍຕາມທີ່ເຫັນແກ່ຕົວ, ກ່າວໂທດຄົນອື່ນ ແລະ ສ້າງຄວາມສັບສົນດ້ວຍການກະທຳເລື່ອງຖືກເປັນເລື່ອງຜິດ ເປັນສິ່ງທີ່ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ປະເທດ ແລະ ປະຊາຊົນຂອງຕົນເອງເທົ່ານັ້ນ ແຕ່ຍັງສົ່ງຜົນກະທົບຕໍ່ຊາວໂລກອີກດ້ວຍ.

ສົມກຽດການເຂົ້າຮ່ວມຕໍ່ສູ້ກັບພະຍາດລະບາດໂຄວິດ-19