ຮອງເຈົ້າແຂວງ ລົງສໍາຫຼວດບ່ອນຈະສ້າງລະບົບນ້ຳປະປາ ເມືອງໄຊພູທອງ

323

ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍບັນດາພະແນກການຕ່າງໆທີ່ກ່ຽວຂ້ອງ ລົງເບິ່ງຈຸດທີ່ຈະສ້າງລະບົບນ້ຳປະປາຂອງເມືອງໄຊພູທອງ ໃນວັນທີ 4 ກັນຍາ 2020 ໂດຍການຕ້ອນຮັບຂອງ ທ່ານ ຄຳວິໃສ ຜຸຍຍະວົງ ເຈົ້າເມືອງ ພ້ອມຄະນະ.

ໂອກາດດັ່ງກ່າວ, ທ່ານ ນາງ ພາວັນ ບົວຫຼວງລາດ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານໃຫ້ຮູ້ວ່າ: ສຳລັບໂຄງການນີ້ໄດ້ມີການສຶກສາຄວາມເປັນໄປໄດ້ ແລະ ສຳຫຼວດ – ອອກແບບມາແຕ່ປີ 2017 ໂດຍໄດ້ວ່າຈ້າງລັດວິສາຫະກິດວິສະວະກຳ ແລະ ສິ່ງແວດລ້ອມ ເປັນຜູ້ລົງມືຈັດຕັ້ງປະຕິບັດ ເຊິ່ງຈຸດປະສົງເພື່ອສະໜອງນ້ຳປະປາທີ່ສະອາດ ແລະ ປອດໄພໃຫ້ປະຊາຊົນໃນເຂດບໍລິການໄດ້ຊົມໃຊ້ ເຊິ່ງໂຄງການດັ່ງກ່າວລະບົບໂຮງງານຈະຕັ້ງຢູ່ເຂດບ້ານທ່າດ່ານ, ສ່ວນອ່າງສູງຈະຕັ້ງຢູ່ເຂດບ້ານພູມມະເຈດີ, ມີກຳລັງການຜະລິດ 3.600 ແມັດກ້ອນ/ຊົ່ວໂມງ, ມີ 20 ບ້ານທີ່ຈະໄດ້ໃຊ້ນ້ຳ, ໃນຈຳນວນ 40 ບ້ານໃນທົ່ວເມືອງ, ຕາມແຜນໂຄງການນີ້ຈະເລີ່ມຈັດຕັ້ງປະຕິບັດໃນປີ 2020 – 2023 ໃຫ້ສຳເລັດ ໃນມູນຄ່າການກໍ່ສ້າງທັງໝົດ 5,5 ລ້ານໂດລາສະຫະລັດ ໂດຍການຊ່ວຍເຫຼືອລ້າຈາກອົງການສະຫະປະຊາຊາດດ້ານເຄຫາສະຖານ ປະຈຳລາວ UN-Habital.

ໃນການລົງຕິດຕາມຂອງທ່ານຮອງເຈົ້າແຂວງຄັ້ງນີ້ ກໍໄດ້ໄປເບິ່ງຈຸດທີ່ຈະຕັ້ງຈັກຫົວງານຢູ່ບ້ານທ່າດ່ານ ແລະ ໄດ້ໄປເບິ່ງຈຸດທີ່ຈະຕັ້ງອ່າງສູງ ທີ່ບ້ານພູມມະເຈດີ, ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງຮ່ວມກັນຈັດຕັ້ງປະຕິບັດ ເພື່ອໃຫ້ປະຊາຊົນໄດ້ນຳໃຊ້ນ້ຳສະອາດເຂົ້າໃນຊີວິດປະຈຳວັນ.